ນາຍົກລັດຖະມົນຕີຈີນພົບ​ປະ​ກັບ​ປະທານາທິບໍດີ​ມຽນມາ, ນາຍົກລັດຖະມົນຕີມາ​ເລ​ເຊຍ, ນາຍົກລັດ​ຖະມົນຕີ​ອົສຕຼາລີ​ແລະ​ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ

(GMT+08:00) 2013-10-10 14:22:47     cri

ຕອນ​ບ່າຍ​ວັນ​ທີ 9 ຕຸລາ​ນີ້, ທ່ານ​ຫລີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ອູ ​ເທັນ ​ເຊັນ, ​ປະທານາທິບໍດີ​ມຽນມາ, ທ່ານ​ນາ​ຈີ​ບ ຕູນ ຣາຊັກ, ນາຍົກລັດຖະມົນຕີມາ​ເລ​ເຊຍ, ທ່ານ​ໂຕ​ນີ ອາ​​ໂບທ໌, ນາຍົກລັດ​ຖະມົນຕີ​ອົສຕຼາລີ ​ແລະ​ທ່ານ​ຈອນ ​ເຄລີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດອາ​ເມ​ລິ​ກາ ຢູ່​ນະຄອນຫລວງ​ບັນ​ດາ​ສິຣິ​ເບ​ກາ​ວັນ ບຣູ​ໄນ ດາຣູຊາ​ລາມ.

ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ອູ ​ເທັນ ​ເຊັນ, ທ່ານ​ຫລີ​ເຄີ້ສຽງ​ກ່າວ​ວ່າ, ຈີນ​ສະໜັບສະໜູນ​ມຽນມາ​ຊຸກຍູ້​ຂະ​ບວນການ​ສັນຕິພາບ​ພາຍ​ໃນ​ປະ​ເທດ ​ແລະ​ຍິນ​ດີ​ຮ່ວມ​ກັບ​ມຽນມາ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເຂດ​ຊາຍ​​ແດນ​ລະຫວ່າງ​ສອງ​ປະ​ເທດ. ຫວັງ​ວ່າ​ມຽນມາຈະ​ສືບຕໍ່​ເສີມ​ຂະ​ຫຍາ​ຍບົດ​ບາ​ດທີ່​ມີ​ລັກສະນະ​ສ້າງສັນ​ໃນ​ການ​ພັດທະນາ​ການ​ພົວພັນ​ຈີນ-ອາ​ຊຽນ. ທ່ານ​ອູ ​ເທັນ ​ເຊັນກ່າວ​ວ່າ, ມຽນມາ​ຍິນ​ດີ​ປະສານ​ສົມທົບຢ່າງ​ແໜ້ນ​ແຟ້ນກັບ​ຈີນ, ຊຸກຍູ້​ກາ​ນພົວພັນ​ຄູ່​ຍຸດ​ທະ​ສາດ​ຮອບດ້ານ​ມຽນ-ຈີນ​ໃຫ້​ໄດ້​ຮັບ​ຜົນ​ສໍາ​ເລັດ​ທີ່​ຫລາຍ​ກວ່າ​​ເກົ່າ ​ແລະ​ຍິນ​ດີເສີມ​ຂະ​ຫຍາ​ຍບົດ​ບາ​ດທີ່ຫລາຍ​ກວ່າ​ເກົ່າ​ໃນ​ການ​ພັດທະນາ​ການ​ພົວພັນ​ອາຊຽນ-ຈີນ.

ໃນ​​ເວລາ​ພົບ​ປະ​ກັບ​ທ່ານ​ນາ​ຈີບ, ທ່ານ​ຫລີ​ເຄີ້ສຽງ​ກ່າວ​ວ່າ, ປີໜ້າ​ແມ່ນ​ປີ​ທີ່​ຈີນ​ແລ​ະມາ​ເລ​ເຊຍ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ຄົບຮອບ 40 ປີ, ຈີນ​ຍິນ​ດີ​ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸດ​ທະ​ສາດ​ແລະ​ການ​ເມືອງ​ຕື່ມ​ອີກ​ກັບ​ມາ​ເລ​ເຊຍ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ ​ຊຸກ​ຍູ້​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ແລະ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ​​ໃຫ້ມີ​ການ​ພັດທະນາຢ່າງ​​ໂປ່​ງ​ໃສ​ແລະ​ໝັ້ນ​ທ່ຽງ. ທ່ານ​ນາ​ຈີບ​ກ່າວ​ວ່າ, ມາ​ເລ​ເຊຍ​ຍິນ​ດີ​ຮ່ວມ​ກັບ​ຈີນ ຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກ​ະສັນ​ກັນ​ຂອງ​ຜູ້​ນໍາ​ສອງ​ປະ​ເທດ​ກ່ຽວ​ກັບ​ການພັດທະນາ​ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ, ​ເປີດ​ກວ້າງ​ຂະໜາດຂອງ​ການ​ຮ່ວມ​ມື ​ແລະ​ຍົກ​ລະດັບ​ການ​ຮ່ວມ​ມື. ຝ່າຍມາ​ເລ​ເຊຍ​ໄດ້​ສະ​ແດງ​ຄວາມ​ຊົ​ມ​ເຊີຍ​ແລະ​ສະໜັບສະໜູ​ນຂໍ້ລິ​ເລີ່​ມຂອງການ​ຮ່ວມ​ມືທີ່ທ່ານ​ຫລີ​ເຄີ້ສຽງ​ໄດ້​ສະ​ເໜີ​ໃນ​ກອງ​ປະຊຸມສຸດ​ຍອດ ​ອາ​ຊຽນ-ຈີນ ​ແລະ​ຍິນ​ດີ​ທໍາ​ຄວາມ​ພະຍາຍາມ​ຢ່າງ​ຕັ້ງໜ້າ​ເພື່ອ​ພັດທະນາ​ການ​ພົວພັນ​ອາຊຽນ-ຈີນ.