ຫ້ອງການ​ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ອອກ​ຖະ​ແຫລ​ງການ​ວ່າ ບໍ່​ເຫັນ​ດີ​ນໍາ​ຄໍາ​ເວົ້າ​ຂອງ​​​ຟິລິບປິ​ນທີ່ວ່າ​ເຫ​ດການ​ຕົວ​ປະກັນ​ໄດ້​ຮັບ​ການແກ້​ໄຂ​ແລ້ວ

(GMT+08:00) 2013-10-11 17:33:42     cri

ວັນ​ທີ 11 ຕຸລາ​ນີ້, ຫ້ອງການຜູ້​ວ່າການເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງໄດ້ອອກ​ຖະ​ແຫລ​ງການ​ ​ເພື່ອ​ຕອບ​ໂຕ້​ສື່​ມວນ​ຊົນຟິລິບປິ​ນທີ່​ລາຍ​ງານ​ວ່າຜູ້​ວ່າການເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ກັບ​ປະທານາທິບໍດີຟິລິບປິ​ນ ​"ເຫັນ​ດີ​ປະ​ວາງ" ​ເຫ​ດການ​ຕົວ​ປະກັນຢູ່​ນະຄອນຫລວງ​ມາ​ນີລາ.​ຖະ​ແຫລ​ງ ການກ່າວ​ວ່າ, ​ໃນ​ເວລາປະທານາທິບໍດີຟິລິບປິ​ນກ່າວວ່າຖ້າ​ເບິ່ງ​ໃນ​​ແງ່ຟິລິບ​ປິ​ນ​ແລ້ວ, ເຫ​ດການ​ຕົວ​ປະກັນ​ໄດ້​ຮັບ​ການແກ້​ໄຂ​ແລ້ວ, ທ່ານ​ຫລຽງ​ເຈີ້ນ​ຢິ່ງ, ຜູ້​ວ່າການເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ກໍ​ກ່າວ​ຢ່າງ​ຈະ​ແຈ້ງວ່າ​ບໍ່ເຫັນ​ດີ​ນໍາ​ຄໍາ​ເວົ້າ​ຂອງ​​​ຟິລິບຢ່າງ​ທັນ​ທີ່.

ທ່ານ​ຫລຽງ​ເຈີ້ນ​ຢິ່ງກ່າວ​ຢໍ້າວ່າ, ຖ້າວ່າ​ບໍ່​ແກ້​​ໄຂເຫ​ດການ​ຕົວ​ປະກັນຢ່າງ​ເໝາະ​ສົມ ຈະ​ສືບຕໍ່ມີ​ຜົນ​ກະທົບ​ຕໍ່​ການ​ພົວພັນລະຫວ່າງຮົງ​ກົງກັບຟິລິບປິ​ນ​. ຖະ​ແຫລ​ງການ​ກ່າວ​ວ່າ, ​ໃນ​ການ​ພົບ​ປະ, ທ່ານ​ຫລຽງ​ເຈີ້ນ​ຢິ່ງ​ໄດ້​ສະ​ເໜີ​ວ່າ​ສອງ​ຝ່າຍ​ຈະສົ່ງ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ດໍາ​ເນີນ​ການ​​ເຈ​ລະ​ຈາ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ເຫ​ດການ​ຕົວ​ປະກັນ​ແລະ​ສືບ​ຕໍ່ຕິດຕາມ​ເຫດການ​ນີ້ ​ເຊິ່ງ​ໄດ້​ຮັບ​ການ​​ເຫັນ​ດີຈາກປະທານາທິບໍດີຟິລິບປິ​ນ​ແລ້ວ.