IMFເຜີຍ​ແຜ່​ບົດລາຍ​ງານ​ຈ້ອງ​ມອງ​ເສດຖະກິດ​ພາກພື້ນ​ອາຊີປາ​ຊີຟິກ​ຄາດ​ຄະ​ເນວ່າ​ຈັງ​ຫວະ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຈີນ​ປີ​ນີ້​ຈະ​ຫຼາຍ​ກວ່າ7,5%

(GMT+08:00) 2013-10-12 13:54:46     cri
ຕາມຂ່າວCRI: ວັນທີ11ຕຸລານີ້, ກອງປະຊຸມປະຈຳປີທີ່​ຈັດ​ຂຶ້ນ​ໃນ​ລະດູ​ໃບ​ໄມ້​ຫຼົ່ນຂອງອົງການກອງທຶນເງິນຕາສາກົນຫຼືIMFແລະທະນາຄານ​ໂລກ​ໄດ້​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນຫຼວງ​ວໍ​ຊີງ​ຕັນຂອງ​ອາ​ເມ​ລິ​ກາ, ​ໃນ​ມື້​ດຽວ​ກັນ, ອົງການIMF​ໄດ້​ເຜີຍ​​​ແຜ່​ບົດ​ລາ​ຍງານຈ້ອງ​ມອງ​ເສດຖະກິດ​ພາກ​ພື້ນ​ອາຊີ​ປາຊີ​ຟິກ>ຂອງ6​ເດືອນ​ທ້າຍ​ປີ​ນີ້, ​​ມີຂໍ້​ສະ​ເໜີ​ຕໍ່ນະ​ໂຍບາຍ​ດ້ານ​ເສດ​ຖະກິດ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິ​ກ​ໂດຍ​ສະ​ເພາະປະ​ເທດຈີນ.

ບົດ​ລາຍ​ງານ​ຈ້ອງ​ມອງ​ເສດຖະກິດ​ພາກ​ພື້ນ​ອາຊີ​ປາຊີ​ຟິກເຫັນ​ວ່າພາກ​ພື້ນ​ອາຊີ​ປາຊີ​ຟິກຍັງ​ແມ່ນ​ພາກ​ພື້ນ​ທີ່​ມີການ​ເຕີບ​ໂຕທາງ​ເສດຖະກິດ​​ໄວ​ທີ່​ສຸດຂອງ​ໂລກ. ​ເສດຖະກິດ​ຂອງ​ທະວີບອາຊີ​ຍັງ​ຮັກສາ​ກຳລັງ​ຢ່າງ​ເຂັ້ມ​ແຂງຢູ່.

ກ່ຽວ​ກັບ​ຈີນ​ເຊິ່ງ​ເປັນ​ອົງ​ກອນ​ເສດຖະກິດ​ໃຫຍ່​ທີ2​ໃນ​ໂລກ​ໃນ​ພາກ​ພື້ນ​ນີ້, ບົດ​ລາຍ​ງານ​ຂອງ IMFໄດ້​ໃຫ້ຄວາມ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ. ບົດ​ລາຍ​ງານ​ເຫັນ​ວ່າ, ຈີນ​ບໍ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການປັ່ນ​ປ່ວນ​ຂອງ​ຕະຫຼາດ​ການທະນາຄານ​ໃນ​ໄລຍະ​ມໍ່ໆ​ນີ້​ໂດຍ​ພື້ນຖານ, ​ແຕ່​ວ່າ​ຈັງຫວະ​​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຈີນ​ຈະ​ຫຼຸ​ດລົງ​ໜ້ອນ​ໜຶ່ງ. ທ່ານ​ອານ​ອົບ ຊີງ, ຫົວໜ້າຄຸ້ມ​ຄອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກຂອງ IMFກ່າວ​ວ່າ, "​ໃນ​ການ​ຄາດ​ຄະ​ເນ​ດ້ານ​ເສດຖະກິດ​ຂອງ IMF, ສິ່ງ​ທີ່​ຕ້ອງ​ກ່າວ​ເນັ້ນ​ເຖິງນັ້ນ​ແມ່ນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຈີນ​ຍັງ​ຈະ​ສູງກວ່າ7,5%, ຄື​ມີປະມານ7,6% ".