ສານ​ອາ​ເມ​ລິ​ການ​ອະນຸມັດ​ໃຫ້​ NSA ສືບ​ຕໍ່​ເກັບ​ກຳ​ຂໍ້​ມູນລົມ​ໂທລະສັບ​ຂອງ​ປະຊາຊົນ

(GMT+08:00) 2013-10-13 13:46:02     cri

ຕາມ​ຂ່າວ CRI: ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ, ສານ​ຄວາມ​ລັບ​ອາ​ເມ​ລິ​ກາ​ທີ່​ຮັບຜິດຊອບ​ຕິດຕາມ​ການ​ເຄື່ອ​ນ​ໄຫວ​ຂອງ​ຜູ່​ກໍ່​ການ​ຮ້າຍ​ແລະ​ນັກ​ສືບ​ຂ່າວ​ຕ່າງປະ​ເທດ​ນັ້ນ​ໄດ້​ມອບ​ຫມາຍ​ໃຫ້​ກົມ​ ຄວາມ​ຫມັ້ນຄົງ​ແຫ່ງ​ຊາດ​ອາ​ເມ​ລິ​ກາ(NSA)ສືບ​ຕໍ່​ເກັບ​ກຳ​ຂໍ້​ມູນ​ລົມ​ໂທລະສັບ​ຂອງ​ປະຊາຊົນ.

ວັນ​ທີ 11 ຕຸລາ​ນີ້, ທ່ານ​ແຈ​ມສ ​ແກຼບ​ເບີ ອຳນວຍ​ການ​ຂ່າວ​ກອງ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ໄດ້​ຖະ​ແຫລ​ງຕໍ່​ພາຍ​ນອກ​ວ່າ, ຫວ່າງ​ກອ່ນນີ້​ບໍ່​ດົນ,ລັດຖະບານ​ອາ​ເມ​ລິ​ກາ​ໄດ້​ຮ້ອງ​ຂໍ​ຕໍ່​ສານ​ຕິດຕາມ​ກວດກາ​ຂ່າວ​ລັບ​ຕ່າງປະ​ເທດ​ກ່ຽວ​ກັບ​ຈະ​ສືບ​ຕໍ່​ເກັບ​ກັບ​ຂໍ້​ມູນ​ລົມ​ໂທລະສັບ​ຂອງ​ປະຊາຊົນ​ອາ​ເມ​ລິ​ກາ, ປັດຈຸບັນ,ການ​ຮ້ອງ​ຂໍ​ນີ້​ໄດ້​ຮັບ​ການ​ອະນຸມັດ​ແລ້ວ. ຖະ​  ແຫລ​ງການ​ຍັງ​ກ່າວ​​ເນັ້ນ​ວ່າ, ການ​ເຜີຍ​ຂ່າວ​ນີ້​ອອກ​ແມ່ນ​ຫນຶ່ງ​ໃນ​ບັນດາ​ມາດ​ຕະການ​ໃຫມ່​ຂອງ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ກ່ຽວ​ກັບ​ຈະ​ຍົກ​ຄວາມ​ໂປ່​ງ​ໃສ​ຂອງ​ໂຄງການ​ຕິດຕາມ​ກວດກາ​ດ້ວຍ​ລັດຖະບານ​ໃຫ້​ສູງ​ຂຶ້ນ. ​ແຕ່​ກ່ອນ​ຫນ້າ​ນີ້, ທ່ານ​ແກຼບ​ເບີຍ​ເຄີຍ​ເວົ້າ​ຕໍ່​ລັດຖະສະພາ​ອາ​ເມ​ລິ​ກາ​ວ່າ, ອົງການ​ຂອງ​ທ່ານ​ບໍ່​ເຄີຍ​​ເກັບ​ກັບ​ຂໍ້​ມູນ​ເຫລົ່າ​ນີ້.

ກ່ອນ​ຫນ້າ​ນີ້, ທ່ານ​ແອັດ​ເວີ​ດ ສະ​ໂນ​​ແດັນ ອະດີດ​ພະນັກງານ​ຂອງ​ກົມຄວາມຫມັ້ນຄົງ​ແຫ່ງ​ຊາດ​ອມ​ເມ​ລິ​ກາ​ເຄີຍ​ເປີດເຜີຍວ່າ​ອົງການຂ່າວ​ກອງ​ອາ​ເມ​ລິ​ກາ​ເຄີຍ​ເກັບ​ກຳ​ເອົາ​ຂໍ້​ມູນ​ລົມ​ໂທລະສັບ​ຂອງ​ປະຊາຊົນອາ​ເມ​ລິ​ກາ​ເປັນ​ເວລາ​ດົນ​ນານ. ​ເມື່ອ​ຂ່າວ​ນີ້​ຖືກ​ເຜີຍ​ອອກ​ແລ້ວ, ຄວາມເຊື່ອ​ຖື​ຂອງ​ລັດຖະບານ​ອາ​ເມ​ລິ​ກາ​ຖືກ​ທຳລາຍ​ຢ່າງ​ຫລວງຫລາຍ, ບຸກຄົນ​ທີ່​ສົນ​ໃຈ​ນຳ​ການ​ປົກ​ປ້ອງ​ເລື່ອງ​ສ່ວນ​ຕົວ​ແລະ​ຜູ່​ວາງ​ກົດຫມາຍ​ພາກັນ​ຮຽກຮ້ອງ​ໃຫ້​ໄຕ່​ສ່ວນຕໍ່​ກົດຫມາຍ​ວ່າ​ດ້ວຍ​ການ​ຕິດຕາມ​ກວດກາ​ຂ່າວ​ລັບ​ຕ່າງ​ປະ​ເທດ​ທີ່​ອະນຸ​ມັດ​ໃຫ້​ເກັບ​ກຳ​ຂໍ້​ມູນ​ເຫລົ່າ​ນີ້​ທີ່​ປະຕິບັດ​ໃນ​ປັດຈຸບັນ.