ວຽກງານກະກຽມຕ່າງໆຂອງກອງປະຊຸມAPECປັກກິ່ງ2014ເລີ່ມດຳ​ເນີນຢ່າງຮອບດ້ານ

(GMT+08:00) 2013-10-10 11:22:35     cri
ຕາມຂ່າວCRI:ວັນທີ9ຕຸລານີ້, ທ່ານນາງຮວ້າຊຸນອິງ, ໂຄສົກກະຊວງການຕ່າງປະເທດຈີນກ່າວ​ວ່າ, ລັດຖະບານ​ຈີນ​​ເອົາ​ໃຈ​​ໃສ່ໃນ​ລະດັບ​ສູງ​ຕໍ່​​ກອງ​ປະຊຸມ​ສຸດ​ຍອດເອ​ເປັກ​ປີ2014​, ປະຈຸ​ບັນ​ນີ້​ວຽກ​ງານ​ກະກຽມ​ຕ່າງໆ​​ເລີ່​ມດຳ​ເນີນຢ່າງຮອບດ້ານ​ແລ້ວ.

ທ່ານ​ນາງ​ຮວ້າຊຸນ​ອິງ​ກ່າວ​ໃນ​ກອງ​ປະຊຸມ​ຂ່າ​ວ​ໃນ​ມື້​ດຽວ​ກັນ​ວ່າ, ນະຄອນຫຼວງ​ປັກ​ກິ່ງ​ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​​ເອ​ເປັກຄັ້ງ​ທີ22​ໃນ​ປີ2014. ​ເຊິ່ງຈະ​​ແມ່ນ​ຈີນ​ເປັນ​ເຈົ້າພາບ​ພາຍຫຼັງ​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເປັກຢູ່​ນະຄອນ​ຊຽງ​ໄຮ​ໃນ​ປີ2001​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເປັກ​ອີກ​ຄັ້ງ​ໜຶ່ງ. ລັດຖະບານ​ຈີນ​ໄດ້​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງຕໍ່ກອງ​ປະຊຸມ​ເລື່ອງ​ນີ້, ຫວັງ​ໃຫ້​ຖື​​ກອງ​ປະຊຸມ​ນີ້​ເປັນ​​ໂອກາດ​ທີ່​ລົງ​ເລິກ​ການ​ຮ່ວມ​ມື​ລະຫວ່າງ​ອົງ​ກອນ​ເສດຖະກິດ​ຕ່າງໆ​ຢູ່​ອາຊີ​ປາຊີ​ຟິກ, ສ້າງ​ການ​ພົວພັນ​ຄູ່​​ແໜ້ນ​ແຟ້ນກວ່າ​ເກົ່າທີ່​ມຸ່ງ​ໜ້າ​ສູ່​ອະນາຄົດ​, ຮ່ວມ​ກັນ​ວາງ​ແຜນ​ພັດທະນາ​ຍາວ​​ໄກ​ຂອງ​ອາຊີ​ປາຊີ​ຟິກ.