ຊອກ​ພົບສົບ​ຂອງ​ຊາວ​ປະມົງ​ທີ່​ເສຍ​ຊີວິ​ດ 4 ຂອນ​ຢູ່​ເຂດທະ​ເລໝູ່​ເກາະ​ຊີ່​ຊ່າ

(GMT+08:00) 2013-10-06 15:29:57     cri
ກອງ​ໃຫຍ່ບັນຊາ​ການກອບ​ກູ້​ເຫດການ"9·29"​ແຂວງ​​ໄຫ​ຫລໍາ​ໃຫ້​ຮູ້ວ່າ, ວັນ​ທີ 5 ຕຸລາ​ນີ້, ​ເຈົ້າ​ໜ້າ​ທີ່​ກອບ​ກູ້​​ໄດ້​ຊອກພົບແລະ​ທາວ​ເອົາສົບ​ຂອງ​ຊາວ​ປະມົງ​ທີ່​ເສຍ​ຊີວິ​ດ 4 ຂອນ. "ການ​ກອບ​ກູ້​ໃຫຍ່​ຢູ່​ທະ​ເລ​ຈີນ​​ໃຕ້"​ ​ທີ່​ໄດ້​ດໍາ​ເນີນມາ​ເປັນ​​ເວລາ 7 ມື້ ໄດ້​ຊອກ​ພົບຊາວ​ປະມົງ​ທີ່​ປະສົບ​ໄພ 36 ຄົນ, ​ໃນ​ນັ້ນ​ມີ 26 ຄົນ​ໄດ້​ຮັບ​ການ​ກອບ​ກູ້ , 10 ຄົນ​ເສຍ​ຊີວິດ. ​ມີຊາວ​ປະມົງ​ທີ່​ປະສົບ​ໄພ 52 ຄົນ​ຍັງບໍ່​ທັນ​ຊອກພົບເທື່ອ. ​ຂ່າວແຈ້ງ​ວ່າ, ສູນ​ກອບ​ກູ້​ເທິງ​ທະ​ເລ​​ແຂວງ​​ໄຫ​ຫລໍາຍັງ​ຈະ​ປັບປຸງ​​ແຜນ​ກອບ​ກູ້​ຕື່ມ​ອີກ.