ສຳເລັດໜ້າທີ່"ພາລະກຳກົມກຽວ​ກັນ-2013"ແລະການ​ເຄື່ອນ​ໄຫວ​ຊອກ​ຫາ​ກອບ​ກູ້​ຊາວ​ປະ​ມົງ​ຜູ້​ປະ​ສົບ​ໄພຢູ່​​ເຂດ​ທະ​ເລ​ໝູ່​ເກາະ​ໜານ​ຊາຈີນຢ່າງ​ຈົບ​ງາມ​ກຳ​ປັ່ນ​ພະຍາບານ​ຟັ່ງ​ໂຈ່​ວສັນຕິພາບຂອງ​ກອງທັບ​ເຮືອ​ຈີນ​​ກັບ​ຄືນ​ສູ່ນະຄອນ​ໂຈ່​ວ ຊານ

(GMT+08:00) 2013-10-12 13:48:03     cri
ຕາມ​ຂ່າວCRI:ຕອນ​ເຊົ້າວັນ​ທີ12ຕຸລາ​ນີ້, ​ໂດຍ​ໄດ້​ໃຊ້​ເວລາ125ວັນ, ​​ແລະ​ເດີນ​ເຮືອ​ໃນ​ໄລຍະ​ທາງ​ທັງ​ໝົດ2​ໝື່ນ1ພັນໄມ​ທະ​ເລ, ກຳປັ່ນ​ພະຍາບານຟັ່ງ​ໂຈ່ວສັນຕິພາບ​ຂອງ​ກອງທັບ​ເຮືອ​ຈີນ​ໄດ້​ສຳ​ເລັດ​ໜ້າ​ທີ່ "ພາລະ​ກຳກຳ​ກົມກຽວ​ກັນ-2013"​ແລະ​ການ​ເຄື່ອນ​ໄຫວການ​ຊອກ​ຫາກ​ອບກູ້​ຊາວ​ປະມົງ​ທີ່​ປະສົບ​ໄພ​ຢູ່​ເຂດ​ທະ​ເລ​ໝູ່​ເກາະ​ໜານ​ຊາ​ຈີນ, ​ແລ້ວກັບ​ຄືນ​ສູ່​ທ່າ​ກຳ​ປັ່ນ​ທະຫານ​ແຫ່ງ​ໜຶ່ງ​ຢູ່​ນະຄອນ​ໂຈ່​ວຊານ.

ກຳ​ປັ່ນ​ພະຍາບານຟັ່ງ​ໂຈ່​ວສັນຕິພາບ​​ເລີ່​ມ​ເດີນ​ເຮືອ​ແຕ່​ວັນ​ທີ10ມິ​ຖຸນາ​ປີ​ນີ້ຢູ່​ນະຄອນ​ໂຈ່​ວຊານ​ແຂວງ​ເຈີ້​ຈ່ຽງ, ​ໄດ້​ເດີນ​ເຮືອ​ໄປ​ສະໜອງ​ການ​ບໍລິການ​ດ້ານ​ການ​ປິ່ນ​ປົວ​ໃຫ້​ນາຍ​ແລະ​ພົນ​ທະຫານ​ປ້ອງ​ກັນ​ການ​ເດີນ​ເຮືອ​ຂອງ​ປະ​ເທດ​ຕ່າງໆ​ຢູ່​ເຂດ​ທະ​ເລ​ອ່າວ​ອາ​ເດນ, ​​ໄດ້ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ດ້ານ​ການ​ຊ່ວຍ​ເຫຼືອ​ມະນຸດສະ​ທຳ​ແລະ​​ແພດສາດ​ທາງ​ການ​ທະຫານຂອງ​ກອງ​ປະຊຸມ​ເປີດ​ກວ້າງ​ລັດຖະມົນຕີ​ປ້ອງ​ກັນປະ​ເທດ​ອາ​ຊຽນ, ​ແລະ​​ໄດ້ເຂົ້າ​ຮ່ວມ​ກິດຈະກຳ​ການກວດ​ພະຍາດ​ຮ່ວມ​ຂອງ​ກອງທັບ​​ເຮືອຫຼາຍ​ປະ​ເທດທີ່​ຈັດ​ໂດຍອິນ​ໂດ​ເນ​ເຊຍ, ​ພ້ອມ​ທັງໄດ້​ໄປ​ຢ້ຽມຢາມ​ບຼູ​ໄນ, ປາ​ກີ​ສະຖານ, ບັງ​ກະລາ​ເດັດ​ແລະ​ອື່ນໆ​ທັງ​ໝົດ8ປະ​ເທດ, ​ໄດ້​ສະໜອງ​ການ​ບໍລິການ​ດ້ານ​ການ​ປິ່ນປົວ​ໃຫ້​ປະຊາຊົນ​ຂອງ​ປະ​ເທດ​ຕ່າງໆ, ​ແລະ​ໄດ້​ເຂົ້າຮ່ວມ​​ການ​ເຄື່ອນ​ໄຫວ​ຊອກ​ຫາກ​ອບກູ້​ຊາວ​ປະ​ມົງທີ່​ປະສົບ​ໄພ​ຢູ່​ເຂດ​ທະ​ເລ​ໝູ່​ເກາະ​ໜານ​ຊາ​ຈີນ​ລະຫວ່າງ​ທາງ​ກັບ​ຄືນປະ​ເທດ.ຕາມ​ສະຖິຕິ, ກໍາປັ່ນ​ພະຍາບານໄດ້​ກວດ​ສຸຂະພາບ, ປົ່ນ​ປົວ​ໃຫ້​ນາຍ​ແລະ​ພົນທະ​ຫານຂອງກອງກຳ​ປັ່ນເລກທີ508ຂອງນາໂຕ, ກອງກຳ​ປັ່ນເລກທີ151ຂອງ​ສະຫະ​ພັນທະວີບ​ອາ​ເມ​ລິກາ, ກອງກຳປັ່ນເລກທີ465​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ແລະ​ກຳ​ປັ່ນ​ປ້ອງກັນການ​ເດີນ​ເຮືອ​ຂອງສ.ເກົາຫຼີ, ປະຊາຊົນ​ປະ​ເທດ​ຕ່າງໆ, ​ຈີນຕ່າງ​ດ້າວ​ແລະ​ຊາວ​ເຊື້ອສາຍ​ຈີນ​ຢູ່​ຕ່າງປ​ະ​ເທດທັງໝົດ3ໝື່ນ​ແລະ86​​ເທື່ອ​ຄົນ, ດຳ​ເນີນ​ການຜ່າຕັດ293ຄັ້ງ.