ພັກກໍາອໍານາດຂອງມຽນມາສະແດງທ່າທີຢ່າງເປັນທາງການວ່າຄັດຄ້ານການຮ່າງລັດຖະທໍາມະນູນສະບັບໃໝ່

(GMT+08:00) 2013-10-08 14:46:54     cri

ວັນ​ທີ 6 ຕຸລາ​ນີ້, ພັກສາ​ມັກ​ຄີ​ແລະ​ການພັດທະນາ​ສະຫະພັນ ຫລື USDP ​ທີ່​ເປັນພັກ​ກໍາອໍານາດ​ຂອງ​ມຽນມາ​ໄດ້​ອອກ​ຖະ​ແຫລງການ​ ​ໂດຍສະ​​ແດງ​ທ່າ​ທີ​ຢ່າງ​ເປັນ​ທາງ​ການ​​ເປັນຄັ້ງ​ທໍາ​ອິດວ່າ​ຄັດຄ້ານການ​ຮ່າງ​ລັດຖະທໍາ​ມະນູນ​ສະບັບໃໝ່.

ຄະນະ​ກໍາມະການ​ດັດ​ແກ້ລັດຖະທໍາ​ມະນູນ​ຂອງ​ພັກ​ດັ່ງກ່າວ​ກ່າວ​ວ່າ, ການ​​ເລີກ​ໃຊ້ລັດຖະທໍາ​ມະນູນສະບັບປີ 2008 ທີ່​ນໍາ​ໃຊ້​​ໃນ​ປັດຈຸບັນ ​ແລ້ວຮ່າງ​ລັດຖະທໍາ​ມະນູນສະບັບໃໝ່ ຈະ​ສ້າງຄວາ​​ມອັນຕະລາຍຢ່າງ​ຫລວງຫລາຍ​ໃຫ້​ແກ່​ລັດແລະ​ປະຊາຊົນ. ພັກສາ​ມັກ​ຄີ​ແລະ​ການພັດທະນາ​ສະຫະພັນຈະ​ສະ​ເໜີ​ຂໍ້​ສະ​ເໜີ​ແລະ​ຫລັກ​ໝັ້ນ​ກ່ຽວ​ກັບ​ການ​ດັດ​ແກ້ລັດຖະທໍາ​ມະນູນຕໍ່​ຄະນະກໍາມະການປະສົມ​ຕີ​ລາຄາ​ລັດ​ຖະທໍາ​ມະນູນ.

​ໃນ​​ເດືອນ​ແລ້ວ​ນີ້, ພັກ​ສັນນິບາດ​​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕມຽນມາ ຫລື NLD ​ທີ່​ນໍາ​ໂດຍ​ທ່ານ​ນາງອອງຊາ​ນຊູ​ຈີ ກ່າວ​ວ່າ, ​​NLD ໄດ້​ປຶກສາ​ຫາລື​ກັບ​ພັກ​ການ​ເມືອງ​ຊົນ​ເຜົ່າສ່ວນ​ໜ້ອຍ​ກ່ຽວ​ກັບ​ບັນຫາ​ລັດຖະທໍາ​ມະນູນ​​ແລ້ວ ​ແຕ່​ວ່າ​ຍັງ​ບໍ່​​ໄດ້ບັນລຸ​ຄວາມ​ເປັນ​ເອກະສັນ​ກັນກ່ຽວ​ກັບ​ການຈະດັດ​ແກ້​ລັດຖະທໍາ​ມະນູນຫລື​​ຮ່າງ​ລັດຖະທໍາ​ມະນູນສະບັບ​ໃໝ່.

ລັດຖະທໍາ​ມະ​ນູນ​ແຫ່ງ​ສາທາລະນະ​ລັດສະຫະພັນ​ມຽນມາ​ທີ່​ນໍາ​ໃຊ້​​ໃນ​ປັດຈຸບັນ​ແມ່ນ​ຖືກ​ຮັບຮອງ​ໂດຍ​ປະຊາ​ມະຕິ​ທົ່ວ​ປະ​ເທດໃນ​ປີ 2008 ​ເຊິ່ງ​ໄດ້​ກໍານົດມາດຖານ​ການດໍາລົງ​ຕໍາ​ແໜ່​ງຂອງ​ຜູ້​ນໍາ​ປະ​ເທດ​ໄວ້​ຢ່າງຈະ​ແຈ້ງ​. ຖ້າ​ວ່າ​ບໍ່​ດັດ​ແກ້ລັດຖະທໍາ​ມະນູນ​, ທ່ານ​ນາງອອງຊາ​ນຊູ​ຈີ​ກໍຈະ​ບໍ່​ມີ​ຄວາມ​ອາດສາມາດ​ເປັນ​ຜູ້​ນໍາ​ປະ​ເທດ​ໄດ້.