ຈີນ​ແລະ​ອາ​ຊຽນຈະ​ສະ​ແຫວ​ງຫາ​ການ​ບຸກທະລຸ​​ໃໝ່​ທາງ​ດ້ານ​ຍຸດ​ທະ​ສາດ--ການ​ສໍາ​ພາດ​​ທູດ​ໃຫຍ່​ຈີນ​ປະ​ຈໍາ​ອາ​ຊຽນ

(GMT+08:00) 2013-10-07 17:48:17     cri

ກອງ​ປະ​ຊຸມຕ່າງໆຜູ້​ນໍາ​ອາຊີ​ຕາ​ເວັນ​ອອກ​ຈະ​ໄຂ​ຂຶ້ນຢູ່​ບຣູ​ໄນ ​​ໃນ​ວັນ​ທີ 9 ຕຸລາ​ນີ້. ​ໃນ​​ເວລາ​​ໃຫ້ສໍາ​ພາດທາງ​ລາຍ​ລັກ​ອັກສອນຕໍ່​ນັກ​ຂ່າວກ່ອນຈັດ​ກອງ​ປະຊຸມ​, ທ່ານ​ນາງ​ຢາງ​ຊິ້ວຜິ​ງ, ​ເອອັກະ​ລັດຖະທູດ​ຈີນ​ປະ​ຈໍາ​ອາຊຽນກ່າວ​ວ່າ, ຈີນ​ກັບ​ອາຊ​ຽນ​ໄດ້​ຮັບ​ຜົນ​ສໍາ​ເລັດ​​ອັນພົ້ນ​ເດັ່ນ​ໃນ​"ສິບ​ປີ​ຄໍາ"​ທີ່​ຜ່ານ​ມາ, ​ໃນ​ຕໍ່ໜ້າຈະ​ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ກັບ​ຕົວ​ຈິງ​ຮອບດ້ານ​ຕື່ມ​ອີກ, ສະ​ແຫວ​ງຫາການ​ບຸກທະລຸ​​ໃໝ່​ທາງ​ດ້ານ​ຍຸດ​ທະ​ສາດ ບົນ​ພື້ນຖານທີ່ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນຢ່າງ​ບໍ່ຢຸດ​ຢັ້ງ.

ທ່ານ​ນາງ​ຢາງ​ຊິ້ວຜິ​ງ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ 6 ຂໍ້ກ່ຽວ​ກັບ​ກາ​ນພັດທະນາ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນອະນາຄົດ ຄື: ໜຶ່ງ, ສືບຕໍ່​ເພີ່ມຄວາມໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ. ສອງ, ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊຽນ, ຍົກ​ລະດັບຄວາມ​ສະດວກ​ແລະ​ເສລີພາບ​ຂອງ​ການ​ຄ້າ​ແລະ​ການ​ລົງທຶນຕື່ມ​ອີກ. ສາມ, ຊຸກຍູ້​ການ​ເຊື່ອມ​ຈອດ​ກັນ. ສີ່, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ທະນາຄານ. ຫ້າ, ດໍາ​ເນີນ​ການ​ຮ່ວມ​ມື​ເທິງ​ທະ​ເລ. ຫົກ, ​ເພີ່ມ​ທະວີ​ການ​​ແລ​ກປ່ຽນ​ກັນ​ທາງ​ດ້ານ​ວັດທະນະ​ທໍາ.

ຕໍ່​ກອງ​ປະຊຸ​ມສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ທີ່​ໃກ້​ຈະ​ມາ​​ເຖິງ​ນີ້, ທ່ານ​ນາງ​ຢາງ​ຊິ້ວຜິ​ງກ່າວ​ວ່າ, ຝ່າຍຕ່າງໆ​ຄວນ​ສວຍ​ໃຊ້​ເວ​ທີ​ນີ້​​ໃຫ້ດີ, ​ດໍາ​ເນີນ​ການ​ປຶກສາ​ຫາລື​ກັນ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ທີ່​ຝ່າ​ຍຕ່າງໆສົນ​ໃຈ​ທີ່​ສຸດ​. ພ້ອມກັນ​ນັ້ນ, ກອງ​ປະຊຸ​ມສຸດ​ຍອດ​ອາຊີ​ຕາ​ເວັນ​ອອກຄວນ​ສືບ​ຕໍ່​ຍຶດໝັ້ນ​ຫລັກ​ການ​ທີ່​ມີ​ປະສິ​ດທິຜົນ​ ເຊັ່ນ​ອາ​ຊຽນ​ເປັນ​ຜູ້​ນໍາທາງ, ປະສານ​ງານເປັນ​ເອກະສັນ​ກັນ, ຄ່ອຍ​ເປັນ​ຄ່ອຍ​ກ້າວ​ໄປ​, ພິຈາລະນາ​ເຖິງ​ຄວາມ​ສະບາຍ​​ໃຈຂອງ​ທຸກ​ຝ່າຍ ​ແລະ​​ອື່ນໆ, ​ແກ້​ໄຂ​ບັນຫາ​ທີ່ອ່ອນ​ໄຫວ​ຢ່າງ​ເໝາະ​ສົ​ມ​, ຫລີກ​ເວັ້ນການ​​​ເຂົ້າ​ກ່ຽວ​ພັນ​ກັບ​ວຽກ​ງາ​ນ​ພາຍ​ໃນ​ຂອງ​ປະ​ເທດ​ໃດ​ໜຶ່ງ ​​ແລະ​ຂໍ້​ຂັດ​ແຍ້​ງສອງ​ຝ່າຍ​ລະຫວ່າງ​ປະ​ເທດ ​ເພື່ອ​ບໍ່​ໃຫ້​ເກີດ​ມີຄວາມ​ຂັດ​ແຍ້​ງ​ແລະ​ເປີດ​ກວ້າງ​ຄວາມຂັດ​ແຍ້ງ ​ທໍາ​ລາຍບັນຍາກາດ​ທີ່​ໄມຕີ​ຈິດ​ຮ່ວມ​ມື​ກັນຂອງ​ກອງປະຊຸ​ມສຸດ​ຍອດ​ຄັ້ງ​ນີ້.