ທ່ານ​ສີຈິ້ນຜີງ​ເດີນ​ທາງ​ໄປ​ເຖິງ​ເກາະ​ບາ​ຫຼີ​ຂອງ​ອິນ​ໂດ​ເນ​ເຊຍ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຜູ້​ນຳ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ຫຼືເອ​ເປັກ​ຄັ້ງ​ທີ​21

(GMT+08:00) 2013-10-06 15:29:52     cri



ຕາມຂ່າວCRI: ວັນທີ5ຕຸລານີ້, ທ່ານສິຈິ້ນຜີງ, ປະທານປະເທດຈີນໄດ້ເດີນທາງໄປເຖິງເກາະບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ, ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການຜູ້ນຳ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື​ເອ​ເປັກ​ຄັ້ງ​ທີ21ທີ່​ຈະ​ຈັດ​ຂຶ້ນ.

ໃນ​​ເວລາ17​ໂມງ15ນາທີ​ປາຍ​ຂອງ​ວັນ​ທີ5ຕຸລາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ຍົນ​ພິ​ເສດຂອງທ່ານ​ສິຈິ້ນຜີ​ງ​ໄດ້​ເດີນທາງ​ໄປ​ເຖິງ​ສະໜາມ​ບິນ​ສາກົນກູ​ລາ ລາຍທີ່​ເກາະ​ບາ​ຫຼີ.

ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຜູ້ນຳ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື​ເອ​ເປັກ​ຄັ້ງນີ້​ແມ່ນ "ອາຊີ​ປາຊີ​ຟິກທີ່​ມີ​ຊີວິດ​ຊີວາ, ຫົວ​ລົດ​ໄຟ​ຂອງ​ໂລກ", ຈະ​​ເຈາະ​ຈົງ​ປຶກສາ​ຫາລືການ​ບັນລຸ​ເປົ້າ​ໝາຍ​​ໂບ​ໂກ, ການ​ເຕີບ​ໂຕ​ແບບ​ຍືນ​ຍົງ​ແລະ​ຍຸດຕິ​ທຳ​, ການ​ເຊື່ອມ​ຈອດກັນ​ຂອງອາຊີ​ປາຊີ​ຟິກ​ແລະ​ອື່ນໆ. ທ່ານ​ສິຈິ້ນ​ຜິ​ງຈະ​ກ່າວ​ຄຳ​ປາ​​ໄສ​ສຳຄັນ. ​ໃນ​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ​ສິຈິ້ນ​ຜິ​ງຍັງ​ຈະ​ເຂົ້າ​ຮ່ວມ​ພິທີ​ອັດກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ອຸດສາຫະກຳ​ການ​ຄ້າ​ຂອງ​ອົງການ​​ເອ​ເປັກ​ແລະ​ກ່າວ​ຄຳ​ປາ​ໄສ, ​ເຂົ້າ​ຮ່ວມ​ງານ​ສົນທະນາ​ລະຫວ່າງ​ຜູ້ນຳ​ກັບ​ຜູ້​ແທນ​ສະພາມົນຕີໃຫ້​ຄຳ​ປຶກສາດ້ານ​ອຸດສາຫະກຳ​ການ​ຄ້າ, ​ແລະພົບ​ປະ​ເຈລະຈາ​ກັບ​ຜູ້ນຳ​ຂອງ​​ສະມາຊິກ​ຈຳນວນ​ໜຶ່ງ.

ທ່ານ​ສິຈິ້ນ​ຜິ​ງ​ແມ່​ນເດີນທາງ​ໄປ​ເກາະ​ບາ​ຫຼພາຍ​ຫຼັງສິ້ນ​ສຸດ​ການ​ຢ້ຽມຢາມ​​ມະ​ເລ​ເຊຍທາງ​ລັດ​ຖະກິດີ.