ນາຍົກລັດຖະມົນຕີ​ສິງກະ​ໂປ​​ເຫັນ​ດີ​ນຳ​ການ​ສ້າງຕັ້ງ​ທະນາຄານ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ

(GMT+08:00) 2013-10-11 16:55:34     cri

ຕາມ​ຂ່າວ ​cri: ຫນັງສືພິມ​ຫລຽນ​ເຫີ​ຈ້າວ​ປາວ​ຂອງ​ສິງກະ​ໂປ​ສະບັບ​ວັນ​ທີ 10 ຕຸລາ​ນີ້​ໄດ້​ລາຍ​ງານ​ວ່າ, ຫລັງ​ຈາກ​ທ່ານ​ຫລີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້ສະ​ເຫ​ນີຂອບ​ການ​ຮ່ວມ​ມື ​2+7 (2 ​ຄວາມ​ຮັບ​ຮູ້​ທາງ​ການ​ເມືອງ​ທີ່​ຄື​ກັນ​ແລະ​ຮ່ວມ​ມື​ໃນ 7 ຂົງ​ເຂດ), ທ່ານ​ລີ​ຊຽນຫລົງ, ນາຍົກລັດຖະມົນຕີສິງກະ​ໂປ​ໄດ້​ໃຫ້​ຄຳ​ຢືນຢັນ​ຕໍ່​ຂໍ້​ສະ​ເຫ​ນີຂອງ​ທ່ານ​ນາຍົກລັດຖະມົນຕີ​ຫລີ​ເຄີ້ສຽງ​ກ່ຽວ​ກັບ​ຈີນ​ກັບ​ອາ​ຊຽນ​ເຊັນສົນທິ​ສັນຍາວ່າ​ດ້ວຍມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​​ແລະ​ການ​ຮ່ວມ​ມືລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ.

ກ່ຽວ​ກັບ​ຂໍ້​ສະ​ເຫ​ນີທີ່​ສ້າງ​ຕັ້ງ​ທະນາຄານ​ລົງທຶນ​ພື້ນຖານ​ໂຄ​ງ​ລ່າງ​ອາຊີ​ແລະ​ຊຸກ​ຍູ້ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃນ​ພາກ​ພື້ນ​ແຫ່ງ​ນີ້​ທີ່​ສະ​ເຫ​ນີ​ໂດຍ​ທ່ານ​ປະທານ​ປະ​ເທດ​ ​ສີ​ຈິ້ນ​ຜິ​ງ​ແລະ​ທ່ານ​ນາຍົກລັດຖະມົນຕີຫລີ​ເຄີ້ສຽງ,ທ່ານ​ລີ​ຊຽນຫລົງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ແລະ​ເຫັນ​ວ່າ, ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ທີ່​ຈີນ​ລິ​ເລີ່​ມນັ້ນສາມາດ​ສະຫນອງ​ຊ່ອງ​ທາງລະດົມ​ທຶນ​ໃຫ້​ແກ່​ບັນດາ​ປະ​ເທດ​ອາຊີ​ຕ​າ​ເວັນ​ອອກສຽງ​ໃຕ້​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ.

ທ່ານ​ລີ​ຊຽນຫລົງ​ຊີ້​ອອກ​ວ່າ, ຈີນ​ແມ່ນ​ຫມູ່​ເພື່ອນ​ທີ່​ໄວ້​ໃຈ​ໄດ້​ໃນ​ການ​ຍົກສູງ​ຄວາມ​ສາມາດ​ຂອງ​ອາ​ຊຽນ.ຈີນ​ມີ​ແຜນການ​ຫລາຍສະບັບ​ເພື່ອ​ຊ່ວຍ​ເຫລືອ​ອາ​ຊຽນ, ​ເຊິ່ງລວມທັງ​ກອງ​ທຶນ​ຮ່ວມມື​ລົງທຶນອາ​ຊຽນ ຈີນ, ​ໂຄງ​ການ​ເຊື່ອມ​ຈອດ​ກັນ, ​ແລະ​ຄືທຶນ​ຮ່ວມມື​ທາງ​ທະ​ເລອາ​ຊຽນ-ຈີນ.

ທ່ານ​ລີ​ຊຽນຫລົງ​ຍັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຂໍ້​ສະ​ເຫ​ນີຂອງ​ທ່ານ​ຫລີ​ເຄີ້ສຽງ​ກ່ຽວ​ກັບ​ການ​ຍົກ​ລະດັບ​ຂອງ​ເຂດ​ການ​ຄ້າ​ເສລີອາ​ຊຽນຈີນ​ໃຫ້​ສູງ​ຂຶ້ນ, ​ເຫັນ​ວ່​າການ​ເຮັດ​ແນວ​ນີ້ຈະ​ເຮັດ​ໃຫ້​ສອງ​ຝ່າຍຫຍັບ​ເຂົ້າ​ໃກ້​ເປົ້າ​ຫມາຍ​ທີ່​ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ບັນລຸ​ເຖິງ 500 ຕື້​ໂດ​ລາ​ກ່ອນ​ປີ 2015.