ຈີນ​ເຕືອນ​ໃຫ້​ຟີ​ລິບ​ປີນວາງ​ວິທີ​​ເພື່ອ​ແກ້​ໄຂ​ເຫດການຕົວ​ປະກັນ​ຊາວ​ຮົງ​ກົງ​ຢ່າງ​ເໝາະ​ສົມ

(GMT+08:00) 2013-10-08 13:44:58     cri
ຕາມ​ຂ່າວCRI: ວັນ​ທີ7ຕຸລາ​ນີ້, ທ່ານ​ນາງ​ຮວ້າຊຸນ​ຢິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວກ່ຽວ​ກັບ​ເຫດການ​ຕົວ​ປະກັນຊາວຮົງກົງຈີນ​ຂອງ​ນັກຂ່າວ​ວ່າ, ລັດຖະບານ​ຈີນ​ສະໜັບສະໜູນ​ອົງການ​ປົກຄອງ​ເຂດ​ພິ​ເສດຮົງ​ກົງຮັກສາ​ການ​ແລກປ່ຽນ​ແລະ​ປຶກສາ​ຫາລືລັດຖະບານ​ຟີ​ລິບ​ປີນຢ່າງ​ແໜ້ນ​​ແຟ້ນກ່ຽວ​ກັບ​ເລື່ອງນີ້. ຈີນ​ເຕືອນ​ໃຫ້​ລັດຖະບານ​ຟີ​ລິບ​ປີນ​ເອົາ​
​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ຄວາມ​ຮຽກຮ້ອງຕ້ອງການ​ແລະ​ຄວາມ​ສົນ​ໃຈຂອງ​ຄອບຄົວ​ຜູ້​​ເສຍ​ຊີວິດ​ໃນ​ເຫດການ​ຕົວ​ປະກັນ, ນຳ​​ໃຊ້​ມາດ​ຕະການ​ທີ່ມີ​ປະສິດທິ​ຜົນ​ຕົວ​ຈິງ, ວາງ​ວິທີ​ທີ່​ແກ້​ໄຂ​ບັນຫາ​ຢ່າງ​ເໝາະ​ສົມ​ໂດຍ​ໄວ, ຝ່າຍ​ຈີນ​ໄດ້ສະ​ແດງ​ຫຼັກ​ໝັ້ນ​ດັ່ງກ່າວ​ຕໍ່ຝ່າຍຟີ​ລິບ​ປີນ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ທູດ​​ແລ້ວ.