ສະມາຊິກ​ສະພາ​ທີ່​ສັງກັດ​ພັກ​ກຳ​ອຳນາດ​ຂອງ​ກຳປູ​ເຈຍ​ໄດ້​ຮັບ​ເລືອກ​​ໃຫ້ດຳລົງ​ຕຳ​ແໜ່​ງທີ່ສຳຄັນ​ສ່ວນ​ຫຼາຍ

(GMT+08:00) 2013-10-11 15:35:59     cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 10 ຕຸລາ​ນີ້ ສະມາຊິກ​ສະພາ​ທີ່​ສັງກັດ​ພັກ​ກູ້​ຊາດ​​ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານຂອງ​ກຳປູ​ເຈຍ​ປະຕິ​ເສດ​ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ​ເຕັມ​ຄະນະ​ຂອງ​ສະພາ​ແຫ່ງ​ຊາດ, ພາ​ໃຫ້​ປະທານ​ສະພາ​ແຫ່ງ​ຊາດ, ຮອງ​ປະທານ​ສະພາ​​ແຫ່ງ​ຊາດສອງ​ທ່ານ​ແລະ​ປະທານ​ກຳມາ​ທິການ 9 ທ່ານ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ໃນ​ມື້​ດຽວ​ກັນນັ້ນ ລ້ວນ​ແຕ່​ເປັນ​ສະມາຊິກ​ສະພາ​ທີ່​ສັງກັດ​ພັກ​ປະຊາຊົນ​ທັງໝົດ.

ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ​ສະ​ໄໝ​ທີ 5 ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ໃນ​ຕອນ​ເຊົ້າວັນ​ທີ 10 ຕຸລາ​ນີ້, ສະມາຊິກ​ສະພາ​ທີ່​ສັງກັດ​ພັກ​ປະຊາຊົນ 64 ທ່ານໄດ້​ເຂົ້າກອງ​ປະຊຸມ, ​ແຕ່​ສະມາຊິກ​ສະພາ​ທີ່​ສັງກັດ​ພັກ​ກູ້​ຊາດ 55 ທ່ານ​ຍັງ​ຄົງ​ປະຕິ​ເສດ​ບໍ່​ເຂົ້າຮ່ວມ. ທ່ານ​ເຮັງ​ຊຳຣິນ ປະທານ​ສະພາ​ແຫ່ງ​ຊາດ​ໄດ້ຮຽກຮ້ອງ​ໃຫ້​ສະມາຊິກ​ສະພາ​ທີ່​ສັງກັດ​ພັກ​ກູ້​ຊາດ​ນັ້ນ​ເຂົ້າຮ່ວມ​ກອງ​ປະຊຸມ, ​ແລະ​ກ່າວ​ວ່າ, ພັກ​ປະຊາຊົນ​ກຽມ​ດຳ​ເນີນ​ການ​ເຈລະຈາ​ທາງ​ການ​ເມືອງ​ກັບ​ພັກ​ກູ້​ຊາດ​ຢູ່​ທຸກ​ເວລາ, ​ແລະ​ໄດ້​ຈົ່ງ​ຕຳ​ແໜ່​ງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ໜຶ່ງ​ຕຳ​ແໜ່​ງ​ແລະ​ປະທານ​ກຳ​ມະ​ທິການ 4 ຕຳ​ແໜ່​ງ​ໃຫ້​ພັກ​ກູ້​ຊາດ.

ທ່ານ​ອິມ​ໂຊ​ວັນນາ ​ໂຄສົກ​ຂອງ​ພັກ​ກູ້​ຊາດ​ກ່າ​ວວ່າ, ຫຼັກ​ໝັ້ນຂອງ​ພັກ​ກູ້​ຊາດ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ, ຄື​ມີ​ແຕ່​ບັນລຸ"ຄວາມ​ດຸນ​ດ່ຽງ​ດ້ານ​ອຳນາດ​"ແລ້ວ, ຈຶ່ງ​ສາມາດ​ຊຸກຍູ້​ການ​ປະ​ຕິ​ຮູບ​ຂອງ​ລັດ​ໃຫ້​ດີກ​ວ່​າ​ເກົ່າ.