ນາຍົກລັດຖະມົນຕີ​ຈີນ​ເດີນທາງ​ໄປ​ເຖິງ​ນະຄອນຫລວງ​ບັນດາ​ສີຣິ​ ເບ​ກາ​ວັນ​ແລະ​ເລີ່​ມຢ້ຽມຢາມ​ບຣູ​ໄນ

(GMT+08:00) 2013-10-09 16:27:38     cri

​ໂດຍ​ຕອບ​ສະໜອງ​ຕາມ​ຄໍາ​ເຊີນ​ຂອງ​ສົມ​ເດັດ​ຮາ​ຊານ​ນານ ​ໂບນ​ເກ​ຍ, ປະມຸກຂອງບຣູ​ໄນ ດາຣູຊາ​ລາມທີ່​ເປັນ​ປະ​ເທດ​ປະທານໝູນວຽນ​ອາຊຽນ, ຕອນ​ບ່າຍວັນ​ທີ 9 ຕຸລາ​ນີ້, ທ່ານ​ຫລີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ ​ໄດ້​ເດີນທາງ​ໄປ​ເຖິງ​ນະຄອນຫລວງ​ບັນດາ​ສີຣິ ​ເບ​ກາ​ວັນ​​ໂດຍ​ເຮືອບິນ​ພິ​ເສດ​ ​ເພື່ອ​ເລີ່​ມຢ້ຽ​ມຢາມບຣູ​ໄນ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມຕ່າງໆ​ຜູ້​ນໍາ​ອາຊີ​ຕາ​ເວັນ​ອອກ.

ນີ້​ແມ່ນ​ຄັ້ງ​ທໍາ​ອິດ​ທີ່​ທ່ານ​ນາຍົກລັດຖະມົນຕີຫລີ​ເຄີ້ສຽງ​ໄປ​ຢ້ຽມຢາມ ບຣູ​ໄນ, ສົມ​ເດັດ​ບີຣາ, ​ເຈົ້າ​ຊາຍບຣູ​ໄນ ດາຣູຊາ​ລາມ​ໄດ້​ຈັດພິທີ​ຕ້ອນຮັບ​ທ່ານ​ຫລີ​ເຄີ້ສຽງ​ຢູ່​ສະໜາມ​ບິນ. ​ໃນ​ໄລຍະ​ຢ້ຽມຢາມບຣູ​ໄນ, ທ່ານ​ຫລີ​ເຄີ້ສຽງຈະ​ເຂົ້າ​ຮ່ວມ​ກອງ​ປະຊຸ​​ມຜູ້​ນໍາ​ອາຊຽນ-ຈີນ ຫລື (10+1) ຄັ້ງ​ທີ 16, ກອງ​ປະຊຸ​ມຜູ້​ນໍາອາຊຽນ, ​ຈີນ ຍີ່ປຸ່ນ​ແລະ​​ເກົາຫລີ ຫລື (10+​3) ຄັ້ງ​ທີ 16 ​ແລະ​ກອງ​ປະຊຸ​ມສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 8 ​ທັງຈະຈັດການ​​ເຈລະຈາ​ກັບສົມ​ເດັດ​ຮາ​ຊານ​ນານ​ ໂບນ​ເກ​ຍ ປະມຸກ​ຂອງບຣູ​ໄນ ດາຣູຊາ​ລາມ ແລະພົບ​ປະ​ກັບ​ພະ​ບໍຣົມວົງສາ​ນຸວົງ​ຂອງບຣູ​ໄນ. ຈີນ​ກັບບຣູ​ໄນຍັງ​ຈະ​ອອກ​ຖະ​ແຫລ​ງການ​ຮ່ວມ.