ເຮືອ​ດຳ​ນ້ຳ​ທີ່ບໍ່ມີ​ຄົນຂັບ​ແລະ​ບໍ່​ມີ​ສາຍ​ກາບໃນ​ທະ​ເລ​ເລິກ 6000 ​ແມັດ​ຂອງ​ຈີນ​ຈະ​ດຳ​ເນີນ​ການທົດ​ລອງນຳ​ໃຊ້​​ເປັນຄັ້ງທຳ​ອິດ

(GMT+08:00) 2013-10-09 15:27:41     cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 8 ຕຸລາ​ນີ້ ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ: ​ວັນ​ທີ 9 ຕຸລາ​ນີ້​ຕາມ​ເວລາ​ທ້ອງຖິ່ນ, ກຳ​ປັ່ນ​ສຳ​ຫຼວດວິທະຍາສາດ"ທະ​ເລ​ເລກ 6 "ຂອງ​ຈີນ​ໄດ້​ອອກ​ຈາກ​ທ່າ​ກຳ​ປັ່ນ​ໂຮ​ໂນ​ລູລູ, ​ແລະ​​ເດີນ​ທາງໄປ​ສູ່​ເຂດ​ທົດ​ລອງ​ຢູ່​ມະຫາ​ສະໝຸດ​ປາ​ຊີ​ຟິກຕາ​ເວັນ​ອອກ ​ເພື່ອ​ປະຕິບັດ​ໜ້າ​ທີ່​ສຳ​ຫຼວດວິທະຍາສາດ​ໄລຍະ​ທີ​ສາມ​ໃນ​ການ​ເດີນ​ເຮືອ​ຄັ້ງທີ 29 ຂອງ​ຈີນ, ​ເຊິ່ງ​ໃນ​ໄລຍະ​ເດີນທາງ​ນີ້, ຈີນ​ຈະ​ດຳ​ເນີນ​ການ​ທົດ​ລອງ​ນຳ​ໃຊ້ຄັ້ງທຳ​ອິດ​ຕໍ່​ເຮືອ​ດຳ​ນ້ຳ"ຊຽນລົງ​ເລກ 1" ​ເຊິ່ງ​ເປັນ​ເຮືອ​ດຳ​ນ້ຳ​ທີ່​ບໍ່​ມີຄົນຂັບ​ແລະ​ບໍ່​ມີ​ສາຍ​ກາບ​ໃນ​ທະ​ເລ​ເລິກ 6000 ​ແມັດ​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອງ.

ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ນີ້​ເປັນການ​ທົດ​ລອງນຳ​ໃຊ້​​ອຸປະກອນ​​ເຕັກນິກ​ສູງ​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອງ​ອີກ​ເຄື່ອງ​ໜຶ່ງ​ໃນ​ທະ​ເລ​ເລິກ​ເຊິ່ງຖັດຈາກ​ເຮືອ​ດຳ​ນ້ຳ​ທີ່​ມີ​ຄົນຂັບ​ທີ່​ມີ​ຊື່ວ່າ"ຈ່ຽວລົງ"​ແລະ​ເຮືອດຳ​ນ້ຳ​ບໍ່​ມີ​ຄົນຂັບ​ແລະ​ມີ​ສາຍ​ກາບ​ທີ່​ຊື່ວ່າ"​ໄຫ​ລົງ", ​ເປັນ​ສັນຍະລັກ​ອັນ​ສຳຄັນ​ໃຫ້​ແກ່​ການ​ພັດທະນາ​ເຕັກນິກ​ທະ​ເລ​ເລິກ​ຂອງ​ຈີນ.