ທ່ານຫວາງອີ້ແລະເລຂາທິການໃຫຍ່ອາຊຽນສົ່ງໂທລະເລກ​ໃຫ້ກັນ ອວຍພອນການ​ສ້າງສາ​ຍພົວພັນ​ຄູ​ຍຸດ​ທະ​ສາດ​​ຈີນ​ອາ​ຊຽນຄົບຮອບ10ປີ

(GMT+08:00) 2013-10-09 10:33:08     cri

ຕາມ​ຂ່າວCRI: ປີ​ນີ້​ແມ່ນ​ການ​ສ້າງ​ພົວພັນ​ຄູ່ຍຸດ​ທະ​ສາດ​ຈີນ​ອາ​ຊຽນຄົບຮອບ10ປີ. ຫວ່າງ​ມໍ່ໆ​ນີ້, ທ່ານ​ຫວາງ​ອີ້, ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ແລະ​ທ່ານ​ເລ​ເລືອ​ງມິນ, ​ເລຂາທິການ​ໃຫຍ່​ອາ​ຊຽນ​ໄດ້​ສົ່ງ​ໂທລະ​ເລກ​​ໃຫ້​ກັນ​ອວຍພອນການ​ສ້າງສາ​ຍພົວພັນ​ຄູ່​ຍຸດ​ທະ​ສາດ​ຈີນອາຊຽນຄົບຮອບ10ປີ.

ທ່ານ​ຫວາງ​ອີ້​ກ່າວ​ໃນ​ໂທລະ​ເລກ​ອວຍພອນ​ວ່າ, ​ໃນ10ປີ​ທີ່​ຜ່ານ​ມາ, ຈີນ​ກັບ​ອາ​ຊຽນ​ເຄົາລົບ​​ເຊິ່ງກັນ​ແລະ​ກັນ, ປະຕິບັດ​ຕໍ່ກັນ​ຢ່າງ​ສະ​ເໝີ​ພາບ, ມີ​ໄມຕີ​ຈິດມິດຕະພາບ​ຖານ​ບ້ານ​​ໃກ້​ເຮືອນ​ຄຽງ, ນຳ​ໃຊ້​ໂອກາດ​ດ້ານການ​ພັດທະນາຮ່ວມ​ກັນ, ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ໄດ້​ຮັບຜົນ​ສຳເລັດອັນ​ອຸດົມສົມບູນ, ​ໄດ້​ສ້າງ "ທົດສະວັດຄຳ" ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ. ລັດຖະບານ​ຈີນຊຸດ​ໃໝ່​ເອົາ​ໃ​ຈ​ໃສ່​​ອາ​ຊຽນ​ໃນ​ລະດັບ​ສູງ, ຍຶດໝັ້ນຖື​ອາຊຽນ​ເປັນ​ທິດ​​ບູລິ​ມະ​ສິດ​​ແຫ່ງ​ການ​ຕ່າງປະ​ເທດ​ຕໍ່​ປະ​ເທດອ້ອມ​ຂ້າງ​ຂອງ​ຈີນ, ຍຶດໝັ້ນ​ປັບປຸງ​ແລະ​ລົງ​ເລິກ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ກັບ​ອາ​ຊຽນ. ຈີນ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັນ​ກັບ​ອາ​ຊຽນ, ຊຸກຍູ້​ໃຫ້ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ອາ​ຊຽນ​ແລະ​ການ​ຮ່ວມ​ມື​ຂອງ​ອາຊີ​ຕາ​ເວັນ​ອອກ​ພັດທະນາ​ລົງ​ສູ່​ລວງ​ເລິກ​ຢ່າງຮອບດ້ານ.


ທ່ານ​ເລ​ເລືອ​ງມິນ​ກ່າວ​ໃນ​ໂທລະ​ເລກ​ອວຍພອນ​ວ່າ, ນັບ​ແຕ່​ປີ2003​ເປັນ​ຕົ້ນ​ມາ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ-ອາ​ຊຽນ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໄດ້​ບຸກ​ເບີກ​ເຂົ້າຂົງ​ເຂດ​ຢ່າ​ວກວ້າງຂວາງ​ຕ່າງໆຄືຂົງ​ເຂດ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ສັງຄົມ​.ຄຽງ​ຄູ່​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່, ອາ​ຊຽນກັບ​ຈີນ​ຕ້ອງ​ຊອກ​ຫາ​ຮູບ​ການ​ໃໝ່​ແລະຍືນຍົງ​ໄດ້​ເພື່ອ​ເພີ່ມ​ທະວີ​ແລະລົງ​ເລິກ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຕື່ມ​ອີກ. ອາ​ຊຽນຫວັງ​​ຮ່ວມ​ມືກັບ​ຈີນຢ່າງ​ແໜ້ນ​ແ​ຟ້ນ, ​ຊຸກຍູ້​ໃຫ້​ພາກ​ພື້ນ​ນີ້​ມີ​ສັນຕິພາບ, ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.