ໄຂກອງ​ປະຊຸມ​ບໍ່​ເປັນ​ທາງການ​ຜູ້ນຳ​ອົງການເອ​ເປັກ​ຄັ້ງ​ທີ21​ຢູ່​ອິນ​ໂດ​ເນ​ເຊຍ ທ່ານ​ສີຈິ້ນ​ຜິ​ງປະທານ​ປະ​ເທດ​ຈີນ​ເຂົ້າ​ຮ່ວມ

(GMT+08:00) 2013-10-07 19:26:42     cri
ຕາມ​ຂ່າວCRI: ວັນ​ທີ7ຕຸລາ​ນີ້, ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຜູ້ນຳ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກ​ຫຼື​ເອ​​ເປັກ​​ເລີ່​ມໄຂ​ຂຶ້ນ​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດນ​ເນ​ເຊຍ, ທ່ານ​ສີຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ຜູ້ນຳ​ທີ່​ມາມີ​ຈາກ21ປະ​ເທດ​ສະມາຊິກ​ແລະພາກ​ພື້ນ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ປຶກສາ​ຫາ​ລື​ກ່ຽວກັບ​ການ​ສ້າງສາພາກ​ພື້ນ​ອາຊີ​ປາຊີ​ຟິກທີ່​ເຂັ້ມ​ແຂງ​ແລະທີ່​ມີ​ຊີວິດ​ຊີວາ​ກວ່າ​ເກົ່າແນວ​​ໃດພາຍ​ໃຕ້​ຢູ່ເບື້ອງ​ຫຼັງທີ່​ເສດຖະກິດ​ໂລກ​ບໍ່ຈະ​ເລີ​ນ.

ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ"ອາຊີ​ປາຊີ​ຟິກທີ່​ມີ​ຊີວິດ​ຊີວາ, ຫົວ​ລົດ​ໄຟ​ຂອງ​ໂລກ". ທ່ານ​ຊູຊີ​​ໂລ ບຳບັງ ຢຸດ​ໂຮ​ໂຢ​ໂນ, ປະທານາທິບໍດີ​ອິນ​ໂດນ​ເຊຍ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​​​ໃນ​ມື້​ດຽວກັນ​ວ່າ, ນັບ​ແຕ່​ປີ1995​ເປັນ​ຕົ້ນ​ມາ, ອົງການ​​ເອ​ເປັກ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ໃນ​ດ້ານ​ການ​ຊຸກຍູ້​ການ​ພັດທະນາ​ດ້ານ​ເສດຖະກິດ​ແລະ​ການ​ຄ້າຂອງ​ພາກ​ພື້ນ, ​​ຢູ່​ເບື້ອງ​ຫຼັງ​ໃຫຍ່​​ວິ​ກິດ​ການ​​ເສດຖະກິດ​​ໂລກ, ອົງການ​ເອ​ເປັກ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ກວ່າ​ເກົ່າ​ໃນ​ດ້ານ​​ຮັກສາ​​ໃຫ້​ເສດຖະກິດ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ເຕີບ​ໂຕຢ່າງ​ໝັ້ນ​ທ່ຽງ.

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ທ່ານ​ສີຈິ້ນ​ຜິ​ງ​ປະທານ​ປະ​ເທດ​ຈີນເຂົ້າ​ຮ່ວມ​ກອງ​ປະຊຸມບໍ່​ເປັນ​ທາງ​ການ​ຜູ້ນຳ​ອົງການ​​ເອ​ເປັກ​, ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຈາກ​ຝ່າຍ​ຕ່າງໆ​ໃນ​ລະດັບ​ສູງ. ​ເຈົ້າ​ໜ້າ​ທີ່​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ໃນ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງຜູ້ນຳ, ທ່ານ​ສີ​ຈິ້ນ​ຜິ​ງຈະ​​ປິ່ນອ້ອມ​ຫົວ​ຂໍ້​ໃນ​ໄລຍະ​ຕ່າງໆ​ຂອງ​ກອງ​ປະຊຸມບັນ​ລະ​ຍາຍ​ຄວາມ​ເຫັນ​ກ່ຽວກັບ​ສະພາບ​ການ​ເສດຖະກິດ​ຂອງ​ໂລກ​ໃນ​ປະຈຸ​ບັນ​, ບົດບາດຂອງ​ອົງການ​ເອ​ເປັກ​ໃນ​ດ້ານ​​ເພີ່ມ​ທະວີ​​ໂຄງ​ປະກອບ​ການ​ຄ້າ​ຫຼາຍ​ຝ່າຍ​ຂອງ​ຝ່າຍ​ຈີນ​ຕໍ່​ບັນຫາ​ຕ່າງໆ,​ເປັນ​ຕົ້ນ​ແມ່ນ, ການ​ເຊື່ອ​ມຈອດ​ຢູ່​ອາຊີ​ປາຊີ​ຟິກ, ການ​ເຕີບ​ໂຕ​ແບບ​ຍືນ​ຍົງ​ແລະ​ຍຸດຕິ​ທຳ​ແລະ​ອື່ນໆ​, ​ທັງຈະ​​ແນະນຳ​ການ​ພິຈາລະນາຂອງ​ຈີນ​ກ່ຽວ​ກັບ​ການ​ຈັດ​ກອງ​ປະຊຸມ​ຜູ້ນຳ​ອົງການ​ເອ​ເປັກ​ໃນ​ປີໜ້າ​.

ຍ້ອນ​​ໄດ້​ຮັບ​ຜົນ​ກະທົບ​ຈາກ​ປັດ​ໄຈ​ການ​ເມືອງ​ພາຍ​ໃນ​ອາ​ເມ​ລິ​ກາ​ແລະ​ພາກສ່ວນ​ທີ່​ບໍ່​​ແມ່ນໃຈກາງຂອງ​ລັດຖະບານຖືກ​ປິດ​ປະຕູ​, ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍ​ດີ​ອາ​ເມ​ລິ​ກາ​ໄດ້​ຍົກ​ເລີກ​ການ​ເດີນທາງ​​ໄປ​ອາຊີ,ກ່ອນ​ໜ້າ​ນີ້ທ່ານ​ຈອນ ​ເຄລີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ຕາງໜ້າ​ທ່ານ​ບາຣັກ ​ໂອ​ບາ​ມາ​ກ່າວ​ວ່າ, ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ອາຊີ​ມີ​ຄວາມ​ແໜ້ນ​ແຟ້ນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ, ອາ​ເມ​ລິ​ກາ​ຈະຖືອົງການ​ເອ​ເປັກ​ເປັນ​ເວທີ​ສຳຄັນ​ເພື່ອ​ປຶກສາ​ຫລຶຫົວ​ຂໍ້​​ເສດຖະກິດ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນນີ້.

​ເຖິງ​ແມ່ນ​ວ່າ​ໃນ​21ສະ​ມາ​ຊິກ​ຂອງ​ອົງາ​ການ​ເອ​ເປັກ, ທະວີບອາ​ເມ​ລິ​ກາ​ລາ​ຕິນພຽງ​ແຕ່​ມີ3ປະ​ເທດ, ​ແຕ່​ວ່າ​ອົງການ​ເອ​ເປັກ​ໄດ້​ກາຍ​ເປັນ​ຂົວ​ທີ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດການ​ຄ້າ​ລະຫວ່າງ​ອາ​ເມ​ລິ​ກາ​ລາ​ຕິນ​ກັບ​ພາກພື້ນ​ອາຊີ​ປາຊີ​ຟິກ. ທ່ານ​​ເອນ​ລີ​ຄຸນ ​ເພ​ນາ ນີ​ເອ​ໂທ, ປະທານາທິບໍດີ​​ແມັກ​ຊິກ​ກ່າວ​ກ່ອນ​ຈັດ​ກອງ​ປະຊຸມ​ວ່າ, "ອົງການ​ເອ​ເປັກ​ໄດ້​​ສະໜອງໂອກາດ​ການ​ພັດທະນາ​ທີ່​ດີກ​ວ່າ​​ເກົ່າ​ໃຫ້ປະ​ເທດ​ສະມາຊິກ​ແລະ​ອົງ​ກອນ​ເສດຖະກິດ​ຕ່າງໆ​ຢ່າງ​ແທ້​ຈິງ, ​ເຊິ່ງພວກ​ຂ້າພະ​ເຈົ້າ​ກໍ​ເຊື່ອ​ວ່ານີ້​ໄດ້ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ຕໍ່ການ​ພັດທະນາ​ດ້ານ​ເສດຖະກິດ​ຂອງ​ພາກພື້ນ​ອາຊີ​ປາຊີ​ຟິກ."

ຕອນ​ເຊົ້າ​ວັນ​ທີ7ຕຸລາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​​ໄດ້​ເ​ຂົ້າຮ່ວມ​ງານ​ສົນທະນາ​ລະຫວ່າງ​ຜູ້ນຳ​ກັບ​ຜູ້​ແທນ​ສະພາ​ມົນຕີ​ໃຫ້​ຄຳ​ປຶກສາ​ດ້ານ​ອຸດສາຫະກຳ​ການ​ຄ້າ​ຂອງ​ອົງການ​ເອ​ເປັກແລະ​ໄດ້​​ແລກປ່ຽນ​ຄວາມ​ເຫັນກັບ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ກ່ຽວ​ກັບ​ບັນຫາ​ທີ່​ສົນ​ໃຈຮ໋ວມກັນ​ເຊັ່ນ: ສະພາບ​ເສດຖະກິດ​ອາຊີ​ປາຊີ​ຟິກ​ແລະ​ອື່ນໆ.

ຕອນ​ຄ່ຳ​ມື້​ດຽວ​ກັນ, ບັນດາ​ຜູ້ນຳ​ທີ່​ຮ່ວມ​ປະຊຸມ​ຈະ​ເຂົ້າ​ຮ່ວມ​ງານ​ລ້ຽງ​ອາຫານ​ຄ່ຳ​ທີ່​ທ່ານ​ຊູຊີ​ໂລ ບຳບັງ ຢຸດ​ໂຮ​ໂຢ​ໂນ​ປະທາ​ນາ​ທິບໍດີ​ອິນ​ໂດ​ເນ​ເຊຍຈັດ​ຂຶ້ນ.​ໃນ​ເວລາ​ກອງ​ປະຊຸມ​ທີ່​ດຳ​ເນີນ​ເປັນ​ເວລາ​ສອງ​ວັນ​ສິ້ນ​ສຸດ​ລົງ​ຈະ​ອອກ​ຄຳ​ຖະ​ແຫຼ​ງການ​ຂອງ​ຜູ້ນຳ.