ປະຊາຄົມໂລກ​ຕີ​ລາຄາ​ສູງ​ຕໍ່​ຂໍ້​ສະ​ເໜີ​ຂອງ​ທ່ານ​ຫຼີ​ເຄີ້ສຽງ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ​ຈີນ-​ອາ​ຊຽນ

(GMT+08:00) 2013-10-11 15:41:13     cri
ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ບ່າຍ​ວັນ​ທີ 9 ຕຸລາ​ນີ້ ຢູ່​ນະຄອນຫຼວງ​ບານ​ດາເຊຣີ​ເບກາ​ວັນ​ແຫ່ງ​ບຣູ​ໄນ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-​ອາ​ຊຽນຄັ້ງທີ 16 ​ແລະ​ໄດ້​ກ່າວ​ຄຳ​ປາ​ໄສ. ບຸກຄົນ​ສຳຄັນ​ດ້ານ​ການ​ເມືອງ, ນັກວິຊາການ​ແລະ​ສື່​ມວນ​ຊົນ​ຂອງ​ຕ່າງປະ​ເທດ​ກ່າວ​ວ່າ, ​​ແນວ​ຄວາມ​ຄຶດ​ອັນ​ລະອຽດ​ແຫ່ງ​ການ​ຍົກ​ລະດັບການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ​ໃນ 10 ປີ​ຕໍ່ໜ້າ​ທີ່​ທ່ານຫຼີ​ເຄີ້ສຽງ​ບັນຍາຍ​ນັ້ນ​ເປັນ​ການ​ເຊີດ​ຊູ​ກຳລັງ​ໃຈ​ຄົນທັງ​ຫຼາຍ, ​ແລະ​ຈະ​ຊຸກຍູ້​​ໃຫ້​ຈີນ​ກັບ​ອາຊຽນສ້າງ​ການ​ພົວພັນ​ມິດຕະພາບ​ຖານ​ບ້ານ​​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ແລະ​ການ​ຮ່ວມ​ມື​ຢ່າງ​ແຂງ​ແຮງ.

ສົມ​ເດັດ​ຮາ​ຊາ​ນານ ​ໂບນ​ເກ​ຍ ຊູນ​ຕານ​ຂອງ​ບຣູ​ໄນ​ຊົງ​ຕັດ​ວ່າ, ຂໍ້​ສະ​ເໜີ​ຂອງ​ທ່ານ​ຫຼີ​ເຄີ້ສຽງ​ກ່ຽວ​ກັບ​ການ​ເຈລະຈາ​ເພື່ອ​ຍົກ​ລະດັບເຂດ​ການ​ຄ້າ​ເສລີ​ຈີນ-​ອາ​ຊຽນ​ໃຫ້​ສູງ​ຂຶ້ນນັ້ນ ຈະ​ເພີ່ມ​ທະວີ​ການ​ພົວພັນ​ທາງ​​ເສ​ດຖະກິດ​ລະຫວ່າງ​ພາກ​ພື້ນ​ນີ້​ກັບປະ​ເທດ​ຈີນ​ຕື່ມ​ອີກ, ​ແລະ​ເຮັດ​ໃຫ້​ເສດຖະກິດ​ຂອງ​ພາກ​ພື້ນ​ຕົນ​ສາມາດ​ສອດຄ່ອງ​ກັບ​ການ​ປ່ຽນ​ແປງ​ຂອງ​ເສດຖະກິດ​ທົ່ວ​ໂລກ. ​ເວົ້າສຳລັບ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ແລ້ວ, ​ໄດ້​ສ້າງຫຼັກ​ໝາຍທາງ​ຫຼາຍ​​ເທື່ອ​ແລ້ວ, ຈີນ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ທີ່​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ​ໃນ 5 ປີ​ລຽນຕິດ.

ທ່ານ​ເລ​ເລື່ອງ​ມິນ ​ເລຂາທິການ​ໃຫຍ່​ຂອງ​ອາ​ຊຽນກ່າວ​ວ່າ, ປະ​ເທດ​ສະມາຊິກ​ທັງ​ໝົດ​ຂອງ​ອາ​ຊຽນລ້ວນ​ແຕ່​ຖື​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ເຈລະຈາ​ເພື່ອ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-​ອາ​ຊຽນ​ໃຫ້​ສູງ​ຂຶ້ນ​ເປັນ​ສັນຍານ​ທີ່​ດີ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ພວມສຸມ​ກຳລັງ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອາ​ຊຽນ​ໃນ 10 ປີ​ຕໍ່​ໜ້າ. ຈີນ​ແມ່ນ​ຄູ່​ຮ່ວມ​ມື​ຕົ້ນຕໍ​ຂອງ​ອາ​ຊຽນ​ໃນ​ຂົງ​ເຂດ​ການ​ຄ້າ ​ແລະ ​ເປັນ​ແຫຼ່ງການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໄດ້​​​ເປັນ​ການເຊີດ​ຊູ​ກຳລັງ​ໃຈ​ຄົນທັງຫຼາຍ​ມາ​ໂດຍ​ຕະຫຼອດ.

ທ່ານ​ຮວງ​ຈິນ​ເຊີງ ຜູ້​ຊ່ອຍ​ບັນນາທິການ​ໃຫຍ່​ຂອງ​ໜັງສືພິມ"​ໂອ​ລີ​​ແອນ​ໂຕ"​ເຊິ່ງ​ເປັນ​ໜັງສືພິມລາຍ​ວັນ​ຂອງ​ມາ​ເລ​ເຊຍ​ກ່າວ​ວ່າ, ຖ້າ​ປະ​ເທດ​ອາ​ຊຽນຢາກ​ພັດທະນາ​ເສດຖະກິດ ກໍ​ຕ້ອງ​ອາ​ໃສ​ກຳລັງ​ຂອງ​ປະ​ເທດ​ຈີນ. ນັບ​ແຕ່​ຜູ້ນຳ​ຊຸດ​ໃໝ່​ຂອງ​ຈີນ​ຂຶ້ນຮັບ​ຕຳ​ແໜ່​ງ​ເປັນຕົ້ນມາ, ​ໄດ້​ໄປ​ຢ້ຽມຢາມ​ປະ​ເທດ​ອາ​ຊຽນ​ເລື້ອຍໆ, ​ເຮັດ​ໃຫ້​ປະ​ເທດ​ອາ​ຊຽນຮູ້ສຶກ​ເຖິງ​​ເຈຕະນາ​ທີ່​ດີ​ຂອງ​ຝ່າຍ​ຈີນ, ​ເຊິ່ງ​ເປັນ​ການ​ເລີ່​ມຕົ້ນທີ່​ດີ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ອາ​ຊຽນກັບ​ຈີນ​ໃນ​ 10 ປີ​ຕໍ່ໜ້າ.

ທ່ານ​ຊົກ​ຕູ ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ການພົວພັນ​ສາກົນ​ຂອງສະ​ຖາ​ບັນ​ຄົ້ນຄວ້າກຳປູ​ເຈຍ​ກ່າວ​ວ່າ, ຄຳ​ປາ​ໄສ​ຂອງ​ທ່ານ​ຫຼີ​ເຄີ້ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ຫວັງ​ຢາກ​ໃຫ້​ອາຊີ​ຕາ​ເວັນ​ອອກ​ກາຍ​ເປັນ​ພາກ​ພື້ນ​ທີ່​ມີ​ການ​ພັດທະນາ​ໂດຍ​ສັນຕິ​ແລະ​ມີ​ສະຖຽນ​ລະ​ພາບ.