ທະນາຄານ​ໂລກ​ລາຍ​ງານ​ວ່າ ​ໃນ​ປີ 2010 ມີ​ເດັກນ້ອຍ 400 ລ້ານ​ຄົນ​ເປັນປະຊາກອນ​ທີ່ທຸກ​ຍາກ​ຂາດ​ເຂີນທີ່ສຸດ

(GMT+08:00) 2013-10-11 15:38:40     cri

ວັນ​ທີ 10 ຕຸລາ​ນີ້, ທະນາຄານ​ໂລກ​ໄດ້​​ເປີດ​ເຜີຍບົດ​ລາຍ​ງານ​ວ່າ, ​ເຖິງ​ວ່າ​ໃນ 30 ປີ​ທີ່​ຜ່ານ​ມາ, ​ປະຊາກອນທຸກ​ຍາກ​​ຂາດ​ເຂີນທີ່ສຸດ​​ໃນທົ່ວ​ໂລກ​ໄດ້​ຫລຸດໜ້ອຍ​ລົງ​ກໍ​ຕາມ, ​ແຕ່​ນັບ​ມາຮອດ​ປີ 2010 ຍັງ​ມີ​ເດັກນ້ອຍ​ຈໍານວນ 400 ລ້ານ​ຄົນຢູ່​ໃນ​ສະພາບ​ທີ່​ທຸກ​ຍາກ​ຂາດ​ເຂີນ.

ບົດ​ລາຍ​ງານ​ນີ້ສະ​ແດງ​​ໃຫ້​ເຫັນ​ວ່າ, ນັບ​ມາຮອດ​ປີ 2010, ຈໍານວນປະຊາກອນ​ທີ່ທຸກ​ຍາກ​ຂາດ​ເຂີນ​ໃນທົ່ວ​ໂລກ​ໄດ້​ຫລຸ​ດລົງເຖິງ 1,2 ຕື້​ຄົນ, ​ແຕ່​ວ່າ​​ເດັກນ້ອຍ​ຍັງກວມ​ອັດຕາ​ສ່ວນ​ທີ່​​ຫລາຍສົມຄວນ​ໃນ​ກຸ່ມ​ຄົນທຸກ​ຍາກ​ຂາດ​ເຂີນທີ່ສຸດ​. ປະ​ເທດ​ທີ່​ມີ​ລາຍ​ໄດ້​ລະດັບ​ປານກາງ​ເຊັ່ນ​ຈີນ, ອິນ​ເດຍ  ​ໄດ້​ຮັບ​ຜົນ​ສໍາ​ເລັດ​ຫລາຍ​ດ້ານ​​ໃນການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຂາດ​ເຂີນ, ​ແຕ່​ວ່າ ປະ​ເທດ​ທີ່​ມີ​ລາຍ​ໄດ້ຕໍ່າ​ຍັງ​ມີ​ຄວາມກ້າວໜ້າ​ຢ່າງ​ຊັກ​ຊ້າ.

ທ່ານ​ຄີມ​ຢົງ​ຈີມ, ຜູ້ວ່າການທະນາຄານ​ໂລກກ່າວ​ວ່າ, ​ເຖິງ​​ວ່າ​ໃນຊຸມ​ປີ​ທີ່​ຜ່ານ​ມາ, ປະຊາກອນ​ທີ່​ທຸກ​ຍາກ​​ຂາດ​ເຂີນທີ່ສຸດ​ໃນ​ທົ່ວ​ໂລກ​ໄດ້​ຫລຸດໜ້ອຍ​ລົງຢ່າງ​ຊັດ​ເຈນ​ກໍ​ຕາມ, ​ແຕ່​ວ່າ​ຈໍານວນ​​ເດັກ​ນ້ອຍທີ່ທຸກ​ຍາກ​ຂາດ​ເຂີນທີ່ສຸດ​ໄດ້​ຕັກ​ເຕືອນ​ພວກເຮົາ​ວ່າ, ວຽກ​ງານ​ຕໍ່ຕ້ານ​ຄວາມທຸກ​ຍາກ​ຂາດ​ເຂີນຍັງ​ບໍ່ທັນ​ສໍາ​ເລັດ​ເທື່ອ.