ທ່ານ​ສິຈິ້ນ​ຜິ​ງ​​ເຂົ້າຮ່ວມ​ພິທີ​ປິດ​ກອງ ປະຊຸມສຸດ​ຍອດ​ຜູ້ນຳ​ອຸດສາຫະກຳ​ການ​ຄ້າ​ຂອງ​ອົງການ​ອາ​ເປັກ​ແລະ​ກ່າວ​ເນັ້ນວ່າ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່​ເສດຖະກິດ​ຈີນ

(GMT+08:00) 2013-10-08 13:15:39     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 7 ຕຸລາ​ນີ້, ທ່ານ​ສິຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສຸ​ດຍອດ​ຜູ້ນຳ​ອຸດສາຫະກຳ​ການ​ຄ້າ​ຂອງ​ອົງການ​ອາ​ເປັກ​ທີ່​ຈັດ​ຂຶ້ນຢູ່​ເກາະ​ບາ​ຫຼີອິນ​ໂດ​ເນ​ເຊຍ, ​ແລະ​ໄດ້​ກ່າວ​ຄຳປາ​ໄສ​ສຳຄັນ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ລົງ​ເລິກ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ ຮ່ວມ​ກັນ​ສ້າງ​ອະນາຄົດ​ທີ່​ດີງາມ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ.

ທ່ານ​ສິຈິ້ນ​ຜິ​ງ ຊີ້​ອອກ​ວ່າ: ປັດຈຸບັນ, ​ເສດຖະກິດ​ໂລກ​ກຳລັງຟື້ນ​ຕົວ​ແຕ່​ປະສົບ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ນາໆ, ບໍ່​ວ່າຈະ​ແມ່ນ​ອົງ​ກອນ​ເສດຖະກິດ​ທີ່​ພັດທະນາ​ແລ້ວ ຫຼືວ່າ​ແມ່ນ​ອົງກອນ​ເສດຖະກິດ​ທີ່​ພວມ​ພັດທະນາ, ລ້ວນ​ແຕ່​ພວມ​ສະ​ແຫວ​ງຫາ​ພະລັງ​ແຮງ​​ໃໝ່​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ. ອົງກອນ​ເສດຖະກິດ​ອາຊີ​ປາຊີ​ຟິກ​ຄວນ​ຊຸກ​ຍູ້​ຮູບ​ແບບ​ພັດທະນາ​ເສດຖະກິດ​ແບບ​ເປີດ​ປະຕູ​ ທີ່ພັດທະນາ​ການ​ປະດິດ​ສ້າງ, ​ການເຕີບ​ໂຕ​ຢ່າງ​ມີ​ຄວາມ​ຍູ້​ດັນ​ເຊິ່ງກັນ​ແລະ​ກັນ ​ແລະ ຜົນ​ປະ​ໂຫຍ​ດ​ເຊື່ອມ​ໂຍງ​ເຊິ່ງກັນ​ແລະ​ກັນ, ​ເຮັດ​ໃຫ້​ເສດຖະກິດ​ອາຊີ​ປາຊີ​ຟິກ​ເສີມຂະຫຍາຍ​ບົດບາດນຳ​ພາ​ໃນ​ການ​ຟື້ນ​ຕົວ​ຂອງ​ເສດຖະກິດ​ໂລກ.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ວ່າ: ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່​ອະນາຄົດ​ຂອງກາ​ນພັດທະນາ​ເສດຖະກິດ​ຂອງ​ຈີນ. ຈີນ​ພວມ​ວາງ​ແຜນ​ລວມ​ໃນ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ຈີນ​ຈະປະຕິ​ບັດ​ຍຸດ​ທະ​ສາດ​ການ​ເປີດ​ປະຕູ​ຢ່າງ​ຕັ້ງໜ້າ​ແລະ​ເປັນເຈົ້າການຫຼາຍກວ່າເກົ່າ, ປັບປຸງບູລະນະລະບົບເສດຖະກິດແບບເປີດປະຕູ ທີ່ຕ່າງຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ດຸນ​ດ່ຽວ​ກັນ​ລະຫວ່າງຫຼາຍ​ຝ່າຍ, ມີ​ຄວາມປອດ​ໄພ​ແລະ​ມີ​ປະສິດທິ​ພາບ​ສູງ.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ເນັ້ນວ່າ: ຈີນ​ແມ່ນ​ໜຶ່ງ​ໃນ​ມະຫາ​ຄອບຄົວ​ອາຊີ​ປາຊີ​ຟິກ. ​ເສດຖະກິດ​ຈີນ​ພັດທະນາ​ຢ່າງ​ປອດ​ໃສ​ແລະ​ຕໍ່​ເນື່ອງ, ຈະສະໜອງໂອກາດຫຼາຍກວ່າ​ເກົ່າ​ໃຫ້​ແກ່​ການ​ພັດທະນາ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ. ຈີນ​ຫວັງ​ວ່າ​ຈະ​ຮ່ວມ​ຈິດ​ຮ່ວມ​ໃຈ​ກັບ​ຄູ່​ຮ່ວມ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ, ຮ່ວມ​ກັນ​ສ້າງອະນາຄົດ​ອັນ​ດີງາມ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ ທີ່​ສາມາດນຳ​ທາງ​ທົ່ວ​ໂລກ, ສ້າງຜົນ​ປະ​ໂຫຍ​ດ​ໃຫ້​ຝ່າຍ​ຕ່າງໆ ​ແລະ ສ້າງ​ຄວາມສຸກ​ໃຫ້​ແກ່​ຮຸ່ນ​ລູກ​ຮຸ່ນຫຼານ.