ການ​ເຈລະຈາລະ​ຫວ່າງ​ລັດຖະບານ​ມຽນມາ​ແລະ​ອົງການ​ຈັດ​ຕັ້ງກະຊິນ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເ​ອ​ກະສັນ​ກັນ 7 ຂໍ້

(GMT+08:00) 2013-10-11 15:40:45     cri

ວັນ​ທີ 10 ຕຸລາ​ນີ້, ລັດຖະບານມຽນມາ​​ເປີດ​ເຜີຍ​ວ່າ, ຜູ້ຕາງໜ້າ​ຂອງລັດຖະບານ​ມຽນມາ​ແລະ​ອົງການ​ຈັດ​ຕັ້ງກະຊິນ​​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເ​ອ​ກະສັນ​ກັນ 7 ຂໍ້​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ ​ໂດຍ​ຜ່ານ​ການ​​ເຈລະຈາ​ເປັນ​​ເວລາ 3 ມື້ຢູ່​​ເມືອງ​ມີ​ຈີ​ນາ.

ລັດຖະບານ​ມຽນມາລາ​ຍງານ​ວ່າ, ສອງ​ຝ່າຍ​ເຫັນ​ດີ​ຈະ​ສືບ​ຕໍ່ທໍາ​ຄວາມ​ພະຍາຍາມ​ເພື່ອ​ບັນລຸ​ການຍຸດຍິງໃນ​ທົ່ວ​ປະ​ເທດ ​ແລ​ະສ້າງ​ພື້ນຖານ​ການ​​ເຈລະຈາ​ດ້ານ​ການ​ເມືອງ. ສອງ​ຝ່າ​ຍຍັງ​ໄດ້​ເຫັນ​ດີ​ຈະ​ສືບ​ຕໍ່​ເຮັດ​ວຽກ, ສ້າງຕັ້ງຄະນະ​ກໍາມະການ​ຕິດຕາມ​ກວດກາ​ຮ່ວມ​ກັນ ​ເພື່ອ​ຍຸດຕິ​ການ​ປະທະກັນ​ດ້ວຍ​ກໍາລັງອາວຸດ​ທັງ​ໝົດ.ສອງ​ຝ່າຍ​ຍັງ​ໄດ້ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເ​ອ​ກະສັນ​ກັນກ່ຽວ​ກັບ​ການຈັດສັນຊາວ​ອົບ​ພະຍົບແລ​ະການ​ສ້າງ​ທາງ.

ກອງ​ທັບ​​​ເອກະລາດ​ກະ​ຊິນ​ມຽນມາ​ເຄີຍ​ບັນລຸ​ສັນຍາ​ຍຸດຍິງກັບ​ລັດຖະບານ​ມຽນມາ​ໃນ​ເດືອນ​ກຸມພາ​ປີ 1994, ​ແຕ່​ວ່າ​ສອງ​ຝ່າຍ​ໄດ້​ເກີດ​ການ​ປະ​ທະ​ກັນ​ໃນ​ເດືອນມິຖຸນາ ​ປີ 2011 ​ເຊິ່ງ​ໄດ້​ທໍາລາຍ​ສັນຕິພາບ​ທີ່​​ໄດ້​ມີ​ຂຶ້ນເປັນ​ເວລາ 17 ປີ. ນັບ​ແຕ່​ເດືອນ​ທັນວາ​ປີ 2011 ​ເປັນ​ຕົ້ນ​ມາ, ສອງ​ຝ່າຍ​ໄດ້​ຈັດການ​​ເຈ​ລະ​ຈາ​ກັນຫລາຍ​ຮອບ​ແລ້ວ.