ນາຍົກ​ຈີນຫວັງ​ວ່າ​ຊາວ​ຈີນ​ທີ່​ອາ​ໃສ​ຢູ່​ໄທ​ຈະ​ຮ່ວມ​ກັນປະກອບສ່ວນ​​ເຂົ້າໃນການ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດມິດຕະພາບລະຫວ່າງ​ຈີນ​ໄທ

(GMT+08:00) 2013-10-13 13:46:51     cri

ຕອນ​ທ່ຽງ​ວັນ​ທີ 12 ຕຸລາ​ນີ້, ທ່ານ​ຫລີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງອາຫານທີ່​ຈັດ​ຂຶ້ນ​ເພື່ອ​ເປັນ​ກຽດ​ແກ່​ທ່ານ​ຢູ່​ສະພາ​ການ​ຄ້າ​ຈີນ​​ໄທ​ທີ່​ນະຄອນຫລວງ​ບາງກອກ​ແລະ​ໄດ້​ກ່າວ​ຄຳ​ປາ​ໄສ.

ທ່ານ​ກ່າວ​ວ່າ, ​ໃນ​ຫລາຍ​ປີ​ມາ​ນີ້, ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​​ໄດ້​ສືບ​ທອດ​ປະ​ເພນີ​ວັດທະນະ​ທຳ​ຂອງ​ຈີນ, ດຸ​ຫມັ່ນ​ຂະຫຍັນ​ພຽນ, ສາມັກຄີກັນ​ແລະ​ຊ່ວຍ​ເຫລືອ​ແກ່​ກັນ, ບາກ​ບັ່ນ​ສູ້​ຊົນ, ​ໄດ້​ຢູ່​ກັບ​ປະຊາຊົນທ້ອງ​ຖີ່​ນ​ຢ່າງ​ຖືກຕ້ອງ​ປອງ​ດອງ​ກັນ, ​ແລະ​ໄດ້​ສ້າງ​ພາລະກິດ​ອັນ​ຮຸ່ງ​ເຮືອງ​​ໃນປັດຈຸບ​ບັນ​ນີ້, ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ແມ່ນພາກ​ສ່ວນ​ປະກອບ​ອັນ​ສຳຄັນ​ໃນ​ເສດຖະກິດ​ຂອງ​​ໄທ, ຂໍ​ອວຍພອນ​ໃຫ້​ພາລະກິດ​ຂອງ​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ທີ່​ຢູ່ປະ​ເທດ​ໄທ​ນັ້ນ​ຈະ​ມີ​ຄວາມ​ວັດທະນາ​ຖາວອນ​ຂຶ້ນ​ເລື້ອຍໆ, ນີ້​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ຂອງ​ໄທ, ​ແລະ​ກໍ່​ມີ​ຜົນ​ດີ​ຕໍ່​ການ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ຈີນ​ແລະ​ໄທ.

ທ່ານ​ຫລີ​ເຄີ້ສຽງ​ຊີ້​ອອກ​ວ່າ, ລະຫວ່າງຈີນ​ໄທ,​ ມິດຕະພາບ​ທີ່​ສະຫນິດສະຫນົມ​ເຫ​ມື່ອນດ່ັງ​ຄົນ​ໃນຄອບຄົວ​ດຽວ, ການ​ຮ່ວມ​ມື​ລະຫວ່າງ​ຈີນ​ໄທ​ມີ​ອະນາຄົດ​ອັນ​ກ້ວາງ​ຂວາງ.​ໃນ​ໄລຍະ​ຢ້ຽມຢາມ, ລັດຖະບານ​ສອງ​ປະ​ເທດ​ໄດ້​ຕົກລົງ​ສັນຍາ​ຮ່ວມ​ມື​ຫລາຍ​ສະບັບ, ນີ້​ຈະ​ສ້າງ​ພື້ນຖານ​ແຫ່ງ​ມິດຕະພາບ​ລະຫວ່າງ​ຈີນ​ໄທ​ໃຫ້​ຫມັ້ນ​ແກ່ນ​ກວ່າ​ເກົ່າ, ​ແລະ​ໄດ້​ນຳ​ເອົາ​ຊ່ອງ​ຫວ່າງ​ການ​ຮ່ວມ​ມື​ທີ່​ໃຫຍ່​ກວ່າ​ເກົ່າ​ມາ​ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ, ​ແລະ​ຈະ​ນຳ​ເອົາ​ໂອກາດ​ການທຸລະ​ກິດ​ຫລາຍ​ກວ່າ​ເກົ່າ​ແກ່​ນັກທຸລະກິດ​ຈີນ​ທີ່​ຢູ່​ໄທ​ເຊັ່ນ​ດຽວ​ກັນ.

ປະ​ເທດ​ໄທ​ມີ​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ທີ່​ອາ​ໃສ​ຢູ່​ນັ້ນ​ເກືອບ 10 ລ້ານ​ຄົນ, ​ແມ່ນ​ບ່ອນ​ຫນຶ່ງ​ທີ່​ມີ​ຊາວ​ຈີນຈຳນວນ​ຫລວງຫລາຍ​ອາ​ໃສ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.