ລັດຖະບານ​​ແລະ​ນັກວິຊາການ​ຂອງ​ໄທ​ຕີ​ລາຄາ​ສູງ​ຕໍ່​ຄຳ​ປາ​​ໄສ​ຂອງ​ທ່ານ​ຫລີ​ເຄີ້ສຽງ

(GMT+08:00) 2013-10-11 16:53:57     cri

ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 23​ ​ແລະ​ກອງ​ປະຊຸມສຸດ​ຍອດຕ່າງໆ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 8 ​ທີ່ຈັດ​ຂຶ້ນ​ຢູ່​ນະຄອນຫລວງບັນດາ​ເຊ​ລີ​ເບ​ກາ​ວັນ​ຂອງ​ບຼູ​​​ໄນ​ໄດ້​ອັດ​ລົງ​ໃນ​ວັນ​ທີ 10 ຕຸລາ​ນີ້. ທ່ານ​ຫລີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຫລົ່າ​ນີ້​ເປັນ​ຄັ້ງ​ທຳ​ອິດ, ​ແລະ​ໄດ້ບັນຍາຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ລັດຖະບານ​ຊຸດ​ໃຫມ່​ຂອງ​ຈີນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ອາ​ຊຽນ. ​ໃນ​ຖານະ​ເປັນ​ປະ​ເທດ​ປະສານ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາຊຽນ, ​ໄທ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຂໍ້​ສະ​ເຫ​ນີຕ່າງໆ​ທີ່​ທ່ານ​ຫລີ​ເຄີ້ສຽງ​ສະ​ເຫ​ນີອອກ​ໃນ​ກອງ​ປະຊຸມຄັ້ງ​ນີ້.

ທ່ານ ກາ​ວີ ຈົງ​ກິດ​ຖາ​ວອນ ນັກ​ຄົ້ນຄວ້າ​ລະດັບ​ສູງ​ຂອງ​ສະ​ຖາ​ບັນ​ສຶກສາຄວາມ​ຫມັ້ນຄົງ​ແລະນານາ​ຊາດ​ຂອງ​ມະຫາວິທະຍາ​ໄລ​ຈູ​ລາ​ລົງ​ກອນ​ໄທ​ກ່າວ​ວ່າ, ທ່ານຫລີ​ເຄີ້ສຽງ​ໄດ້​ສະ​ເຫ​ນີຂໍ້​ລິ​ເລີ່​ມຮອບດ້ານ​ກ່ຽວ​ກັບ​ການ​ເພີ່​ມທະວີ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈິງ​ໃຈ​ແລະ​ຄວາມ​ຕັດສິນ​ໃຈ​ຂອງ​ຈີນ.

ທ່ານ​ກ່າວ​ວ່າ, ຈີນ​ແມ່ນຫນຶ່ງ​ໃນ​ບັນດາຄູ່​ຍຸດ​ທະ​ສາດ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ອາ​ຊຽນ, ການ​ໄດ້​ຮັບ​ຜົນງານແນວ​ນີ້​ແມ່ນ​ຍ້ອນ​ວ່າ​ຈີນ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ຮ່ວມ​ມື​ກັບ​ອາ​ຊຽນ​ໃນ​ໄລຍະ​ດົນ​ນານ​ມາ​ນີ, ​ແລະ​ຊຸກ​ຍູ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃຫ້ຂຶ້ນ​ສູ່​ລະດັບ​ໃຫມ່​ເລື້ອຍໆ​ດ້ວຍ​ການກະທຳ​ຕົວ​ຈິງ, ນີ້​ໄດ້​ສ້າງ​ພື້ນຖານ​ອັນ​ຫມັ້ນ​​ແກ່ນ​ໃຫ້​ແກ່​ການ​ພັດທະນາ​ກາ​ນພົວພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃຫ້​ພັດທະນາ​ເປັນ​ເວລາ​ຍາວ​ນານ.