ສະພາບ​ສະຖານ​ທີ່ກັກ​ຂັງກໍາມະກອນ​ຈີນ​ຢູ່​ຟີ​ລິບ​ປິນ​ໄດ້ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ

(GMT+08:00) 2013-10-09 10:23:13     cri

​ວັນ​ທີ 8 ຕຸລາ​ນີ້, ສະຖານທູດ​ຈີນ​ປະ​ຈໍາຟີ​ລິບ​ປິນ​ແຈ້ງ​ວ່າ, ​ຜ່ານ​ການ​​ເຮັດ​ວຽກ​ງານ​ຂອງສະຖານທູດ​ຈີນ​ປະ​ຈໍາຟີ​ລິບ​ປິນ, ກໍາມະກອນ​ຈີນຈໍານວນ 135 ຄົນ​ທີ່​ຖືກຟີ​ລິບ​ປິນກັກຂັງໄດ້​ຖືກ​ສົ່ງ​ໄປສະຖານ​ທີ່ກັກ​ຂັງທີ່​ມີ​ສະພາບດີກວ່າເກົ່າ. ສະຖານທູດ​ຈີນ​ປະ​ຈໍາຟີ​ລິບ​ປິນກໍາລັງທໍາຄວາມພະຍາຍາມເພື່ອແກ້ໄຂເຫດການກັກ​ຂັງຄັ້ງນີ້.

ວັນທີ 4 ຕຸລານີ້, ກົມກວດຄົນເຂົ້າເມືອງຟີ​ລິບ​ປິນໄດ້ຈັບກໍາມະກອນ​ຈີນ 138 ຄົນຢູ່ສະຖານທີ່ກໍ່ສ້າງໂຮງໄຟຟ້າແຫ່ງໜຶ່ງຢູ່ແຂວງບາຕັນກາສ ພາກເໜືອ​ຟີ​ລິບ​ປິນ ຫລັງ​ຈາກ​ນັ້ນ​ໄດ້ປ່ອຍ​ຜູ້​ມີ​ໜັງສື​ຄົບ​ຖ້ວນ 3 ຄົນ.