ຊ່ຽວຊານ​ເຫັນ​ວ່າ​ຂອບ​ການ​ຮ່ວມ​ມື​ແບບ"2+7"​​ເຮັດ​ໃຫ້"ປະຊາ​ຄົມ​ຊາຕາກຳ​ຈີນ​-ອາຊຽນ"ມີ​ເນື້ອ​ໃນ​ລະອຽດ

(GMT+08:00) 2013-10-12 10:28:23     cri

ຕາມ​ຂ່າວ cri: ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ຫລີ​ເຄີ້ສຽງ​ ນາຍົກລັດຖະມົນຕີຈີນເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-​ອາ​ຊຽນຄັ້ງ​ທີ 16 ທີ່​ຈັດ​ຂຶ້ນ​ຢູ່​ບັນດາ​ເຊ​ລີ​ເບ​ກາ​ວັນ​ໃນ​ຫວ່າງ​ມໍ່ໆມາ​ນີ້, ທ່ານ​ໄດ້​ບັນຍາຍ​ນະ​ໂຍບາຍ​​ຂອງ​ລັດຖະບານ​ຈີນ​ກ່ຽວກັບການພັດທະນານະ​ໂຍບາຍ​ການ​ພົວພັນ​ກັບ​ອາ​ຊຽນໃນ 10 ປີຕໍ່ຫນ້ານີ້, ຄື:ຄວາມ​ຮັບ​ຮູ້​ທີ່​ຄື​ກັນ​ທາງ​ການ​ເມືອງ 2 ຂໍ້​ແລະ​ແນວຄວາມ​ຄິດ​ການ​ຮ່ວມ​ມື​ໃນ 7 ຂົງ​ເຂດ, ອັນ​ໄດ້​ພາ​ໃຫ້​ວົງ​ການ​ຕ່າງໆ​ມີ​ຄວາມ​ສົນ​ໃຈ​ຢ່າງ​ສູງ. ​ໃນ​ເວລາ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ cri, ທ່ານ​ຊີ​ສິ່ງ, ຫົວຫນ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ບັນຫາ​ສາກົນ​ຈີນ​ກ່າວ​ວ່າ, ຂອບ​ການ​ຮ່ວມ​ມື ​​ແບ​ບ "2+7" ໄດ້​ເພີ່ມ​ເນື້ອ​ໃນ​ລະອຽດ​ໃຫ້​ແກ່"ປະຊາ​ຄົມ​ຊາຕາກຳ​ຈີນ-ອາ​ຊຽນ"ທີ່​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ສະ​ເຫ​ນີ ອອກ​ໃນ​ເວລາກ່າວ​ປາຖະກະຖາ​ຢູ່​ສະພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ໃນ​ຫວ່າ​ງກ່ອນ​ນີ້ບໍ່​ດົນ, ​ແລະ​ໄດ້​ສ້າງ​ພື້ນຖານ​ທີ່​ຫມັ້ນ​ແກ່ນ​ທີ່​ສຸດ​ໃຫ້​ແກ່​ທົດ​ສະ​ວັດ​ເພັດມະນີ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ-​ອາ​ຊຽນ.

ທ່ານ​ຊີ​ສິ່ງ​ວິ​ເຄາະ​ວ່າ:"ຄວາມ​ຮັບ​ຮູ້​ຄື​ກັນ​ 2 ຂໍ້​ສະຫລຸບ​ແລ້ວ​ກໍ່​ແມ່ນ:​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ທາງ​ດ້ານ​ຍຸດ​ທະ​ສາດ, ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ທາງ​ດ້ານ​ເສດຖະກິດ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ທາງ​ດ້ານ​ຍຸດ​ທະ​ສາດ​ແມ່ນ​ພື້ນຖານ​ຂອງ​ທຸກ​ສິ່ງ​ທຸກ​ຢ່າງ, ຖ້າ​ບໍ່​ມີ​ພື້ນຖານ​ນີ້, ການ​ຮ່ວມ​ມື​ໃນ​ບາດກ້າວ​ຕໍ່​​ໄປ​ນັ້ນ​ກໍ່​ຈະ​ດຳ​ເນີນ​ໄປ​ບໍ່​ໄດ້. ການ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ທາງ​ດ້ານ​ເສດຖະກິດ​ແມ່ນ​ສ້າງ​ຂຶ້ນ​ບົນ​ພື້ນຖານ​ຂອງ​ຜົນ​ປະ​ໂຫຍ​ດ, ຫມົດ​ທຸກ​ຄົນ​ສາມາດ​ໄດ້​ຮັບ​ຜົນປະ​ໂຫຍ​ດ, ​ແລະ​ຕ່າງ​ໄດ້​ຮັບ​ຜົນ​ດີ​ຈາກອີກ​ຝ່າຍຫນຶ່ງ. ສະ​ນັ້ນ, ຂ້າພະ​ເຈົ້າ​ເຫັນ​ວ່າຄວາມ​ຮັບ​ຮູ້​ທີ່​ຄື​ກັນ​ 2 ຂໍ້​ນີ້​, ຂໍ້​ຫນຶ່ງ​ແມ່ນ​ຫລັກ​ຖານ, ອີກ​ຂໍ້​ຫນຶ່ງ​ແມ່ນ​ພື້ນຖານ."

ທ່ານ​ຊີ​ສິ່ງ​ເຫັນ​ວ່າ, ແນວຄວາມ​ຄິດ​ຂອງ​ທ່ານ​ຫລີ​ເຄີ້ສຽງ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ 7 ຂົງ​ເຂດລວມທັງ​ພື້ນຖານ​ການ​ເມືອງ,​ແລະ​ເນື້ອ​ໃນ​ອື່ນໆ​ເຊັ່ນ: ​ເສດຖະກິດ​ການ​ຄ້າ, ພື້ນຖານ​ໂຄງ​ລ່າງ, ການ​ຮ່ວມ​ມື​ດ້ານ​ການ​ທະນາຄານ, ການ​ຮ່ວມ​ມື​ທາງ​ທະ​ເລ,ການ​ຮ່ວມ​ມື​ດ້ານ​ຄວາມ​ຫມັ້ນຄົງ​ແລະ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ເປັນ​ຕົ້ນ, ​ເຊິ່ງມີ​ຄວາມ​ຄົບ​ຖ້ວນ​ສົມບູນ​ຫລາຍ, ​ແລະ​ສາມາດ​ປະຕິບັດ​ໄດ້.

ທ່ານ​ກ່າວ​ເນັ້ນ​ວ່າ, ຂອບ​ການ​ຮ່ວມ​ມື​ແບບ"2+7"​ແມ່ນ​ໄດ້​ຕອບ​ສະຫນອງ​ຄວາມ​ສົນ​ໃຈ​ຂອງ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ, ​ໄດ້​ເພີ່ມ​ທະວີ​ຄວາມ​ຫມັ້ນ​ໃຈ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນທີ່​ຢູ່ຮ່ວມ​ກັບ​ຈີນ​ໂດຍ​ສັນຕິ​ແລະ​ມີ​ມິດຕະພາບ. ທ່ານ​ເວົ້າ​ວ່າ, ຖື​ການ​ຄົ້ນຄວ້າ​ການ​ເຊັນ​ສົນທິສັນຍາ​ວ່າ​ດ້ວຍ​ມິດຕະພາບ​ແລະ​ການຮ່ວມ​ມື​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະຫວ່າ​ງຈີນກັບປະ​ເທດ​ອາ​ຊຽນ​ເປັນ​ຕົວຢ່າງ, ນີ້​ຫມາຍ​ຄວາມ​ວ່າ​ໄດ້​ກຳນົດ​ການ​ພົວພັນ​ມິດຕະພາບ​ຖານ​ບ້ານ​​ໃກ້​ເຮືອນ​ຄຽງ​ລະຫວ່າງ​ສອງ​ຝ່າຍ​ດ້ວຍ​ກົດຫມາຍ, ກຳຈັດຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ແກ້​ໄຂຄວາມ​ຂັດ​ແຍ້ງ​ກັນ​ດ້ວຍ​ກຳລັງ​ອາວຸດ, ນີ້​ມີ​ຄວາມ​ຫມາຍ​ເລິກ​ເຊິ່ງຍາວ​ໄກ​ຫລາຍ.

ພາຍ​ໃຕ້​ສະຖານະ​ການ​ອັນ​ໃຫມ່, ​ໃນ​ເວລາ​ເກີດ​ມີ​ຖ້ອຍ​ຄຳທີ່​ວ່າ"ຈີນ​ເປັນ​ໄພ​ຂົ່ມ​ຂູ່", ທ່ານ​ນາຍົ​ກລັດຖະມົນຕີ​ຫລີ​​ເຄີ້ສຽງ​ໄດ້​ສະ​ເຫ​ນີ​ໃຫ້​ເຊັນ​ສົນທິສັນຍາ​ວ່າ​ດ້ວຍ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະຫວ່າງ​ຈີນ-​ອາ​ຊຽນ.ນີ້​ສາມາດ​ເວົ້າ​ໄດ້​ວ່າ​ແມ່ນ​ບໍ່ດ້ອຍ​ກວ່າ​ຄວາມສຳຄັນ​ຂອງ​ຫລັກ 5 ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ທີ່​ທ່ານ​​ໂຈວ​ເອີນ​ລາຍ ອະດີດ​ນາຍົກລັດຖະມົນຕີຈີນ​ໄດ້ສະ​ເຫ​ນີອອກ​ໃນ​ອະດີດ​ມາ​ແລ້ວ.