ຜູ້​ຊ່ຽວຊານ​ບັນ​ລະ​ຍາຍການ​ໄຂ​ຊ່ອງ​ຄວາມ​ຄິດ​ຂອງ"ທົດ​ສະ​ວັດ​ຄຳ" ຕໍ່ "ທົດ​ສະ​ວັດ​ເພັດ​ມະນີ" ຂອງ​ການ​ພົວພັນ​​ຈີນ​ອາ​ຊຽນ

(GMT+08:00) 2013-10-09 14:37:54     cri

ຕາມ​ຂ່າວCRI: ວັນ​ທີ9ຕຸລາ​ນີ້, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນເລີ່​ມ​ຢ້ຽມຢາມ3ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ແລະ​ເຂົ້າ​ຮ່ວມບັນດາ​ກອງ​ປະຊຸມສຸດ ຍອດອາຊີ​ຕາ​ເວັນ​ອອກ​ທີ່​​ຈັດ​ຂື້ນ​ຢູ່​ບຼູ​ໄນ. ​ໃນ​ງານ​ວາງສະ​ແດງສິນຄ້າ​ຈີນ-ອາ​ຊຽນທີ່​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ແລ້ວ​ນີ້, ທ່ານ​ຫຼີ​ເຄີ້ສຽງ​ໄດ້​ສະ​ເໜີ​ວ່າ​ຈີນ​ກັບ​ອາຊຽນມີ​ຄວາມ​ສາມາດ , ສ້າງ "ທົດ​ສະ​ວັດ​ເພັດ​ມະນີ"ຕື່ມອີກ, ​ບົນ​ພື້ນຖານ​ທີ່​ໄດ້​ສ້າງ "ທົດ​ສະ​ວັດ​ຄຳສຳເລັດ"​ນີ້ໄດ້​ສະ​ແດງໃຫ້ເຫັນ​ຄວາມຄອງ​ຄອຍ​ຕໍ່​ການ​ພົວພັນ​ຈີນ​​ອາ​ຊຽນ.

ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຈ່າງ​ຢຸນລີງ, ນັກ​ຄົ້ນຄວ້າ​ທັງ​ເປັນອະດີດ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​ປາຊີ​ຟິກຂອງ​ສະ​ພາບັນດິດ​ວິທະຍາສັງຄົມຈີນ​ກ່າວ​ວ່າ,  "ທົດ​ສະ​ວັດ​ຄຳ" ທີ່​ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນກ່າວເຖິງນັ້ນ​ແມ່ນ​ການວາດພາບຈີນກັບອາຊຽນໄດ້ເພີ່ມ​ທະວີ​ການ​ຮ່ວມ​ມື, ແລະ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ​​ໃນ10ປີ​ທີ່​ຜ່ານ​, "ທົດ​ສະ​ວັດ​ເພັດ​ມະນີ"​ແມ່ນ​ການຍົກລະດັບຕື່ມອີກ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.

​​ຫວນ​ຄືນ "ທົດ​ສະ​ວັດ​ຄຳ", ຈີນ​ກັບ​ອາ​ຊຽນ​ໄດ້​ຮັບ​ຜົນສຳເລັດດ້ານ​ການ​ຮ່ວມ​ມືຕ່າງໆ, ກ່ຽວ​ກັບ​​ບັນຫານີ້, ທ່ານ​ຊຸ​ຊີງ, ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ບັນຫາ​ສາກົນ​ຈີນ​ເຫັນ​ວ່າ, ຈີນ​ກັບ​ອາ​ຊຽນສ້າ​ງການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ມີ​ຄວາມ​ສຳຄັນ​ຫຼາຍ, ທ່າແຮງຂອງ​ສອງ​ຝ່າຍກໍ່​ໄດ້ຊຸກຍູ້​ການ​ຮ່ວມ​ມືເຊິ່ງກັນແລະກັນ.

ກ່ຽວ​ກັບ​ການ​ພັດທະນາ​ໃນ​ອະນາ​ຄົດ, ທ່ນຫວາງ​ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເຄີຍ​ກ່າວ​ຢ່າງ​ເປີດ​ເຜີຍ​ວ່າ, ລັດຖະບານ​ຈີນຊຸດ​ໃໝ່​ຍິນ​ດີ​ຖື​ອາຊຽນ​ໃນ​ຖານະ​ສຳຄັນ​ທີ່​ສຸດ​ດ້ານ​ການ​ຕ່າງປະ​ເທດ​ອ້ອມ​ຂ້າງ. ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ, ອາ​ຊຽນມີ​ຄວາມ​ສຳຄັນ​ຕໍ່​ຈີນ.

​ໃນ​ເວລາ​​ທີ່​ຄົນທັງຫຼາຍ​ເອົາ​ໃຈ​ໃສ່ນຳ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ, ບັນຫາ​ທະ​ເລ​ຈີນ​ໃຕ້​ກໍ່​​ແມ່ນ​ປັດ​ໄຈ​ທີ່ເບິ່ງຂ້າມບໍ່ໄດ້. ກ່ຽວ​ກັບ​ບັນຫານີ້, ທ່ານ​ຊູ​ຊີງ​ເຫັນ​ວ່າ, ກໍຍ້ອນ​ວ່າ​ໃນ1​0ປີຜ່ານມາ​ຈີນ​ກັບບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ແກ້​ໄຂ​ຄວາມ​ຂັດ​ແຍ່ງກ່ຽວກັບ​ທະ​ເລ​ຈີນ​ໃຕ້​ຢ່າງ​ເໝາະ​ສົມ, ​ຈຶ່ງ​ເຮັດ​ໃຫ້ "ທົດ​ສະ​ວັດ​ຄໍາ" ປະກົດຜົນ​ເປັນ​ຈິງ. ມຸ່ງ​ໜ້າ​ສູ່​ອະນາຄົດ, ການ​ສ້າງສາ "ທົດ​ສະ​ວັດ​ເພັດ​ມະນີ ""ກໍ​ຕ້ອງ​ມີ​ການ​ຄວບຄຸມ​ຢ່າງ​ມີ​ປະສິດທິ​ຜົນ​ຕໍ່​ຄວາມ​​ເຫັນທີ່​ຂັດ​ກັນ.