ສ.​ເກົາຫລີ​,​ອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນ​ຈັດການ​ຊ້ອມ​ຮົບຮ່ວ​ມ​​ເທິງ​ທະ​ເລ

(GMT+08:00) 2013-10-10 16:47:23     cri

ວັນ​ທີ 10 ຕຸລາ​ນີ້, ​ກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫລີລາຍ​ງານ​ວ່າ, ການ​ຊ້ອມ​ຮົບ​​ຮ່ວມເທິງ​ທະ​ເລ ລະຫວ່າງສ.​ເກົາຫລີ​,​ອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນ​ໄດ້​ຈັດ​ຂຶ້ນ​ຢູ່​ເຂດ​ທະ​ເລ​ພາກ​ໃຕ້ສ.​ເກົາຫລີ​ໃນ​ວັນ​ດຽວ​ກັນ.

ການ​ຊ້ອມ​ຮົບຄັ້ງ​ນີ້​ຈະ​ດໍາ​ເນີນ​ໄປ​ເປັນ​​ເວລາ​ສອງ​ມື້. ກໍາ​ປັ່ນ​ອາ​ເມ​ລິ​ກາ​ທີ່​​ເຂົ້າ​ຮ່ວມການ​ຊ້ອມ​ຮົບຄັ້ງ​ນີ້​ລວມທັງກໍາ​ປັ່ນ​ບັນທຸກ​​​ເຮື​ອບິນ​ທີ່​​ໃຊ້​ພະລັງງານ​ນິວ​ເຄຼຍ ​ຊື່ວ່າ ຈອກ​ສ ວໍ​ຊິງ​ຕັນ, ກໍາ​ປັ່ນ​ລາດຕະ​ເວນ​ທີ່​ປະກອບລູກ​ສອນ​​ໄຟ​ນໍາ​ວິຖີ, ກໍາ​ປັ່ນ​ຂັບ​ໄລ່​ທີ່​ປະກອບລູກ​ສອນ​​ໄຟ​ນໍາ​ວິຖີ ​ແລະ​ອື່ນໆ. ກອງທັບ​ເຮືອ ສ.​ເກົາຫລີ​​ແລະ​ກອງ​ປ້ອງ​ກັນ​ຕົນ​ເອງ​ເທິງ​ທະ​ເລຂອງ​ຍີ່ປຸ່ນ​ກໍ​ໄດ້​ສົ່ງ ກໍາ​ປັ່ນ​ຂັບ​ໄລ່​ແລ​ະກໍາ​ປັ່ນຄຸ້ມ​ກັນເຂົ້າ​ຮ່ວມ​ໃນ​ການ​ຊ້ອມ​ຮົບ​ຄັ້ງ​ນີ້.

​ເຈົ້າ​ໜ້າ​ທີ່​ກ​ອງທັບ ສ.​ເກົາຫລີກ່າວ​ວ່າ, ການຊ້ອມ​ຮົບຄັ້ງ​ນີ້​ແມ່ນ​ການ​ຊ້ອມ​ຮົບ​​ໂດຍ​ສວຍ​ໂອກາດ​ທີ່ກໍາ​ປັ່ນ​ບັນທຸ​​​ເຮື​ອບິນ​ທີ່​ຊື່ວ່າ George Washington ຈອດ​ຢູ່​ທ່າ​ເຮືອ​ບູຊາ​ນ ສ.​ເກົາຫລີ.​ໃນຕໍ່ໜ້າ, ກໍາ​ປັ່ນ​ບັນທຸ​​​ເຮື​ອບິນຂອງ​ອາ​ເມ​ລິ​ກາຈະ​ຢ້ຽມຢາມ ສ.​ເກົາຫລີສອງ​ຫາ​ສາມ​ເທື່ອ ​ໃນ​ແຕ່ລະປີ ​ແລ​ະ​ກໍຈະ​ຈັດ​ການຊ້ອມ​ຮົບຮ່ວມ​ກັນ​ໃນ​ແຕ່ລະ​ເທື່ອ.

ກໍາ​ປັ່ນ​ບັນທຸ​​​ເຮື​ອບິນ​ອາ​ເມ​ລິ​ກາ​ທີ່​ຊື່ວ່າ George Washington​ ໄດ້​ເດີນທາງ​ໄປ​ຮອດ​ທ່າ​ເຮື່ອ​ບູຊາ​ນ ສ.​ເກົາຫລີ ​ໃນ​ວັນ​ທີ 4 ຕຸລາ​ນີ້. ການ​ຊ້ອມ​ຮົບຮ່ວມ​​ເທິງ​ທະ​ເລ ລະຫວ່າງສ.​ເກົາຫລີ​,​ອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນກໍານົດ​ໃຫ້ຈັດ​ຂຶ້ນ​ໃນ​ວັນ​ທີ 8ຕຸລາ​ນີ້, ​ແຕ່​ວ່າ​ໄດ້​ເລື່ອນ​ເວລາອອກ​ໄປ​ຍ້ອນ​ມີ​ລົມ​ໃຕ້​ຝຸ່ນ​ທີ່​ຊື່ວ່າ ດາ​ນາສ.