ນາຍົກ​ຈີນ​ເດີນທາງ​ໄປ​ຢ້ຽມຢາມ​ສາມ​ປະ​ເທດ​ອາຊຽນ

(GMT+08:00) 2013-10-09 11:01:22     cri
ຕາມ​ຂ່າວ CRI: ຕອນ​ເຊົ້າວັນ​ທີ 9 ​ເດືອນ​ນີ້, ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີຈີນ​ໄດ້​ເດີນທາງ​ອອກ​ຈາກ​ປັກ​ກິ່ງ​ໄປ​ບຣູ​ໄນ, ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຕ່າງໆ​ຂອງ​ອາຊີ​ຕາ​ເວັນ​ອອກ, ​ແລະ​ຈະ​ຢ້ຽມຢາມ​ບຣູ​ໄນ, ​ໄທ​ແລະ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ.

ນີ້​ແມ່ນ​ທ່ານ​ຫຼີ​ເຄີ້ຊຽງ​ໄປ​ຢ້​ຽມຢາມ​ຕ່າງປະ​ເທດ​ເປັນຄັ້ງທີ 2 ພາຍ​ໃນ​ປີນີ້, ກໍ​ແມ່ນ​ເທື່ອ​ທຳ​ອິດ​ທີ່​ທ່ານ​ໄປ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຕ່າງໆ​ຂອງ​ອາຊີ​ຕາ​ເວັນ​ອອກ​ພາຍຫຼັງ​ທ່ານ​ໄດ້​ຂຶ້ນ​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີຂອງຈີນ​ແລ້ວ, ກອງ​ປະຊຸມ​ສຸດ​ຍອດ​ທີ່​ທ່ານ​ຈະ​​ໄປ​ເຂົ້າຮ່ວມ​ນັ້ນມີ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-​ອາ​ຊຽນຄັ້ງທີ 16, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນກັບ​ຈີນ,ຍີ່ປຸ່ນ​ແລະ​ສາທາລະນະ​ລັດ​ເກົາຫຼີ​ຄັ້ງທີ 16 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງທີ 8.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ໃນ​ໄລຍະ​ເຂົ້າຮ່ວມ​ກອງ​ປະຊຸມຕ່າງໆ, ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີຈີນຈະ​ບັນຍາຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ລັດຖະບານ​ຊຸດ​ໃໝ່​ຂອງ​ຈີນ​ທີ່​ຈະ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ອາ​ຊຽນ, ​ແລະ​ຈະ​ຮ່ວມ​ກັບ​ຜູ້ນຳ​ຂອງອາ​ຊຽນວາງ​ແຜນການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ອະນາຄົດ, ກໍ່ສ້າງ"ທົດ​ສະ​ວັດ​ເພັດມະນີ", ພ້ອມ​ທັງ​ບັນຍາຍ​ຈຸດ​ຢືນ​ແລະ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍໃນ​ຂົງ​ເຂດ​ຕ່າງໆ, ​ເ​ປັນ​ຕົ້ນ​ແມ່ນ: ຄວາມ​ປອດ​ໄພ​ດ້ານ​ການ​ເມືອງ, ​ເສດຖະກິດ​ການ​ຄ້າ, ການ​ເຊື່ອມ​ຈອດ​ກັນ, ການ​ຮ່ວມ​ມື​ທາງ​ທະ​ເລ, ວັດທະນະທຳ​ແລະ​ອື່ນໆ.

ການ​ຢ້ຽມຢາມ​ບຣູ​ໄນ,​ໄທ​ແລະ​ຫວຽດນາມ​ຈະ​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຜູ້ນຳ​ລັດຖະບານ​ຊຸດ​ໃໝ່​ຂອງ​ຈີນ​ໄປ​ຢ້ຽມຢາມ​ສາມ​ປະ​ເທດ​ດັ່ງກ່າວ. ​ໃນ​ໄລຍະ​ຢ້ຽມຢາມ ທ່ານ​ຫຼີ​ເຄີ້ຊຽງ​ຈະ​ພົບ​ປະ​ກັບ​ບຸກຄົນ​ສຳຄັນ​ດ້ານ​ການ​ເມືອງ​ຂອງ​ສາມ​ປະ​ເທດ​ດັ່ງກ່າວ​ແລະ​ຈະ​ເຂົ້າຮ່ວມ​ກິດຈະກຳ​ຕ່າງໆ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ​ການ​ຄ້າ​ແລະ​ວັດທະນະທຳ.