ການ​ກ່າວ​ປາຖະກະຖາ​​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຜູ້​ນໍາ​​ອຸດສາຫະກໍາ​ການ​ຄ້າ​ອົງການ​​ເອເປັກ​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ໄດ້ຮັບ​ການ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ

(GMT+08:00) 2013-10-09 14:22:19     cri

ວັນ​ທີ 7 ຕຸລາ​ນີ້, ​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຜູ້​ນໍາ​​ອຸດສາຫະກໍາ​ການ​ຄ້າ​ອົງການ​​ເອເປັກ, ທ່ານສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ກ່າວປາຖະກະຖາສໍາຄັນ​ທີ່​ມີ​ຫົວ​ຂໍ້​ວ່າ ລົງ​ເລິ​ກ​ປະຕິ​ຮູບ​ແລະ​​ເປີດ​ປະຕູ​ສູ່​ພາຍ​ນອກ ຮ່ວມ​ກັນ​ສ້າງ​ອະນາຄົດ​ອັນ​ດີງາມ​ຂອງ​ອາຊີ​ປາຊິ​ຟິກ, ຜູ້​ຮ່ວມ​ປະຊຸມຕ່າງ​ກໍ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການກ່າວ​ປາຖະກະຖາຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ.

ທ່ານ​ອີ​ເອຟົນ​ໂສ ກົວ​ຈາ​ໂດ ວິລາ​ແຣນ, ລັດ​ຖະມົນຕີ​ວ່າ​ການ​ກະຊວງ​​ເສດ​ຖະກິດ​ແມັກ​ຊິກ​ກ່າວ​ວ່າ, ​ເບິ່ງ​ໃນ​ແງ່​ຂອງແມັກ​ຊິກ​, ຈີນ​ໄດ້​ເປັນ​ຕົວ​ສະ​ແດງທີ່​ສໍາຄັນ​ບົນເວ​ທີໂລກ, ​ເສດຖະກິດ​ຈີນ​ແຂງ​ແຮງ​ຫລາຍ. ຕໍ່​ບັນຫາ​ການຫລຸ​ດຄວາມ​ໄວ​ການ​ຂະຫຍາຍຕົວ​ຂອງ​ເສດ​ຖະກິດ​ຈີນ​ທີ່​ປະທານ​ສີ​ຈິ້ນ​ຜິ​ງ​ໄດ້​ກ່າວ​ເຖິງ​ໃນການ​ກ່າວ​ປາຖະກະຖາຄັ້ງ​ນີ້, ທ່ານ​ກ່າວ​ວ່າ, ​​ເສດຖະກິດ​ຈີນ​ຍັງ​ຮັກສາ​​​ອັດຕາ​ເຕີບ​ໂຕ​ທີ່​ສູງ​ສົມຄວນ, ນີ້​ມີ​ຄວາມ​ໝາຍ​ອັນ​ສໍາຄັນ​ຕໍ່​ການ​ພັດ​ທະນາ​ຂອງ​ອົງ​ກອນ​ເສດຖະກິດ​ອື່ນໆ​ໃນ​ໂລກ.

ທ່ານ​ຮາ​ຕາ, ລັດ​ຖະມົນຕີ​ວ່າ​ການ​ກະຊວງ​​ການວາງ​ແຜນ​ເປັນ​​ເອກະ​ພາບກ່າວ​ວ່າ, ຈີນ​ເປັນ​​ອົງ​ກອນ​​ເສດຖະກິດ​ໃຫຍ່​ອັນ​ດັບທີສອງ​ໃນ​ໂລກ ​ແລະ​ເປັນ​ຕົວ​ສະ​ແດງທີ່​ສໍາຄັນ​ໃນ​ພາກພື້ນ​ນີ້. ປັດຈຸບັນ​ອິນ​ໂດ​ເນ​ເຊຍ-ຈີນ​ໄດ້​ຍົກ​ລະດັບ​ເປັນ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຮອບດ້ານ ​ແລະ​ຈະ​ເຮັດ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຫລາຍ​ກວ່າ​ເກົ່າ.