ກອງທັບ​ອາ​ເມ​ລິ​ກາຈະຜັດ​​ປ່ຽນ​ກັນຈັດ​ວາງ​ເຮືອບິນ​ສອດ​ແນມ​​ແບບບໍ່​ມີ​ຄົນຂັບທີ່​ຊື່ວ່າ"Globle Hawk" ​ຢູ່​ຍີ່ປຸ່ນ​ໃນ​ປີໜ້າ

(GMT+08:00) 2013-10-04 17:29:00     cri

ວັນ​ທີ 3 ຕຸລາ​ນີ້, ສໍານັກ​ຂ່າວສານ​ກຽວ​ໂຕ​ຍີ່ປຸ່ນ​ລາຍ​ງານ​ວ່າ, ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ແລະ​ລັດຖະມົນຕີ​ປ້​ອງກັນ​ປະ​ເທດ​ຍີ່​​ປຸ່ນ​ແລະ​ອາ​ເມ​ລິ​ກາ​ໄດ້​ຈັດກາ​ນພົບ​ປະ"ສອງ​ບວກ​ສອງ" ຂອງ​ກໍາມາ​ທິການ​ປຶກສາ​ຫາລື​ການ​ປ້​​ອງກັນ​ຄວາມ​ໝັ້ນຄົງ​ຍີ່ປຸ່ນ​ແລະອາ​ເມ​ລິ​ກາ ຢູ່​ນະຄອນຫລວງ​ໂຕ​ກຽວ​ໃນ​ມື້​ດຽວ​ກັນ. ສອງ​ຝ່າຍ​ໄດ້ກ້າວ​ເຖິງ​ຂັ້ນ​ເຊັນສັນຍາ​ກ່ຽວ​ກັບ​ເຮືອບິນ​ສອດ​ແນມ​​ແບບບໍ່​ມີ​ຄົນຂັບທີ່​ຊື່ວ່າ"Globle Hawk ​"ທີ່​ກອງທັບອາ​ເມ​ລິ​ກາຈັດ​ວາງ​ຢູ່​​ເກາະ​ກວນ​ ​ຈະຜັດ​ປ່ຽນ​ກັນຈັດ​ວາງຢູ່​ຍີ່ປຸ່ນ​ເລີ່​ມແຕ່​ລະດູ​ໃບ​ໄມ​ປົ່ງ​ ປີ 2014 ​ເປັນ​ຕົ້ນ​ໄປ.

ລາຍ​ງານ​ຂ່າວໄດ້​ອ້າງ​ຕາ​ມຄໍາ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ວ່າ, ເຮືອບິນ​ສອດ​ແນມ​​ແບບບໍ່​ມີ​ຄົນຂັບທີ່​ຊື່ວ່າ"Globle Hawk"ຈະ​ຈັດ​ວາງຢູ່​ຖານ​ທັບ​ມີ​ຊາ​ວາ​ຂອງ​ກອງທັບ​ອາ​ເມ​ລິ​ກາ​ທີ່​ຕັ້ງ​ຢູ່​​ເມືອງ​ມິ​ຊາ​ວາ​ແຂວງ​ອາ​​ໂອໂມຣີ, ​ແຕ່​ຍັງ​ບໍ່​ທັນ​ຕົກລົງ​ຈະ​ຈັດ​ວາງ​ຈັກ​ລໍາ. ນອກນີ້, ຍີ່ປຸ່ນ​ແລະ​ອາ​ເມ​ລິ​ກາ​ເຫັນ​ດີ​ນໍາ​ກອງທັບ​ອາ​ເມ​ລິ​ກາ​ຈະ​ຈັດ​ວາງ​ເຮືອບິນ​ສອດ​ແນມຕ້ານ​​ເຮືອ​ດໍາ​ນໍ້າ P8 ຢູ່ຖານ​ທັບອາກາດ​ກາ​ເດ​ນາຂອງກອງທັບອາ​ເມ​ລິ​ກາ​ປະ​ຈໍ​າ​ໂອ​ກີ​ນາ​ວາ​ແຕ່​​ເດືອນ​ທັນວາ​ປີ​ນີ້​ເປັນ​ຕົ້ນ​ໄປ ​ເພື່ອ​ປ່ຽນແທນເຮືອບິນ​ສອດ​ແນມຕ້ານ​​ເຮືອ​ດໍາ​ນໍ້າ P3 ທີ່​ຈັດ​ວາງ​ຢູ່ຖານ​ທັບ​​ແຫ່ງ​ນີ້ຕາມ​ລໍາດັບ. ນີ້​ເປັນ​ເທື່ອ​ທໍາ​ອິດ​ທີ່​ກອງທັບ​ອາ​ເມ​ລິ​ກາ​ໄດ້​ຈັດ​ວາງເຮືອບິນ​ສອດ​ແນມຕ້ານ​​ເຮືອ​ດໍາ​ນໍ້າ P8 ຢູ່​ຖານ​ນທັບ​ນອກ​ອາ​ເມ​ລິ​ກາ.