ການ​ທີ່​ບໍ່​ໃຫ້​ນັກວິທະຍາສາດ​ເຂົ້າ​ຮ່ວມ​ການ​ແລກປ່ຽນ​ສາກົນ​ໂດຍ​ຖື​ສັນຊາດ​ເປັນ​ຂໍ້​ອ້າງ​ນັ້ນ​​ແມ່ນ​ບໍ່​ເຫມາະ​ສົມ

(GMT+08:00) 2013-10-13 13:45:20     cri

ວັນ​ທີ 12 ຕຸລາ​ນີ້, ​ໂຄສົກ​ສະມາຄົມ​ວິທະຍາສາດ​ເຕັກນິກ​ຂອງ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໂດຍ​ກ່າວ​ວ່າ, ການຢັບຢັ້ງ​​ໂອກາດ​ແລະ​ສິດ​ຂອງ​ນັກ​ຄົ້ນຄວ້າ​ວິທະຍາສາດ​​ໃນ​ການ​ເຂົ້າ​ຮ່ວມ​ການ​ແລກປ່ຽນ​ສາກົນ​​ໂດຍ​ຖື​ສັນຊາດ​ເປັນ​ຂໍ້​ອ້າງ​ນັ້ນ​ແມ່ນ​ບໍ່​ເຫມະ​ສົມ.

ຫວ່າງ​ມໍ່ໆ​ນີ້, ການ​ຮ້ອງ​ຂໍ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໂຄງການ​ກ້ອງ​ຊ່ອງ​ອະວະກາດ​ແຄັບ​ຕັນ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ອາ​ເມລິ​ກາ​ໃນ​ເດືອນ​ຫນ້າ​ຂອງນັກ​ຄົ້ນຄວ້າຈີນ 6 ຄົນຖືກ​ປະຕິ​ເສດ, ​​ເຊິ່ງເຮັດ​ໃຫ້ຫາ​ງສຽງ​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ກວ້າງຂວາງ.ວົງ​ການ​ວິທະຍາສາດ​ເຕັກນິກ​ຈີນ​ແລະ​ຕ່າງປະ​ເທດ​ມີ​ປະຕິ​ກິລິຍາ​ຢ່າງ​ຮຸ​ນ​ແຮງ​ຕໍ່​​ເລື່ອງ​ນີ້, ​​ແລະ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຕໍ່​ການ​ກະທຳຈຳ​ແນ​ກດັ່ງກ່າວ.

​ໂຄສົກ​ສະມາຄົມ​ວິທະຍາສາດ​ເຕັກນິກ​ຂອງ​ຈີນ​ເຫັນວ່າ, ການ​ຊອກ​ຄົ້ນ​ຊັ້ນ​ຈັກກະວານແມ່ນ​ພາລະກິດຮ່ວມ​ຂອງ​ທົ່ວ​ມວນ​ມະນຸດ, ​ແມ່ນ​ການ​ຊອກ​ຄົ້ນ​ໂລກ​ທີ່​ຍັງ​ບໍ່​ທັນ​ຮູ້​ນັ້ນ.ການ​ແລກປ່ຽນ​ດ້ານ​ວິຊາ​ການ​ແມ່ນ​ແຫ​ລ່ງທີ່​ມາ​ແຫ່ງ​ການ​ປະດິດ​ສ້າງ, ການ​ແລກປ່ຽນ​ແລະ​ການຮ່ວມ​ມື​ກັນ​ໃນ​ສາກົນ​ແມ່ນ​ວິທີ​ແລະ​ຊ່ອງ​ທາງ​ທີ່​ສຳຄັນ​ໃນ​ກາ​ນຊຸກ​ຍູ້​ວິທະຍາສາດ​ເຕັກນິກ​ກ້າວ​ໄປ​ຫນ້າ.

​ໂຄສົກ​ຜູ່​ກ່າວ​ວ່າ, ຫວັງ​ວ່າ​ປະ​ເທດ​ແລະ​ອົງການ​ວິຊາ​ການ​ທີ່ກ່ຽວຂ້ອງ​ຈົ່ງ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ປັດຈຸບັນ​ໃຫ້​ດີ, ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​​ໃນ​ການ​ເປີດ​ປະຕູ​ແລະ​ການ​ຮ່ວມ​ມື​ກັນ​ໃນ​ດ້ານ​ການ​ຄົ້ນ​ນຄວ້າ​ວິທະຍາສາດ​ເຕັກນິກ. ວົງ​ການ​ວິທະຍາສາດ​ຈີນ​ຍິນ​ດີ​ຮ່ວມ​ກັນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຊົມ​​ໃຊ້​ບົດຮຽນ​ທີ່​ຊຸກ​ຍູ້ເສດຖະກິດພັດທະນາ​ດ້ວຍ​ເຕັກນິກ​ການບິນ​ອະວະກາດ, ຍຶດຖື​ນ້ຳ​ໃຈຮ່ວມມືກັນ​ພັດທະນາ​ແລະ​ຊົມ​ໃຊ້​ຊັ້ນ​ອະວະກາດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະການ​ຮ່ວມ​ມື​ກັນ​ໃນ​ສາກົນ, ນຳ​ໃຊ້​ອະວະກາດ​ໂດຍ​ສັນຕິ, ສະ​ແຫວ​ງຫາ​ຄວາມສຸກ​ໃຫ້​ແກ່​ທົ່ວ​ມວນ​ມະນຸດ.