ວຽກ​ງານ​ທໍາລາຍ​ອາວຸດ​​ເຄມີຊີຣີສືບຕໍ່ດໍາ​ເນີນ​​ໄປ ຝ່າຍ​ຕໍ່​ຕ້ານ​​ເຫັນ​ດີ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຊີ​​ແນວ​ຄັ້ງ​ທີ 2 ກ່ຽວ​ກັບ​ບັນຫາ​ຊີຣີ

(GMT+08:00) 2013-10-08 17:56:29     cri

ວັນ​ທີ 7 ຕຸລາ​ນີ້, ໜ່ວຍ​ງານ​ຊ່ຽວຊານ​​ເພື່ອກວດກາອາວຸດ​​ເຄມີຊີຣີຂອງ​ອົງການ​ຫ້າມ​ໃຊ້​ອາວຸດ​​ເຄມີ​ໄດ້ສືບຕໍ່ດໍາ​ເນີນວຽກ​ງານ​ທໍາລາຍ​ອາວຸດ​​ເຄມີຢູ່ຊີຣີ. ຂະ​ບວນການ​ໄລຍະ​ທີໜຶ່ງ​ຄືຊີຣີ​​ເປີດເຜີຍ​​ສະຖານ​ທີ່​​ເກັບ​ມ້ຽນອາວຸດ​​ເຄມີ​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ, ປັດຈຸບັນ​ນີ້ໜ່ວຍ​ງານ​ຊ່ຽວຊານ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ທີສອງ​ກໍ​ຄື​​ກວດກາ, ມ້າງ​ ​ແລ​ະທໍາລາຍອາວຸດ​​ເຄມີ​ແລະ​ອຸປະກອນ​ທີ່​ກ່ຽວຂ້ອງ.

ພ້ອມ​ກັນນັ້ນ, ​ຫລັງ​ຈາ​ກທ່ານ​ຈອນ ​ເຄຣີ, ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ແລະ​ທ່ານ​ເຊີ​ເກ ຣາຟ​ໂຣ​​ຟ, ລັດ​ຖະມົນຕີ​ການ​ຕ່າງປະ​ເທດລັດ​ເຊຍ​ໄດ້​ສະ​ແດງ​ຢູ່​ເກາະ​ບາ​ຫລີຂອງ​ອິນ​ໂດ​ເນ​ເຊຍ ​ໃນ​ວັນ​ທີ 7 ຕຸລາ​ນີ້ ວ່າ​ຈະ​ສະໜັບສະໜູນ​ການ​ຊຸກຍູ້​​ໃຫ້​ຈັດ​ກອງ​ປະຊຸມ​ເຊີ​​ແນວ​ຄັ້ງ​ທີ 2 ກ່ຽວ​ກັບ​ບັນຫາຊີຣີ​ໂດຍ​ໄວ​, ຝ່າຍ​ຕໍ່​ຕ້ານທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຊີຣີຕ່າງ​ກໍ່​​ໄດ້ສະ​ແດງ​ວ່າຍິນ​ດີຈະ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຕິພາບ.
ວັນ​ທີ 7 ຕຸລາ​ນີ້, ທ່ານ​ອາ​ຮາມ​ເມັດ ຈາ​ບາ, ຫົວໜ້າ​ສະຫະ​ພັນ​ແຫ່ງ​ຊາດ​ຝ່າຍ​ຕໍ່ຕ້ານ​​ແລະ​ກໍາລັງ​ປະຕິ​ຮູບ​ຊີ​ລີ ທີ່​ເປັນຝ່າຍ​ຕໍ່​ຕ້ານຕົ້ນຕໍຢູ່​ນອກ​ຊີຣີກ່າວ​ວ່າ, ຝ່າຍ​ຕໍ່​ຕ້ານຊີຣີຍິນ​ດີ​ເຂົ້າ​ຮ່ວມ​

ກ​ອງປະຊຸມ​ສາກົນ​ຄັ້ງ​ທີ 2 ກ່ຽວ​ກັບ​ບັນຫາ​ຊີຣີທີ່​ຈະຈັດ​ຂຶ້ນ​ຢູ່ເຊີ​​ແນວ. ວັນ​ທີ 7 ຕຸລາ​ນີ້, ອົງການ​ປະສານ​ງານ​ແຫ່ງ​ຊາດ​ເພື່ອ​ການ​ປະຕິ​ຮູບທາງ​ດ້ານ​ປະຊາທິປະ​ໄຕ ທີ່​ເປັນ​ຝ່າຍ​ຕໍ່ຕ້ານ​ພາຍ​ໃນ​ຊີຣີ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ຢູ່​ນະຄອນຫລວງດາ​ມາສ​ ໂດຍ​ເຜີຍ​​ແຜ່​ວ່າ​ອົງ​ການ​ດັ່ງກ່າວ​ຈະ​ເຂົ້າ​ຮ່ວມ​ການ​​ເຈລະ​ຈາ​ເຊີ​​ແນວ.