IMF ປັບ​ຫລຸດ​ການ​ຄາດ​ຄະ​ເນຕໍ່ຄວາມ​ໄວ​ການ​​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ

(GMT+08:00) 2013-10-09 16:23:27     cri

ວັນ​ທີ 8 ຕຸລາ​ນີ້, ​ໃນ​ບົດ​ລາຍ​ງານສະພາບ​ເສດຖະກິດ​ຂອງ​ໂລກ ສະບັບ​ຫລ້າ​ສຸດ, ​​ອົງການ​ກອງ​ທຶນ​ການເງິນ​ສາກົນ​ ຫລື IMF ​ໄດ້ປັບ​ຫລຸດ​ການ​ຄາດ​ຄະ​ເນຕໍ່ຄວາມ​ໄວ​ການ​​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ໃນ​ປີ​ນີ້​ແລະ​ປີໜ້າລົງ ​ແລະ​ກ່າວ​ເຕືອນ​ວ່າ, ​ການ​​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກຍັງ​ມີຄວາມ​ໄວຕໍ່າ​ແລະ​ຈະ​ສືບຕໍ່​ມີຄວາມ​ສ່ຽງ​ໄພ​ດ້ານ​ການ​ພັດທະນາ​ຈະ​ຕໍ່າລົງ

ບົດ​ລາຍ​ງານ​ຄາດ​ວ່າ, ​ເສດຖະກິດ​​​ໂລກ​ໃນ​ປີ​ນີ້​ຈະ​ເພີ່ມ​ຂຶ້ນ 2.9% ຖ້າ​ທ່ຽບກັບ​ການ​ຄາດ​ຄະ​ເນ​ໃນ​ເດືອນ​ກໍລະກົດນີ້​ໄດ້​ປັບ​ຫລຸດລົງ 0.3% ​ແລະ​ປີໜ້າ​ຈະ​ເພີ່ມ​ຂຶ້ນ 3.6% ຖ້າ​ທ່ຽບກັບ​ການ​ຄາດ​ຄະ​ເນ​ໃນ​ເດືອນ​​ກໍລະກົດນີ້​ໄດ້​ປັບ​ຫລຸດ 0.2%. ​​ອົງ​ກອນ​ເສດຖະກິດ​ທີ່ເກີດ​ຂຶ້ນ​ໃໝ່ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ 4.5% ​ແລະອົງ​ກອນ​ເສດຖະກິດທີ່​ກໍາລັງ​ພັດທະນາ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ 5.1%. ​ໃນ​ນັ້ນ​ເສດ​ຖະກິດ​ຈີນ​ຄາດວ່າ​ຈະ​​ເພີ່ມ​ຂຶ້ນ 7.6% ​ໃນ​ປີ​ນີ້ ຖ້າ​ທ່ຽບກັບ​ການ​ຄາດ​ຄະ​ເນ​ໃນ​ເດືອນ​​ກໍລະກົດຜ່ານ​ມາ​ໄດ້​ປັບ​ຫລຸດລົງ 0.2% ແລະຈະ​​ເພີ່ມ​ຂຶ້ນ 7.3% ​ໃນ​ປີໜ້າ ຖ້າ​ທ່ຽບກັບ​ການ​ຄາດ​ຄະ​ເນ​ໃນ​ເດືອນ​​​ກໍລະກົດປີນີ້​ໄດ້​ປັບ​ຫລຸດລົງ 0.4%.

ບົດ​ລາຍ​ງານ​ຊີ້​ອອກ​ວ່າ, ອົງ​ກອນ​​ເສ​ດ​ຖະກິດທີ່​ພັດທະນາ​ແລ້ວ​ນັບ​ມື້​ນັບເຂັ້ມ​ແຂງ​ຂຶ້ນ, ​ແຕ່​ວ່າອົງ​ກອນ​ເສດຖະກິດ​ທີ່ເກີດ​ຂຶ້ນ​ໃໝ່ກໍາລັງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ສອງ​ຢ່າງ​ຄື​ຄວາມ​ໄວ​ຂອງ​ການເຕີບ​ໂຕ​ຕໍ່າລົງ​ແລະ​ຕະຫລາດ​ການ​ທະນາຄານ​ກໍແຄ​ບລົງ.