​​ປະຊາ​ຄົມ​ໂລກຕີ​ລາຄາ​ສູງ​ຕໍ່​ການ​ກ່າວ​ປາຖະກະຖາ​ຢູ່​ສະພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​​ແລະ​ການ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ຂອງ​ປະທານ​ສີ​ຈິ້ນ​ຜິ​ງ

(GMT+08:00) 2013-10-04 17:34:16     cri

ວັນ​ທີ 3 ຕຸລາ​ນີ້, ທ່ານ ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາຖະກະຖາຢູ່​ສະພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​​ ​ ​ໂດຍ​ບັນຍາຍນະ​ໂຍບາຍ​ໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນຄ​ຽງທີ່​ດີ​ຂອງ​ຈີນ​ຕໍ່​ອິນ​ໂດ​ເນ​ເຊຍ​ແລະ​ອາຊຽນ. ເຈົ້າ​ໜ້າ​ທີ່​ສໍາຄັນ​, ຊ່ຽວຊານ, ນັກວິຊາກາ​ນແລະ​ສື່ມວນ​ຊົນ​ຂອງ​ຕ່າງ​ປະ​ເທດໄດ້ຕີ​ລາຄາ​ສູງ​ຕໍ່​ການ​ກ່າວ​ປາຖະກະຖາຢູ່​ສະພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​​ແລະ​ການ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ຂອງ​ປະທານ​ສີ​ຈິ້ນ​ຜິ​ງ ​ແລະ​ເຫັນ​ວ່າຈີນ​ເພີ່ມ​ທະວີ​ກາ​ນຮ່ວມມື​ ​ກັບອິນ​ໂດ​ເນ​ເຊຍ​​ແລະ​ອາຊຽນມີ​ຄວາມ​ໝາຍ​ທີ່​ສໍາຄັນ.

​ໃນ​​ເວລາ​ກ່າວ​ປາຖະກະຖາ, ທ່ານ ສີ​ຈິ້ນ​ຜິ​ງ ​ໄດ້​ສະ​ເໜີ​ການ​ເພີ່ມ​ທະວີ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ​ຈີນກັບອິນ​ໂດ​ເນ​ເຊຍ​​ ​ແລະ​ສ້າງ​ປະຊາ​ຄົມ​ທີ່​ມີ​ໂຊກ​ຊະ​ຕາ​ຮ່ວມ​ກັນ​ທີ່​ສະໜິດ​ແໜ້ນ​ແຟ້ນກວ່າ​​ເກົ່າ. ທ່ານ​ມາ​ຊູ​ກີ, ປະທານສະພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍກ່າວ​ວ່າ, ​ການ​ກ່າວປາຖະກະຖາ​ຂອງ​ທ່ານສີ​ຈິ້ນ​ຜິ​ງ​ໄດ້​​ເຊີດ​ຊູກໍາ​ລັງ​​ໃຈ​ຄົນ ​ແລະ​ເຊື່ອ​​ວ່າ"ການ​ພົວພັນ​ໃນ​ອະນາຄົດ​ລະ​ຫວ່າງ​ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ຈະສາມາດ​ນໍາ​ເອົາ​ຜົນ​ປ​ະ​ໂຫຍ​ດຫລາຍ​ກວ່າ​ເກົ່າ​ໃຫ້​ປະຊາຊົນ​ສອງ​ຊາດ".

ທ່ານ​ ວິນ ຕິນ, ຫົວໜ້າ​ບັນນາທິການ ທັງ​ເປັນ​ນັກ​ວິຈານ​ການ​ເມືອງ​ສາກົນຂ​ອງ​ໜັງສືພິມ​ ​ສະຫະພາບ​ມຽນມາ​ ກ່າວ​ວ່າ, ​ໃນ​ຖານະ​​ເປັນ​ປະ​ເທດ​ທີ່​ພັດທະນາ​ຢ່າງ​ວ່ອງໄວ, ຈີນ​ໄດ້​ໃຫ້​ຄວາ​ມສໍາຄັນ​ຕໍ່​ການ​ພັດທະນາ​ການ​ພົວພັນ​ກັບ​ອາ​ຊຽນ ​ນີ້ມີ​ຄວາມ​ໝາຍ​ທີ່​ສໍາຄັນ​ຕໍ່​ຈີນ ​ແລະ​ປະ​ເທດອາ​ຊຽນ ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ນີ້.

ສາດສະດາຈານ​ສະ​ຖາບັນ​ບັດ​ດິດພັດທະນະບໍລິຫານ​ສາດໄທ​ຊີ້​ອອກ​ວ່າ, ຈີນ​ອາ​ຊຽນ​ໄດ້​ກາຍ​ເປັນ​ຕະຫຼາດ​ທີ່​ມີ​ກຳລັງ​ດັນ​ແຫ່ງ​ການ​ພັດທະນາ​ອັນ​​ໃຫຍ່​ຫຼວງ. ຈີນ​ແລະ​ປະ​ເທດ​ສະມາຊິກ​ອາ​ຊຽນມີ​ປະຊາກອນ​ຫຼາຍ, ບັນດາ​ປະ​ເທດ​ລ້ວນ​ແຕ່​ມີ​ກຳລັງ​ບົ່ມ​ຊ້ອນ​ໃນ​ການ​ພັດທະນາ, ທີ່​ຕັ້ງ​ພູມ​ສາດ​ມີ​ທ່າ​ແຮງ, ​ເພີ່ມ​ທະວີ​ການ​ຮ່ວມ​ມືຈີນ​ອາ​ຊຽນມີ​ຄວາມ​ໝາຍ​ອັນ​ສຳຄັນ​ຕໍ່​ສະຖຽນ​ລະ​ພາບ​ແລະການ​ພັດທະນາ​ຂອງ​​ເຂດ​ແຄວ້ນ.

ວັນ​ທີ3 ຕຸລາ​ນີ້, ໜັງສືພິມຈາ​ກາ​ຕາ ​Globe ຂອງອິນ​ໂດ​ເນ​ເຊຍລາຍ​ງານ​ວ່າ, ທ່ານ​ສີ​ຈີ້​ນພິງ​ເລືອກ​ອິນ​ໂດ​ເນ​ເຊຍ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ທ່ານ​ຢ້ຽມຢາມ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​​ໃຫ້​ຄວາມ​ສຳຄັນ​ຫຼາຍ​ຕໍ່​ການ​ພົວພັນ​ກັບ​ອິນ​ໂດ​ເນ​ເຊຍ​. ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ດຳ​ເນີນ​ການ​ຮ່ວມ​ໃນຂົງ​ເຂດຕ່າງໆ, ​ໄດ້​ສ້າງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ທີ່​ແໜ້ນ​​ແຟ້ນກວ່າ​ເກົ່າ.

ທ່ານ​ອາ​ເລັກ​ເຊ ມາສ​ໂລ​ຟ ຫົວໜ້າ​ຫ້ອງການ​ຄົ້ນຄວ້າ​ຝ່າຍ​ຕາ​ເວັນ​ອອກ​ວິທະຍາຂອງ​ສະ​ຖາ​ບານ​ເສດຖະສາດ​ຊັ້ນ​ສູງຣັດ​ເຊຍ​ກ່າວ​ວ່າ, ຈີນ​ກັບປະ​ເທດ​ອາ​ຊຽນ​ໄດ້​ສ້າງ​ຕັ້ງ​​ແບບ​ວິທີ​ຮ່ວມ​ມື​ອັນ​ຖືກຕ້ອງ. ການ​ສົ່ງ​ອອກ​ແລະ​ການ​ລົງທຶນ​ຂອງ​ຈີນ​ຕໍ່​ອາ​ຊຽນ​ໄດ້ນຳ​ເອົາ​ເຕັກນິກ​ກ້າ​ວໜ້າມາ​ໃຫ້​ແຫ່ງ​ນີ້, ກໍ່​ໄດ້ສ້າງ​ໂອກາດ​ປະກອບ​ອາຊີບ​ຫຼາຍ​​ກວ່າ​ເກົ່າ, ​ໄດ້​ຊຸກຍູ້​​ເສດຖະກິດ​ຂອງ​​ເຂດ​​ແຄວ້ນນີ້​​ໃຫ້​ມີ​ການຟື້ນ​ຟູ.

ໜັງສືພິມ​ອາຊາ​ຮີ​ຊິມບູນຂອງ​ຍີ່ປຸ່ນ​ລາຍ​ງານ​​ໃນ​ວັນ​ທີ 3 ຕຸລາ​ນີ້​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານສີຈີ້​ນພິງ​ເທື່ອ​ນີ້​ມີ​ຜົນ​ດີ​ຕໍ່​ຫານ​ຮັດ​ແໜ້ນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາຊຽນ​ໃນ​ຂົງ​ເຂດ​ເສດຖະກິດ, ​ເປີດ​ວ້າງສຽງ​ຂອງ​ຈີນ​ໃນ​ປະຊາ​ຄົມ​ໂລກ.