ສະຖານທູດ​ຈີນ​ປ​ະຈໍາ​ຟິລິບ​ປິນຮຽກຮ້ອງ​ໃຫ້​ຟິລິບ​ປິນຮັບປະກັນ​ຄວາມ​ປອດ​ໄພ​ ແລະ​ສິດຜົນ​ປະ​ໂຫຍ​ດທີ່​ຖືກຕ້ອງຕາ​ມກົດໝາຍ​ຂອງ​ພົນລະ​ເມືອງຈີນ​ຢ່າງ​ແທ້ງ​ຈິງ

(GMT+08:00) 2013-10-07 16:16:02     cri

ວັນ​ທີ 5 ຕຸລາ​ນີ້, ສະຖານທູດ​ຈີນ​ປ​ະຈໍາ​ຟິລິບ​ປິນລາຍ​ງານ​ວ່າ, ​ເຈົ້າ​ໜ້າ​ທີ່ສະຖານທູດ​ຈີນປ​ະຈໍາ​ຟິລິບ​ປິນ​ໄດ້​​​ເດີນທາງ​ໄປ​ເຖິງ​ແຂວງ​ບາ​ຕັນກາ​ສຂອງ​ຟິລິບ​ປິນເພື່ອ​ຢາມກໍາມະ​ກອນ​ຈີນ​ທີ່​ຖືກ​ກົມກວດກາ​ຄົນ​ເຂົ້າ​ເມືອງ​ຂອງຟິລິບ​ປິນກັກ​ຕົວ. ​ໃນຈໍານວນ 138 ຄົນ​ທີ່​ຖືກ​ກັກ​ຕົວ ​, ມີ 3 ຄົນ​ໄດ້​ຮັບ​ການ​ປ່ອຍ​ຕົວ​ຍ້ອນມີໜັງສື​​ເດີນທາງ​ຄົບ​ຖ້ວນ. ສະຖານທູດ​ຈີນ​ປ​ະຈໍາ​ຟິລິບ​ປິນກໍາລັງ​ຕິດຕໍ່ກັບ​ພາກສ່ວນທີ່​ກ່ຽວຂ້ອງ​ຂອງຟິລິບ​ປິນຢ່າງ​ເນື່ອງນິດ ​ແລະ​ໄດ້ຮຽກຮ້ອງ​ໃຫ້​ຟິລິບ​ປິນຮັບປະກັນ​ຄວາມ​ປອດ​ໄພ​ ແລະ​ສິດຜົນ​ປະ​ໂຫຍ​ດທີ່​ຖືກຕ້ອງຕາ​ມກົດໝາຍ​ຂອງ​ພົນລະ​ເມືອງຈີນ​ຢ່າງ​ແທ້ງ​ຈິງ.

ຂ່າວ​ແຈ້ງ​ວ່າ, ກໍາມະກອນຈີນ​ຈໍານວນ 138 ຄົນ​ທີ່​ຖືກ​ກັກ​ຕົວ ລ້ວນ​ແຕ່​ແມ່ນ​ບໍລິ​ສັດ​​ແຫ່ງ​ໜຶ່ງ​ຂອງ​ຈີນ​ສົ່ງ​​ໄປຟິລິບ​ປິນ​ເພື່ອ​ຮັບ​ເໝົາ​ການ​ກໍ່ສ້າງ​​ໂຮງໄຟຟ້າ, ປັດຈຸບັນ​ນີ້​ຍັງ​ມີ 135 ຄົນ​ຖືກ​ກັກ​ຕົວ​ຢູ່​ຍ້ອນ​ບໍ່​ໄດ້​ເຮັດວິຊາ​​ເຮັດ​ວຽກ​. ​​ເມື່ອສະຖານທູດ​ຈີນ​ປ​ະຈໍາ​ຟິລິບ​ປິນ​ໄດ້​ເຮັດ​ວຽກ​ງານ​ຢ່າງ​ຫລວງຫລາຍ​ແລ້ວ, ຊີວິດການ​ເປັນ​ຢູ່​​ພື້ນຖານຂອງກໍາມະກອນຈີນ​ທີ່​ຖືກ​ກັກ​ຕົວ​ໄດ້​ມີ​ການ​ຮັບປະກັນ, ອາລົມ​ຂອງ​ເຂົາ​​ເຈົ້າກໍ​ທຸ່ມ​ທ່ຽງ​ສົມຄວນ.

ວັນ​ທີ 4 ຕຸລາ​ນີ້, ກົມກວດກາ​ຄົນ​ເຂົ້າ​ເມືອງ​​ຟິລິບ​ປິນກ່າວ​ວ່າ, ​ເຈົ້າ​ໜ້າ​ທີ່ກົມກວດກາ​ຄົນ​ເຂົ້າ​ເມືອງຟິລິບ​ປິນ​ໄດ້​ຈັບ​ກໍາມະກ​ອນຈີນ​ 138 ຄົນທີ່​"​ເຮັດ​ວຽກ​ຢ່າງ​ຜິດ​ກົດໝາຍ" ຢູ່​ສະຖານ​ທີ່​ກໍ່ສ້າງ​ແຫ່ງ​ໜຶ່ງ​ຢູ່​ແຂວງ​ບາ​ຕັນກາສຂອງຟິລິບ​ປິນ.