​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 8, ທ່ານ​ຫລີ​ເຄີ້ສຽງ​ກ່າວ​ເນັ້ນ​ການ​ເ​ອົາ​ໃຈ​ໃສ່​ການ​ພັດທະນາ, ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ແລະ​ຄວາມ​ໂອບອ້ອມ​ອາລີ, ການ​ຮ່ວມ​ມື​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ຊຸກຍູ້​ການ​ຮ່ວມ​ມືອາຊີ​ຕາ​ເວັນ​ອອກ​​ໃຫ້​ພັດທະນາ​ໄປ​ໜ້າ

(GMT+08:00) 2013-10-11 10:23:51     cri

ວັນ​ທີ 10 ຕຸລາ​ນີ້, ທ່ານ​ຫລີ​ເຄີ້ສຽງ​, ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 8 ຢູ່​ນະຄອນຫລວງບັນ​ດາ​​ເສ​ລີ​ເບ​ກາ​ວັນ ບຣູ​ໄນ ດາຣູຊາ​ລາມ. ຜູ້​ນໍາ​ຫລື​ຜູ້ຕາງໜ້າ​ຂອງ 10 ປະ​ເທດ​ອາ​ຊຽນ​ແລະ​ສ.​ເກົາຫລີ, ຍີ່ປຸ່ນ, ອາ​ເມ​ລິ​ກາ, ລັດ​ເຊຍ, ອິນ​ເດຍ, ອົສຕຼາຣີ, ນູ​ແວນ​ເຊີ​ລັງ​ ກໍ​ໄດ້​ເຂົ້າ​ຮ່ວມ​ກ​ອງປະຊຸມ​ຄັ້ງ​ນີ້. ຜູ້​ນໍາ​ປະ​ເທດ​ຕ່າງໆ​ໄດ້​ແລກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ​ໂດຍ​ປິ່ນ​ອ້ອມ​ກາ​ນພັດທະນາ​ການ​ຮ່ວມ​ມືຂອງອາຊີ​ຕາ​ເວັນ​ອອກ​, ບັນ​ຫາ​ພາກພ​ພື້ນ​ແລະ​ສາກົນ​ທີ່​ກ່ຽວຂ້ອງ ​ແລະ​ຫົວ​ຂໍ້​ທີ່​ມີ​ລັກສະນະ​ທົ່ວ​​ໂລກ.

ໃນ​ການ​ກ່າວ​ຄໍາ​ປາ​ໄສ, ທ່ານ​ຫລີ​ເຄີ້ສຽງ​ສະ​ເໜີ​ວ່າ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຍຸດ​ທະ​ສາດ, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ. ຄວນ​ໃຫ້​ຄວາມ​ສໍາຄັນ​ຫລາຍ​ກວ່າ​ເກົ່າ​ຕໍ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ​ແລ​ະພະລັງງານ, ​ໄພ​ທໍາ​ມະ​ຊາດ, ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອດກາດ, ສາທາລະນະ​ສຸກ. ຈີນ​ຍິນ​ດີ​ເພີ່​ມທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ທີ່​ກ່ຽວຂ້ອງ​​ແລະ​​ໃຫ້ການ​ບໍລິ​ການດ້ານຂໍ້​ມູນ​ຂ່າວ​ສານ​ແລະ​ການ​ສ້າງຄວາມ​ສາມາດ ​ແລະ​ອື່ນ​ໆ. ຝ່າຍຈີນ​ມີ​ຈຸດ​ຢືນ​ທີ່​ວ່າ ການ​​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ເສ​ດຖະກິດພາກ​ພື້ນ​ຄວນ​ຍຶດໝັ້ນຫລັກການ​ທີ່​ເປີດ​ປະຕູ​ສູ່​ພາຍ​ນອກ, ​ໂອບອ້ອມ​ອາລີ​ແລ​ະ​ໂປ່ງ​ໃສ, ຍິນ​ດີຮ່ວມກັບ​ສະມາຊິກ​ຂອງ​ສັນຍາ​ຄູ່​ເສດຖະກິດ​ຮອບດ້ານ​​ຂອງພາກພື້ນ ຫລື RCEP ທໍາ​ຄວາມ​ພະຍາຍາມ ​ເພື່ອ​ສໍາ​ເລັດ​ການ​ເຈລະຈາ​ຢ່າງຮອບດ້ານ​ກ່ອນ​ທ້າ​ນປີ 2015 ​ແລະ​ບັນລຸ​ສັນຍາ​ດ້ານ​ການ​ຄ້າ​ເສລີ​ທີ່​ທັນ​ສະ​ໄໝ, ຮ​ອບດ້ານ, ມີ​ຄຸນ​ນະພາ​ບສູງ ​ແລະອໍານວຍຜົນ​ປະ​​ໂຫຍ​ດ​ໃຫ້​ກັນ.

ທ່ານ​ຫລີ​ເຄີ້ສຽງ​ຍັງສະ​ເໜີ​ຕື່ມວ່າ ຈະ​​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຄວາມ​ໝັ້ນຄົງ​ແລະ​ຮັກ​ສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ຈີນ​ມີ​​ເຈດ​ຈໍານົງ​ໃຫ້ເຜີຍ​​ແຜ່​ທັດສະນະ​​ໃໝ່ດ້ານຄວາມ​ໝັ້ນຄົງ​ ຄື ​ຄວາມ​ໝັ້ນຄົງ​ສັງ​ລວມ, ​ຄວາມ​ໝັ້ນຄົງຮ່ວມ​ກັນ ​ແລະ​ຄວາ​ມໝັ້ນຄົງ​ດ້ານ​ການ​ຮ່ວມ​ມື, ຊຸກຍູ້​ການ​​ເຈລະຈາ​ແລະ​ການ​ຮ່ວມ​ມືທີ່​ຊື່​ກົງໃນ​ຂົງ​ເຂດ​ຄວາມ​ໝັ້ນຄົງ​ທີ່​ເປັນ​ມູນ​ເຊື້ອ​​ແ​ລະຄວາມ​ໝັ້ນຄົງ​ທີ່​ບໍ່​ເປັນ​ມູນ​ເຊື້ອ ​ເພື່ອ​​​ໃຫ້​ອາຊີ​ຕາ​ເວັນ​ອອກ​ມີ​ສະຖຽນ​ລະ​ພາບ​ແລະ​ຄວາມ​ສະຫງົບຖາວອນ.

ທ່ານຫລີ​ເຄີ້ສຽງ​ຍັງ​ໄດ້​ອະທິບາຍ​ຫລັກ​ໝັ້ນ​ຫລັກການ​ຂອງ​ຈີນ​ໃນ​ບັນ​ຫາ​ທະ​ເລ​ຈີນ​ໃຕ້. ທ່ານ​ກ່າວ​ວ່າ, ການ​ເດີນ​ເຮືອ​ຢູ່​ທະ​ເລ​ຈີນ​ໃຕ້​ແມ່​ນມີ​ເສລີພາບ ​ຄວາມ​ປອດ​ໄພ​ຂອງການ​ເດີນ​ເຮືອ​ຢູ່​ທະ​ເລ​ຈີນ​ໃຕ້​ແມ່​ນມີ​ການ​ຮັບ​ປະກັນ. ຈີນ​ຍິນ​ດີ​ຮ່ວມ​ກັບປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ນີ້ ປົກ​ປັກ​ຮັກສາ​ຄວາມເສລີພາບ​ແລະ​ຄວາມ​ປອດ​ໄພ​ຂອງການ​ເດີນ​ເຮືອ​ຢູ່​ທະ​ເລ​ຈີນ​ໃຕ້. ຈີນ​ກັບ​ອາ​ຊຽນ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ ຂໍ້​ຂັດ​ແຍ້​ງທີ່​ກ່ຽວຂ້ອງ​ຄວນ​ແກ້​ໄຂ​ໂດຍ​ຝ່າຍ​ທີ່​ກ່ຽວຂ້​ອງ​ໂດຍ​ກົງ​ດ້ວຍ​ວິທີ​ປຶກສາ​ຫາ​ລີ​ແລະ​ເຈລະຈາ​ກັນ. ການ​ຍື່ນ​ຂໍ້​ຂັດ​ແຍ້​ງ​ໃຫ້ສານ​ສາກົນ​ຕັດສິນ​ພຽງຝ່າຍ​ດຽວ​ແມ່ນ​​ເປັນ​ການລະ​ເມີ​ດຖະ​ແຫລ​ງການ​ວ່າ​ດ້ວຍການ​ປະ​ພຶດຂອງ​ບັນດາຝ່າຍ​ຢູ່​ທະ​​ເລ​ຈີນ​ໃຕ້​ທີ່​​ເຊັນ​ໂດຍຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ. ຈີນ​ຈະ​ຮ່ວມ​ກັບ​ປະ​ເທດ​ອາ​ຊຽນ ທໍາ​ຄວາມ​ພະຍາຍາມ, ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້ ​ແລະ​ສືບ​ຕໍ່​ປະຕິບັດ​​ຖະ​ແຫລ​ງການ​ວ່າ​ດ້ວຍ​ການ​ປະພຶດຂອງ​ບັນດາຝ່າຍ​ຢູ່​ທະ​​ເລ​ຈີນ​ໃຕ້​ຢ່າງຮອບດ້ານ​ແລະ​ມີ​ປ​ະສິດ​ທິຜົນ, ຊຸກຍູ້ການ​ປຶກສາ​ຫາລືກ່ຽວ​ກັບຫລັກການ​ປະພຶດຢູ່​ທະ​ເລ​ຈີນ​ໃຕ້ຢ່າງຕັ້ງໜ້າ​.