ທ່ານ​ຫລີ​ເຄີ້ສຽງ​ກ່າວ​ເນັ້ນ​ວ່າ​ຕ້ອງ​ສືບ​ທອດ​ມິດຕະພາບ​ລະ​ຫວ່າງຈີນ​ໄທ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຕິດ​ແທດ​ຕົວ​ຈິງ

(GMT+08:00) 2013-10-12 10:41:46     cri


(ທ່ານຫລີເຄີ້ສຽງ ນາຍົກລັດຖະມົນຕີຈີນພົບປະເຈລະຈາກັບທ່ານນາງຍິງຣັກ ຊິນນະວັດ ນາຍົກລັດຖະມົນຕີໄທ)

ຕາມ​ຂ່າວ cri: ວັນ​ທີ 11 ຕຸລາ​ນີ້, ທ່ານ​ຫລີ​ເຄີ້ສຽງ ນາຍົກລັດຖະມົນຕີ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຍິງຣັກ ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ​ຢູ່​ທີ່​ນະຄອນຫລວງ​ບາງກອກ.ຫລັງ​ຈາກ​ນັ້ນ, ທັງ​ສອງ​ທ່ານ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ຮ່ວມ​ກັນ.

ທ່ານ​ຫລີ​ເຄີ້ສຽງ​ກ່າວ​ວ່າ, ຈີນ​ຊົມ​ເຊີຍ​ໄທ​ທີ່​ໄດ້​ເສີ​ມຂະຫຍາຍ​ບົດບາດ​ຢ່າງ​ຕັ້ງຫນ້າ​ໃນ​ຖານະ​ເປັນ​ປະ​ເທດ​ປະສານ​ການ​ພົວພັນ​ຈີນ-​ອາ​ຊຽນ. ລັດຖະບານ​ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ໄທ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ໄປ​ຫນ້າ​ເລື້ອຍໆ.​ເຊື່ອ​ວ່າການ​ພົວພັນ​ລະຫວ່າງ​ຈີນ​ກັບ​ໄທ​ຈະ​ມີ​ຄວາມ​ສະຫນິດສະຫນົມ​ແລະ​ແຫນ້ນ​ແຟ້ນກວ່າ​ເກົ່າ​ບົນ​ພື້ນຖານ​ທີ່​​ມີໄມຕີ​ຈິດ​ມິດຕະພາບ​​ອັນ​ເປັນ​ມູນ​ເຊື້ອ,ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ໄທ​ຈະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ຂອງ​ທັງ​ສອງ​ປະ​ເທດ​ກໍ່​ຄື​ທົ່ວ​ພາກ​ພື້ນ.
ທ່ານ​ນາງ​ຍິງຣັກ ຊິນນະ​ວັດ​ກ່າວ​ວ່າ, ທ່ານ​ຫລີ​ເຄີ້ສຽງ​ຢ້ຽມຢາມ​ປະ​ເທດ​ໄທ​​ເທື່ອ​ນີ້​ໄດ້​ຊີ້​ທິດ​ໃຫ້​ແກ່​​ແຜນການ​ພັດທນະ​ການ​ພົວພັນ​ລະຫວ່າງ​ໄທ​ຈີນ​ໃນ​ເວລາ​ຍາວ​ໄກ.​ໄທ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ທຸກ​ຂົງ​ເຂດ, ພະຍາຍາມ​ບັນລຸ​ເປົ້າ​ຫມາຍ​ທີ່​ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​​ໃຫ້ມີ​ເຖິງ 100 ຕື້​ໂດ​ລາ​ໃນ​ປີ 2015. ​ໄທ​ຊົມ​ເຊີຍ​ຈີນ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ໂຄງການ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ໄທ, ​ແລະ​ສະຫນັບສະຫນູນ​ຂໍ້​ລິ​ເລີ່​ມຂອງ​ຈີນ​ກ່ຽວ​ກັບ​ການ​ສ້າງ​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ. ​ໄທ​ຍິນ​ດີ​ຮ່ວມ​ກັບ​ຈີນ​ທຳ​ຄວາມ​ພະຍາຍາມ​ຕັ້ງຫນ້າ​ຊຸກ​ຍູ້ການ​ພົພວັນ​ລະຫວ່າງ​ອາ​ຊຽນ-ຈີນ​​ໃຫ້ໄດ້​ຮັບ​ການ​ພັດທະນາ​ທີ່​ໃຫຍ່​ຫລວງ​ກວ່າ​ເກົ່າ.

1 2 3 4