ທ່ານສີຈິ້ນຜິງພົບປະກັບທ່ານວຼາດີເມຍ ປູຕິນ

(GMT+08:00) 2013-10-08 10:04:16     cri



ຕາມຂ່າວCRI: ວັນທີ7ຕຸລານີ້, ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ, ທ່ານສີຈິ້ນຜິງ,ປະທານປະເທດ ຈີນໄດ້ພົບປະກັບທ່ານ​ບຼາດີ​ເມຍ ປູ​ຕິນ, ປະທານາທິບໍດີຣັດ​ເຊຍ. ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ຄູ່​ປະສານ​ງານຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນຣັດ​ເຊຍ​ແລະ​ບັນຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ​ໃນທ່າມກາງ​ບັນຍາກາດ​ທີ່ສະໜິດສະໜົມ​ແລະ​ມີ​ຄວາມ​ກະ​ຕືລື​ລົ້ນ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ຄັ້ງນີ້​ແມ່ນ​ການ​ພົບ​ປະ​ຄັ້ງ​ທີ5ລະຫວ່າງ​ພວກ​​ເຮົາໃນ​ປີ​2013. ​ເຊິ່ງສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມທີວ່າການ​ພົວພັນ​ລະຫວ່າງ​ຈີນຣັດ​ເຊຍ​ມີ​ລະດັບ​ສູງ​ແລະ​ມີລັກສະນະ​ພິ​ເສດ. ຈີນ​ແລະຣັດ​ເຊຍ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ອັນ​ກວ້າງຂວາງ​ຢູ່​ອາຊີ​ປາຊີ​ຟິກ. ຝ່າຍຈີນ​ຍິນ​ດີ​​ເພີ່ມ​ທະວີ​ການ​ປະສານ​ງານ​ແລະສົມທົບກັບຝ່າຍຣັດ​ເຊຍ, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງສະຖຽນ​ລະ​ພາບແລະ​ການ​ພັດທະນາ​ຄວາມຈະ​ເລີ​ນຮຸ່ງ​ເຮືອງຂອງ​ອາຊີ​ປາຊີ​ຟິກ.

ທ່ານ​ວຼາດີ​ເມຍ​ ປູ​ຕິນກ່າວ​ວ່າ, ປະຈຸ​ບັນ​ນີ້, ການ​ພົວພັນ​ລະຫວ່າງ​ຈີນ​ຣັດ​ເຊ​ຍ​ໄດ້​ພັດທະນາ​ຢ່າງ​ດີງາມ, ຜູ້ນຳ​ສອງ​ຝ່າຍ​ໄດ້​ໄປມາຫາສູ່​ກັນ​ເລື້ອຍໆ, ການ​ຮ່ວມ​ມື​ໃນ​ຂົງ​ເ​ຂດ​ເສດຖະກິດ​ການ​ຄ້າ, ສອງ​ກອງທັບ, ວັດທະນະທຳ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໄດ້​ປະສານ​ງານ​ຢ່າງ​ມີ​ປະ​ສົດ​ທິຜົນ​ໃນ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສຳຄັນ.