ລັດຖະມົນຕີການເງິນອາເມລິກາເຕືອນໃຫ້ລັດຖະສະພາຍົກສູງເພດານໜີ້ສິນໂດຍໄວ

(GMT+08:00) 2013-10-07 16:49:25     cri
ຕາມຂ່າວCRI: ວັນທີ6ຕຸລານີ້, ທ່ານຈາໂຄບ ລີ​ນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​​ເງິນ​ອາ​ເມ​ລິກາ​ກ່າວ​ວ່າ, ການ​ຮັກສາສັດທາ​ແລະ​ຊື່​ສຽງ​ດ້ານ​ການ​ເງິນ​ຂອງ​ອາ​ເມ​ລິ​ກາມີ​ຄວາມ​ສຳຄັນ​ຫຼາຍ, ລັດຖະສະພາ​ອາ​ເມ​ລິ​ກາ​ຄວນ​ຍົກ​ສູງ​ເພດານ​ໜີ້​ສິນ​ສາທາລະນະ​ຂອງ​ລັດຖະບານ​ໂດຍ​ໄວ, ​ເຮັດ​ໃຫ້ລັດຖະບານ​ສະຫະພັນ​ສາມາດ​ຮັບ​ມື​ກັບລາຍ​ຈ່າຍ​ຊະນິດ​ຕ່າງໆ, ຫຼີກ​ເວັ້ນຄວາມ​ສ່ຽງ​ທີ່​ລະ​ເມີດສັນຍາ​ໃນ​ດ້ານ​ໜີ້​ສິນ​ຂອງ​ລັດຖະບານ.

ທ່ານ​ລີ​ນ​ກ່າວ​ເນັ້ນ​ວ່າ, ມາດ​ຕະການ​ພິ​ເສດທີ່​ກະຊວງ​ການ​ເງິນ​ກຳລັງ​ປະຕິບັດ​​ເພື່ອ​ຫຼີກ​ເວັ້ນການ​ລະ​ເມີດສັນຍາ​ດ້ານໜີ້​ສິນທີ່​ກະຊວງ​ການ​ເງິນກຳລັງ​ປະຕິ​ບັດ​ພຽງ​ແຕ່​​​ໃຊ້​ໄດ້​ເຖິງ​​ວັນ​ທີ17ຕຸລາ​ນີ້​ເທົ່າ​ນັ້ນ. ຖ້າວ່າ​ລັດຖະສະພາ​ບໍ່​ຍົກ​ສູງ​ເພດານ​ໜີ້​ສິນ​ກ່ອນ​ວັນ​ທີ17ຕຸລານີ້, ​ກໍ​​ເປັນ​ການ​ກະທຳ​ທີ່ "ອັນຕະລາຍ"​ແລະ "ບໍ່​ພິຈາລະນາ​ເຖິງ​ຜົນ​ຮ້າຍ​ຢ້ອນ​ຫຼັງ".