ວົງ​ການ​ຕ່າງໆ​ຂອງຕ່າງປະ​ເທດ​ຕີ​ລາຄາ​ສູງ​ຕໍ່​ການ​ຢ້ຽ​ມຢາມ​ມາ​ເລ​ເຊຍ​ຂ​ອງທ່ານ​ປະທານ​ສີ​ຈິ້ນ​ຜິ​ງ

(GMT+08:00) 2013-10-06 15:32:13     cri

ວັນ​ທີ 3 ຫາ​ວັນ​ທີ 5 ຕຸລາ​ນີ້, ທ່ານສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ມາ​ເລ​ເຊຍ​ທາງ​ລັດຖະກິດ, ບຸກຄົນ​ແລະ​ສື່​ມວນ​ຊົນ​ຕ່າງປະ​ເທດ​ໄດ້​ຕີ​ລາຄາ​ສູງຕໍ່​ເລື່ອງ​ນີ້ ​ແລະ​​ເຫັນ​ວ່າ ການ​ຢ້ຽ​ມຢາມ​ມາ​ເລ​ເຊຍ​ຂ​ອງທ່ານ​ປະທານ​ສີ​ຈິ້ນ​ຜິ​ງຄັ້ງ​ນີ້​ມີ​ຄວາມ​ໝາຍ​ອັນ​ສໍາຄັນ​ຕໍ່​ການ​ຍົກ​ລະດັບ​ການ​ພົວພັນ​ການ​ຮ່ວມ​ມື​ທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ ​ກໍ​ຄື ​ການ​ພົວພັນ​ລະ​ຫວ່າງຈີນ​ກັບ​ອາ​ຊຽນ.

ທ່ານ ​ອີ ຊັນ ​ໂອ, ນັກ​ວິ​ເຄາະ​ການ​ເມືອງ ​ອະ​ດີດ​ເລ​ຂາການ​​ເມືອງ​ຂອງ​ທ່ານ​ນາຍົກ​ລັດຖະມົນຕີ​ນາ​ຈີບ​ຂອງ​ມາ​ເລ​ເຊຍກ່າວ​ວ່າ, ໝາກຜົນ​ສໍາຄັນ​ທີ່​ສຸດ​ຂອງການ​ຢ້ຽ​ມຢາມ​ມາ​ເລ​ເຊຍ​ຂ​ອງທ່ານ​ປະທານ​ສີ​ຈິ້ນ​ຜິ​ງຄັ້ງນີ້​ແມ່ນ​ໄດ້​ຍົກລະດັບ​ກາ​ນພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ນີ້​ໄດ້​ສະ​ແດງ​ໃຫ້​​ເຫັນ​ວ່າ ມາ​ເລ​ເຊຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດອ້ອມ​ຂ້າງ​ແລະ​ໝູ່ຄູ່​ທີ່​ຈີນ​​ໃຫ້​ຄວາມ​ສໍາຄັນ​ທີ່​ສຸດ. ທ່ານ ບົງ ຮອນ ລຽງ, ປະທານສະມາຄົມ​​ໃຫຍ່​ເສດຖະກິດ​ການ​ຄ້າມາ​ເລ​ເຊຍ-ຈີນ​ກ່າວ​ວ່າ, ການ​ຍົກລະດັບການ​ພົວພັນ​ເສ​ດຖ​ະກິດ​ການ​ຄ້າ​ມາ​ເລ​ເຊຍ-ຈີນ​​ໄດ້ສ້າງໂອກາດ​ທີ່​ດີ​ໃຫ້​ແກ່​ວົງ​ການ​ທຸລະ​ກິດ​ມາ​ເລ​ເຊຍ. ​ການ​ລົງທຶນ​ຈາກ​ຈີນ​ທີ່​ນັນ​ມື້​ນັບ​ຫລາຍ​ຂຶ້ນ​​ກໍ​ມີ​ຜົນ​ດີ​ຕໍ່​ການ​ພັດ​ທ​ະນາ​ຂອງ​ເສດຖະກິດ​ມາ​ເລ​ເຊຍ.

ຫລາຍ​ມື້​ມານີ້, ສື່​ມວນ​ຊົນ​ຂອງ​ມາ​ເລ​ເຊຍ​ແລະ​ປະ​ເທດ​ອາຊີ​ອື່ນ​ໆ​​ກໍໄດ້​ຕິດຕາມການຢ້ຽ​ມຢາມ​ມາ​ເລ​ເຊຍ​ຂ​ອງທ່ານ​ປະທານ​ສີ​ຈິ້ນ​ຜິ​ງຄັ້ງ​ນີ້ຢ່າງ​ໃກ້​ສິດ. ໜັງສືພິມ Sin Chew Daily ທີ່​ເປັນ​ໜັງສືພິມທີ່​ມີ​ປະລິມານ​ຈໍາໜ່າຍ​ຫລາຍ​ທີ່​ສຸດ​ຂ​ອງມາ​ເລ​ເຊຍ​ລາຍ​ງານ​ວ່າ, ການ​ພົບ​ປະ​ກັນ​ລະຫວ່າງທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນກັບທ່ານ​ນາ​ຈີ​ບ, ນາຍົກ​ລັດຖະມົນຕີ​ມາ​ເລ​ເຊຍ ຈະ​ຕື່ມ​ພະລັງ​ຊຸກຍູ້​ໃໝ່​ແກ່​ການ​ພັດທະນາ​ຂອງ​ກາ​ນພົວພັນ​ມາ​ເລ​ເຊຍ-ຈີນ​ໃນ​ອະນາ​ຄົດ ​ແລະ​ນໍາພາ​ປະຊາຊົນ​ສອງ​ຊາດ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່. ໜັງສືພິມ Bangkok post ຂອງ​ໄທ​ລາຍ​ງານ​ວ່າ, ການ​ຢ້ຽມ​ຢາມ​ປະ​ເທດ​ອາ​ຊີຕາ​ເວັນ​ອອກສຽງ​ໃຕ້​ຄັ້ງ​ທໍາ​ອິດຂອງທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ຫລັງ​ຈາ​ກດໍາລົງ​ຕໍາ​ແໜ່​ງ​ແລ້ວມີ​ຜົນ​ດີ​ຕໍ່​ການ​ຮັດ​ແໜ້ນ​ການ​ພົວພັນ​ທີ່​ສະໜິດ​ແໜ້ນ​​ແຟ້ນລະຫວ່າງ​ຈີນ​ກັບ​ປະ​ເທດ​ອາຊຽນ.