ໃນ​ເວລາ​ເຂົ້າ​ຮ່ວມ​ກ​ອງປະຊຸມ​ຜູ້​ນໍາອາຊຽນກັບ​ຈີນ, ຍີ່ປຸ່ນ ​ແລະ​ສ.​ເກົາຫລີ ຫລື 10+3 , ທ່ານ​ຫລີ​ເຄີ້ສຽງຊີ້​ອອກ​ວ່າ, ຄວາມ​ກ້າວໜ້າ​ອັນ​ຍາ​ວ​ໄກຂອງ​ອາຊີ​ຕາ​ເວັນ​ອອກແມ່ນ​ເນື່ອງ​ຈາກວ່າ​ພາກພື້ນ​ນີ້​ບໍ່​ມີ​ສົງຄາມ​​ເກີດຂຶ້ນ

(GMT+08:00) 2013-10-10 17:07:33     cri

​ຕອນ​ເຊົ້າ​ວັນ​ທີ 10 ຕຸລາ​ນີ້, ກອງ​ປະຊຸມ​ຜູ້​ນໍາ​ອາ​ຊຽນ, ຈີນ, ຍີ່ປຸ່ນ​ແລະ​ສ.​ເກົາຫລີ ຫລື 10+1 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຫລວງ​ບັນດາ ສິຣິ​ເບ​ກາ​ວັນ. ​ໃນ​ເວລາ​ເຂົ້າ​ຮ່ວມ​ກ​ອງປະຊຸມຄັ້ງ​ນີ້, ທ່ານ​ຫລີ​ເຄີ້ສຽງຊີ້​ອອກ​ວ່າ, ຄວາມ​ກ້າວໜ້າ​ອັນ​ຍາ​ວ​ໄກຂອງ​ອາຊີ​ຕາ​ເວັນ​ອອກແມ່ນ​ເນື່ອງ​ຈາກວ່າພາກພື້ນ​ນີ້​ບໍ່​ມີ​ສົງຄາມ​​ເກີດຂຶ້ນ.

ທ່ານ​ຫລີ​ເຄີ້ສຽງ​ກ່າວ​ຕື່ມ​ວ່າ, ພຶດຕິ​ກໍາ​ໄດ້ຢັ້ງ​ຢືນ​ແລ້ວ​ວ່າການ​ຮ່ວມ​ມື10+3​ໄດ້​ຮັບ​ຜົນ​ສໍາ​ເລັດ ​ແລະ​ໄດ້​ກາ​ຍ​ເປັນ​ຊ່ອງ​ທາງ​ຕົ້ນຕໍ​ແລະ​ເວທີ​ຕົ້ນຕໍ​ຂອງ​ການ​ຮ່ວມ​ມື​ໃນ​ອາຊີ​ຕາ​ເວັນອອກ. ຄວາມກ້າວ​ໜ້າໃນ​ຊຸມ​ປີມໍ່​ໆ​ມານີ້ຂອງ​ອາຊີ​ຕາ​ເວັນອອກ​ແມ່ນ​ເນື່ອງ​ຈາກວ່າພາກພື້ນ​ນີ້​ບໍ່​ມີ​ສົງຄາມ​​ເກີດຂຶ້ນ ​ເຊິ່ງ​ໄດ້​ເຮັດ​​ໃຫ້​ປະ​ເທດ​ໃນ​ພາກ​ພື້ນ​ນີ້​ໄດ້​ມີ​ໂອກາດ​ໃນ​ການການ​ພັດທະນາ. ປະ​ເທ​ດຕ່າງໆຄວນ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ກໍາ​ທິດ​ຂ​ອງກາ​ນຮ່ວມມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ພັດທະນາ​ຮ່ວມກັນຢ່າງ​ໜັກ​ແໜ້ນ. ຖື​ການ​ພັດທະນາ​ເສດຖະກິດ​ແ​ລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນ​ສິ່ງ​ທີ່​ສໍາຄັນ​ທີ່​ສຸດ ​ເພື່ອ​ເຮັດ​ໃຫ້ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ເດີນ​ຕາມ​ເສັ້ນທາງ​ທີ່​ພັດທະນາຢ່າງ​ໂປ່​ງ​ໃສ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.