ທ່ານ​ສິຈິ້ນ​ຜິ​ງພົບ​ປະ​ກັບ​ທ່ານ​ສ່ຽວ​ວ້ານຊາງ​ພ້ອມ​ດ້ວຍ​ຄະນະ

(GMT+08:00) 2013-10-06 15:25:30     cri
ຕາມ​ຂ່າວCRI: ຕອນ​​ເຊົ້າ​ວັນ​ທີ6ຕຸລາ​ນີ້, ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍທ່ານ​ສິຈິ້ນ​ຜິ​ງ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ສຽວ​ວ້ານຊາງ, ປະທານ​ກິ​ຕິ​ມາ​ສັກກອງ​ທຶນ​ຕະຫຼາດ​ຮ່ວມ​ສອງ​ຝັ່ງ​ ​ໄຕ້​ຫວັນ​. ທ່ານ​ສິຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ສອງ​ຝັ່ງຄວນຍຶດໝັ້ນ​ເດີນ​ຕາມເສັ້ນທາງອັນຖືກຕ້ອງ​ທີ່​​ພັດທະນາ​​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງໂດຍ​ສັນຕິ, ລິ​ເລີ່​ມທັດສະນະ​ທີ່ວ່າ "ສອງ​ຝັ່ງ​ເປັນ​ຄອບຄົວ​ດຽວ​ກັນ", ​ເພີ່ມ​ທະວີ​ການ​​ແລກປ່ຽນ​ແລະ​ການ​ຮ່ວມ​ມື, ຮ່ວມ​ກັນ​ຊຸກຍູ້​ໃຫ້​ຊົນ​ຊາດ​ຈີນ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຄືນ​ໃໝ່​ອັນ​ຍິ່ງ​ໃຫຍ່.

ທ່ານ​ສ່ຽວ​ວ້ານຊາງ​ກ່າວ​ວ່າ, ​ໃນ5ປີຜ່ານມາ​, ການພັດທະນາ​ໂດຍ​ສັນຕິ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ໄດ້​ຮັບຜົນ​ງານ​ຢ່າງ​ຫຼວງ​ຫຼາຍ, ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ໄດ້ກຳນົດ​ໃຫ້ "ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ທີ່​ໄດ້​ບັນລຸ​ໃນ​ວັນ​ທີ2ກັນຍາ​ປີ1992"​ເປັນພື້ນຖານ​ຂອງກົນ​ໄກ​ປຶກສາ​ຫາລື​​ລະຫວ່າງ​ສອງ​ຝັ່ງ, ​ນີ້ກໍ່​ແມ່ນ​​​ໃຈ​ກາງ​ທີ່​ສອງ​ຝັ່ງ​ໄດ້​ແລກປ່ຽນ​​ກັນແບບ​ຍືນ​ຍົງ. ​​ໂ​ດຍ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ໃ​ໝ່ດ້ານ​ເສດຖະກິດ​ຂອງ​ໂລກ, ສອງ​ຝັ່ງ​ຄວນ​ເປີດ​ກວ້າງ​​ແລະ​ລົງ​ເລິກກົນ​ໄກການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ, ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ພັດທະນາ​​ແບບ​ຍືນ​ຍົງ.