ຍີ່​ປຸ່ນ​ກັບ​ອາ​ເມ​ລິ​ກາ​ເລີ່​ມຈັດການ​ຊ້ອມ​ຮົບ​ຮ່ວມ​ຢູ່​​ແຂວງ​ຊີ​ກາ​ເກັນ​ຍີ່​ປຸ່ນ

(GMT+08:00) 2013-10-08 17:57:43     cri

ວັນ​ທີ 8 ຕຸລາ​ນີ້, ກອງ​ປ້​​​ອງກັນ​ຕົນ​ເອງ​ທາງ​ບົກ​ຍີ່ປຸ່ນ​ແລະ​ກອງທັບ​ເຮືອ​ທີ່​ສູ້​ຮົບ​ເທິງບົກ​ອາ​ເມ​ລິ​ກາ​ປະ​ຈໍາ​ຍີ່ປຸ່ນ​ໄດ້​ເລີ່​ມຈັດການ​ຊ້ອມ​ຮົບ​ຮ່ວມຢູ່​ສະໜາມ​ຊ້ອມ​ຮົບ SDF ຂອງ​ນະຄອນ​ຕາ​ກາ​ຊີ​ມາ​ຂອງ​​ແຂວງ​ຊີ​ກາ​ເກັນ​ຍີ່​ປຸ່ນ.

ສື່​ມວນ​ຊົນ​ຍີ່ປຸ່ນ​ລາຍ​ງານ​ວ່າ, ກອງ​ປ້​​​ອງກັນ​ຕົນ​ເອງ​ທາງ​ບົກ​ຍີ່ປຸ່ນ​​ແລະ​ກອງທັບ​ອາ​ເມ​ລິ​ກາ​ປະ​ຈໍາ​ຍີ່ປຸ່ນ​ລວມມີ 230 ຄົນ​ເຂົ້າ​ຮ່ວມ​ການຊ້ອມ​ຮົບຄັ້ງ​ນີ້ ​ແລ​ະການຊ້ອມ​ຮົບຄັ້ງ​ນີ້ຈະ​ດໍາ​ເນີ​ນ​​ໄປ​​ເຖິງ​ວັນ​ທີ 18 ຕຸລາ​ນີ້. ​ຍົນ​ເຮ​ລີກ​ອບ​ແຕ Osprey ທີ່​ມີ​ປີກ​ໝູນວຽນ​ໄດ້ MV-22 ທີ່​ປະ​ຈໍາ​ການ ​ຢູ່​​ແຂວງ​ໂອ​ກີ​ນາວາ​ຍີ່ປຸ່ນ​ກໍ​ຈະ​ເຂົ້າ​ຮ່ວມການຊ້ອມ​ຮົບຄັ້ງ​ນີ້​ໃນ​ວັນ​ທີ 16 ຕຸລາ​ນີ້.

ນີ້​ແມ່ນ​ຄັ້ງ​ທໍາ​ອິດ​ທີ່ເຮືອນ​ບິນ Osprey ​ເຂົ້າ​ຮ່ວມການ​ຊ້ອມ​ຮົບ​ຮ່ວມ​ຍີ່ປຸ່ນ​-ອາ​ເມລິ​ກາ​ທີ່​ຈັດ​ຂຶ້ນ​ຢູ່​ຍີ່ປຸ່ນ. ປະຊາຊົນ​ຂອງນະຄອນ​ຕາ​ກາ​ຊີ​ມາ​ຂອງ​​ແຂວງ​ຊີ​ກາ​ເກັນ​ໄດ້​ຈັດການ​​ໂຮມ​ຊຸມນຸມ​ຫລາຍ​ຄັ້ງ​ເພື່ອ​ຄັດຄ້ານ​ເຮືອນ​ບິນ Osprey ​ເຂົ້າ​ຮ່ວມການ​ຊ້ອມ​ຮົບຢູ່​ທ້ອງ​ຖິ່ນ​ນີ້.