ໄພ​ນໍ້າ​ຖ້ວມ​ຢູ່ກໍາປູ​ເຈຍ​ໄດ້​ເຮັດ​ໃຫ້​ມີ 83 ຄົນ​ເສຍ​ຊີວິດ

(GMT+08:00) 2013-10-08 14:44:26     cri

ວັນ​ທີ 7 ຕຸລາ​ນີ້, ຄະນະກໍາມາ​ການ​ຄຸ້ມ​ຄອງ​ໄພພິບັດ​ແຫ່ງ​ຊາດ​ກໍາ​ປູ​ເຈຍ​ກ່າວ​ວ່າ, ຫລາຍ​ມື້​ມານີ້, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ກໍາປູ​ເຈຍ​ໄດ້​ມີ​ຝົນຕົກ​ໜັກ, ​​ໄດ້​ເກີດໄພ​ນໍ້າ​ຖ້ວມ​​ຢູ່ຫລາຍ​ແຂວງ​ ເຮັດ​ໃຫ້​ມີ 83 ຄົນ​ເສຍ​ຊີວິດ, ປະຊາຊົນ​ 8 ​ແສນ​ຄອບຄົວ​ໄດ້ຮັບ​ຜົນ​ກະທົບ​ຈາກໄພ​ພິ​ບັດ, ​​ເນື້ອ​ທີ່ນາ 1 ​ແສນ 2 ໝື່ນ​ເຮັກ​ຕາຖືກນໍ້າ​ຖ້ວມ ​ແລະ​ມີ​ອາຄານບ້ານ​ເຮືອນ, ​ໂຮງຮຽນ, ວັດຈໍານວນ​ຫລວງຫລາຍ​ຖືກ​ທໍາລາຍ. ລັດຖະບານກໍາປູ​ເຈຍກໍາລັງ​ຊ່ວຍ​ເຫ​ລື​​ອປະຊາຊົນ​ທີ່​ປະສົບ​ໄພໂດຍ​ນໍາ​ໃຊ້​ກອງ​ທັບ, ອົງ​ການ​ກາ​ແດງ​ກໍາປູ​ເຈຍ​ກໍ​ກໍາລັງ​ຂົນ​ສົ່ງ​ສິ່ງ​ຂອງ​ບັນ​ເທົາ​ທຸ​ກໃຫ້​​ປະຊາຊົນ​ທີ່ປະສົບ​ໄພພິບັດ​ໃນ​ຄັ້ງ​ນີ້.

ວັນ​ທີ 6 ຕຸລາ​ນີ້, ທ່ານ​ຮຸນ​ແຊນ, ນາຍົກລັດຖະ​ມົນຕີ​ກໍາປູ​ເຈຍ​ໄດ້​ອອກ​ຖະ​ແຫລ​ງການ​ວ່າ, ຊັບ​ສິນ​ຂອງ​ປະຊາຊົນ​ໄດ້​ຮັບ​ຄວາມ​ເສຍ​ຫາຍຢ່າງ​ຮ້າຍ​ແຮງ​ເນື່ອງ​ຈາ​ກວ່າ​ແມ່​ນໍ້າຂອງ​ໄດ້​​ເກີດ​ມີ​ໄພ​ນໍ້າ​ຖ້ວມ​ຢ່າງ​ຮ້າຍ​ແຮງ, ລັດຖະບານ​ກໍາປູ​ເຈຍ​ໄດ້​ຕົກລົງ​ຈະ​ຍົກ​ເລີກ​ກິດຈະ​ກໍາ​ບຸນນໍ້າ​ທີ່​ຈະ​ຈັດ​ຂຶ້ນ​​ແຕ່​ວັນ​ທີ 16 ຫາ​ວັນ​ທີ 18 ​ພະ​ຈິກ​ປີນີ້.