​ໃນ​ເວລາ​ເຂົ້າ​ຮ່ວມ​ເວ​ທີ​ປຶກສາ​ຫາ​ລືຊັ້ນ​ສູງການ​ຮ່ວມ​ມື​ດ້ານ​ເສ​ດ​ຖະກິດ​ລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ, ທ່ານ​ປະທານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ​ຈະກໍາໂອກາດ​ເພື່ອ​ສືບຕໍ່ສ້າງ​ໄລຍະ​ໃໝ່​ຂອງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ

(GMT+08:00) 2013-10-05 15:27:03     cri

ວັນ​ທີ 4 ຕຸລາ​ນີ້, ທ່ານ ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ ໄດ້​ຮ່ວມ​ກັບ​​ທ່ານ​ນາ​ຈີ​ບ ຕັນ ຣາຈັກ, ນາຍົກລັດຖະມົນຕີ​ມາ​ເລ​ເຊຍ​ ​ເຂົ້າຮ່ວມເວ​ທີ​ປຶກສາ​ຫາ​ລືຊັ້ນ​ສູງການ​ຮ່ວມ​ມື​ດ້ານ​ເສ​ດ​ຖະກິດ​ລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ​ ​ແລະ​ໄດ້​ກ່າວ​ປາຖະກະຖາ​ທີ່​ສໍາຄັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ກັບ​ຕົວ​ຈິງ​ລະຫວ່າງ​ສອງ​ປະ​ເທດ​ແລ​ະການ​ພັດທະນາ​ຂອງ​ເສດ​ຖະກິດຈີນ, ຫວັງ​ວ່າ​ບຸກຄົນ​ວົງ​ການ​ເສດຖະກິດ​ຂອງ​ສອງ​ປະ​ເທດ​ຈະ​​ກໍາ​​ໂອກາດ ​ສືບຕໍ່ສ້າງ​ໄລຍະ​ໃໝ່​ຂອງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ໃນ​​ເວລາກ່າວ​ປາຖະກະຖາ, ທ່ານ​ປະທານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ນັບ​ແຕ່​ຈີນ​ແລະ​ມາ​ເລ​ເຊຍ​ໄດ້​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ເປັນ​ເວລາ 39 ປີ​ມານີ້, ການ​ຮ່ວມ​ມືແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໄດ້​ລົງ​ໄປ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈີນ​ໄດ້​ເປັນ​ຄູ່​ການ​ຄ້າ​​ໃຫຍ່​ທີ່​ສຸດ​ຂອງ​ມາ​ເລ​ເຊຍ​ເປັນ​​ເວລາ 4 ປີ​ຢ່າງ​ລຽນຕິດ​, ມາ​ເລ​ເຊຍ​ກໍ​ເປັນຄູ່​ການ​ຄ້າ​​ໃຫຍ່​ທີ່​ສຸດ​ຂອງຈີນ​ຢູ່​ອາຊຽນ​ເປັນ​ເວລາ 5 ປີຢ່າງ​ລຽນຕິດ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ສອງ​ປະ​ເທດ​ລ້ວນ​ແຕ່​ຢູ່​ໃນ​ແຖວ​ໜ້າ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາຊຽນ.

ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ດັ່ງ​ຕໍ່​ໄປນີ້ ຄື ໜຶ່ງ, ​ເປີດ​ກວ້າງ​ການ​ຄ້າ​ສອງ​ຝ່າຍ, ພະຍາຍາມ​ເຮັດ​​ໃຫ້ຍອດ​ມູນ​ຄ່າການ​ຄ້າ​ສອງ​ຝ່າຍ​ໃນປີ 2017 ​ ​ບັນລຸ​​ເຖິງ 160 ຕື້​​ໂດ​ລາ. ສອງ, ຊຸກຍູ້​ການ​ລົງທຶນ​ເຊິ່ງກັນ​ແລະ​ກັນ, ສືບ​ຕໍ່​ສະໜັບສະໜູນ​ການ​ກໍ່ສ້າງ​ເຂດ​ນິຄົມ​ອຸດສາຫະກໍາ​ຊິ​ນ​ໂຈ່​ວ​ແລະ​ກວ່າ​ນຕ່າ​ນ, ສົ່ງ​ເສີມ​ວິ​ສາ​ຫະກິດ​ຈີນ​ເຂົ້າ​ຮ່ວມ​ໂຄງການ​ຕ່າງໆ​ເຊັ່ນ​ໂຄງການ​ແລວ​ທາງການ​ພັດ​ທະນາໃຫຍ່​​ແຫ່ງຂອງ​ມາ​ເລ​ເຊຍ ​ແລະ​​ໂຄງການ​ອື່ນໆ. ​ສາມ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ທະນາຄານ, ​​ເພີ່ມ​ທະວີ​ຂະໜາດ​ການແລ​ກປ່ຽນ​​ເງິນຕາ​​ເຊິ່ງກັນ​ແລະ​ກັນ, ຫລົບຫລີ​ກ​ຄວາມ​ສ່ຽ​​ງໄພ​ດ້ານ​ການ​ທະນາຄານ.ສີ່​ລົງ​ເລິກ​ການ​ຮ່ວມ​ມື​ດ້ານກະສິກຳ​ແລະ​ການ​ປະມົງ, ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການປູກຝັງ​ແລະ​ປຸງ​ແຕ່ງ​ຢາງພາລາທຳ​ມະ​ຊາດ, ການ​ຄ້າ​ເຄື່ອງ​ຈັກກະ​ສິກຳ​ເປັນ​ຕົ້ນ.ຫ້າ​ແມ່ນ​ຮ່ວມ​ກັນຊຸກຍູ້​ການ​ຮ່ວມ​ມື​ໃນ​ພູມີພາກ, ຊຸກຍູ້​ການ​ພັດທະນາ​ຮ່ວມກັນ.

ໃນ​ຄຳປາ​ໃສ​ເວລາ​ກ່າວ, ​ທ່ານ​ນາ​ຈີບ​ໄດ້​ຊົມ​ເຊີຍ​ການ​ຮ່ວມ​ມື​ລະຫວ່າງມາ​ເລ​ເຊຍ​ຈີນ​ໄດ້​ຮັບຜົນສຳ​ເລັດ​ອັນ​ອຸດົມສົມບູນ​, ຕັ້ງໜ້າ​ຕອບຮັບຂໍ້ສ​ະ​ເໜີ​ການຮ່ວມ​ມື​ຂອງ​ຝ່າຍ​ຈີນ. ທ່ານ​ນາ​ຈີບ​ກ່າວ​ວ່າ, ປັດ​ຈຸ​ບັນ, ທ່ວງທ່າ​ເຕີບ​ໂຕ​ຂອງ​ເສດຖະກິດ​ອາຊີ​ແມ່ນ​​ເຂັ້ມ​ແຂງ, ຖານະ​ຂອງ​ອາຊີ​ໃນ​ເວທີ​ສາກົນ​ນັບ​ມື້​ນັບ​ຍົກ​ສູງ​ຂຶ້ນ. ອະນາຄົດ​ອັນ​ດີງາມ​ຂອງ​ການ​ພັດທະນາ​ອາຊີ​ແມ່ນຄືກັນ​ກັບ​ຄວາມ​ໄຝ່​ຝັນ​ຈີນ​ທີ່​ປະ​ເທດ​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ປະຊາ​ຊາດພັດທະນາ​ໃຫ້​ຈະ​ເລີ​ນກ້າວໜ້າ​ແລະ​ປະຊາຊົນ​ມີ​ຄວາມສຸກ. ມາ​ເລ​ເຊຍ​ກັບ​ຈີນ​ເປັນ​ຄູ່​ຮ່ວມ​ມື​ອັນ​ສຳຄັນ​ເຊິ່ງກັນ​ແລະ​ກັນ, ສອງ​ປະ​ເທດ​ຕ້ອງ​ຖື​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຮອບດ້ານ​ເປັນ​ໂອກາດ​ດີ​ອັນ​ສຳຄັນ, ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍ​ດ, ບັນລຸ​ການ​ພັດທະນາ​ຮ່ວມກັນ, ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້ສັງ​ຕິ​ພາບ​ແລະ​ຄວາມ​ຈະ​ເລີ​ນຂອງ​ເ​ຂດ​ແຄວ້ນ​ແລະ​ຂອງໂລກ. ຝ່າຍ​ມາ​ເລ​ເຊຍ​ຊົມ​ເຊີຍ​ວິ​ສາ​ຫະກິດ​ຈີນ​ທີ່ເພີ່ມ​ທະວີ​ການ​ລົງທຶນ​ຕໍ່​ມາ​ເລ​ເຊຍ, ຫວັງ​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ເຂົ້າ​ຮ່ວມ​ການ​ສ້າງສາ​ເສດຖະກິດ​ແລະ​ການ​ຮ່ວມ​ມື​​ໃນ​ພູມີພາກ​ຂອງ​ສອງ​ປະ​ເທດຢ່າງ​ຕັ້ງໜ້າ​ກວ່າ​ເກົ່າ.

ທ່ານ​ສີ​ຈີ້​ນພິງ​ແລະ​ທ່ານ​ນາ​ຈີບ​ຍັງ​ເປັນສັກຂີ​ພິຍານ​ຮ່ວ​ມ​ໃນ​ພິທີ​ເຊັນ​ແຜນການ5ປີ​ການ​ຮ່ວມ​ມື​ເສດຖ​ະກິດ​ການ​ຄ້າ​ຂອງລັດຖະບານ​ສອງ​ປະ​ເທດ​ແລະ​ສັນຍາ​ການ​ຮ່ວມ​ມື​ຫຼາຍ​ສະບັບ​ຂອງ​ເຂດ​ສວນ​ອຸດສາຫະກຳ​ຊິ່ນ​ໂຈ່​ວ, ກວານ​ຕັນ​ເປັນ​ຕົ້ນ.