ແຂວງ​ຢຸນານ​ຈີນ​ກັບ​ລາວ​ເຊັນ​ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ແລະການ​ແລກປ່ຽນ​​ດ້ານ​ການ​ສຶກສາ​ແລະ​ດ້ານ​ອື່ນໆ

(GMT+08:00) 2013-10-13 13:48:52     cri

ວັນ​ທີ 12 ຕຸລາ​ນີ້, ບົນ​ພື້ນຖານ​ບົດບັນທຶກ​ຊ່ວຍ​ຈຳ​ທີ່​ເຊັນ​ໃນ​ເດືອນ​ທັນວາ​ປີ 2012, ພະ​ແນ​ກສຶກສາ​ທິການແຂວງ​ຢຸນນານ​ຈີນ​ກັບ​ກະຊວງ​ສຶກສາ​ທິການ​ແລະ​ການ​ກິລາ​ລາວ​ໄດ້​ເຊັນ​ຂໍ້​ມາດຕາ​ເພີ່ມ​ຕື່ມ​ຂອງ​ບົດ​ບັນທຶກ​ຊ່ວຍ​ຈຳ​ດັ່ງກ່າວ, ​ເພື່ອ​ຊຸກ​ຍູ້ການ​ແລກປ່ຽນ​ແລະການ​ຮ່ວມ​ມື​​ລະຫວ່າງ​ສອງ​ຝ່າຍ​ໃນ​ດ້ານ​ການ​ສຶກສາ, ວັດທະນະທຳ, ສາທາລະນະ​ສຸກ​ແລະ​ສື່ສານ​ມວນ​ຊົນ.

 ອີງ​ຕາມ​ຂໍ້​ມາດຕາ​ເພີ່ມ​ຕື່ມ, ພະ​ແນ​ກສຶກສາ​ທິການແຂວງ​ຢຸນນານ​ຈີນ​ຈະ​ຮ່ວມ​ກັບ​ກະຊວງ​ສຶກສາ​ທິການ​ແລະ​ການ​ກິລາ​ລາວ​ຖ່າຍ​ທຳລາຍ​ການ​ໂທລະພາບ, ​ເຊິ່ງ​ມີ​ເນື້ອ​ໃນ​ລວມທັງ​ການ​ຮຽນ​ພາສາ​ຈີນ, ການ​ເຜີຍ​ແຜ່​ວັດທະນະທຳ, ການ​ສຶກສາ​ວິຊາ​ສະ​ເພາະ​ຕ່າງໆ, ​ແລະ​ການ​ສຶກສາ​ວິຊາ​ຊີບ, ຈະ​ອອກ​ອາກາດ​​​ໂດຍຜ່ານ​ໂທລະພາບ​ແຫ່ງ​ຊາດ​ລາວ​ມື້​ລະ 1 ຊົ່ວ​ໂມງແຕ່​ວັນ​ຈັນ​ຫາ​ວັນ​ສຸກ.

ປີ 2009 ພະ​ແນ​ກສຶກສາ​ທິການ​ແຂວງ​ຢຸນນານ​ຈີນ​ກັບພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລາວ​ໄດ້​ເຊັນ​ສັນຍາ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ຢ່າງ​ເປັນ​ທາງ​ການ, ຫລັງ​ຈາກ​ນັ້ນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໄດ້ດຳ​ເນີນ​ຢ່າງ​ວ່ອງ​ໄວ. ປີ 2012, ພະ​ແນ​ກສຶກສາ​ທິການ​ແຂວງ​ຢຸນນານ​ໄດ້​ຈັດ​ງານ​​ໂຄສະນາ​ເຜີຍ​ແຜ່​ການ​ຮ່ວມ​ມື​ດ້ານ​ການ​ສຶກສາລະ​ຫວ່າງ​​ແຂວງ​ຢຸນນານຈີນກັບ​ລາວ​ຢູ່​ນະຄອນຫລວງ​ວຽງ​ຈັນ​, ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ກັບ​ລາວ​ຈາກ​ສາມ​ດ້ານ​ຄື: ​ເພີ່ມ​ຈຳນວນນັກ​ສຶກສາ​ທີ່ໄປ​ຮຽນ​ຢູ່​ປະ​ເທດ​ຝ່າຍ​ກົງກັນຂ້າມ, ​ເພີ່ມ​ທະວີການ​ຮ່ວມ​ມື​ດ້ານ​ການ​ສິດສອນ​ວິຊາ​ແພດ, ​ແລະ​ເຜີຍ​ແຜ່​ການ​ສຶກສາ​ດ້ານ​ກະສິກຳ.​ເດືອນ​ກໍລະກົດ​ປີ 2013, ພະ​ແນ​ກສຶກສາ​ທິການ​ແຂວງ​ຢຸນນານ​ໄດ້​ຄັດ​ເລືອກ​ແລະ​ອົບຮົມ​ນາຍ​ແປ​ພາສາ​ຈີນ-​ລາວ ຢູ່​ແຂວງ​ຢຸນນານ​ແລະລາວ​ຈຳນວນ 50 ຄົນ​​ເພື່ອ​ ໃຫ້ການ​ບໍລິການ​ທີ່​ດີກ​ວ່າ​ເກົ່າ​ແກ່​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນຫລາຍ​ລະດັບ​ແລະ​ໃນ​ຂົງ​ເຂດ​ກວ້າງຂວາງ​ກວ່າ​ເກົ່າ.