ທ່ານຫລີ​ເຄີ້ສຽງ​ສິ້ນ​ສຸດ​ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຢູ່​ປະ​ເທດ​ໄທ​ແລ້ວ​ເລີ່​ມຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2013-10-13 16:25:28     cri

ຕອນ​ເຊົ້າວັນ​ທີ 13 ຕຸລາ​ນີ້ ຕາມ​ເວລາ​ທ້ອງ​ຖີ່​ນ, ທ່ານ​ຫລີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​​ໄທ​ຢ່າງ​ເປັນ​ທາງ​ການ​ແລ້ວ​ເດີນທາງ​ໂດຍ​ຍົນ​ພິ​ເສດ​ຈາກ​ນະຄອນ​ຊຽງ​​ໄຫ​ມ່​ໄປ​ນະຄອນຫລວງ​ຮ່າ​ໂນ​ຍຂອງ​ຫວຽດນາມ.

​ໂດຍ​ຕອບ​ສະຫນອງ​ຄຳ​ເຊີນ​ຂອງ​ທ່ານ​ຫງຽນ​ເຕີນ​ຢົງ, ນາຍົກລັດຖະມົນຕີສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ, ທ່ານ​ຫລີ​ເຄີ້ສຽງ​ໄດ້​ເດີນທາງ​ໄປ​ຮອດ​ນະຄອນຫລວງ​ຮ່າ​ໂນ​ຍ​ໃນ​ຕອນ​ບ່າຍ​ວັນ​ທີ 13 ຕຸລາ​ນີ້, ​ເລີ່​ມຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ.

​ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ຫລີ​ເຄີ້ສຽງ​ຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຫງຽນ​ເຕີນ​ຢົງ, ​ແລະ​ຍັງ​ຈະ​ພົບ​ປະ​ກັບ​ຜູ່​ນຳ​ຫວຽດນາມ​ທ່ານ​ອື່ນໆ, ​ເຊັ່ນ​ທ່ານ​ຫງຽນຟູ​ຈົງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ທ່ານ​ຈຶງ​ ເຕິ​ງຊາງ ປະທານ​ປະ​ເທດ​ຫວຽດນາມ, ​ແລະ​ທ່ານ​ຫງຽນ​ເຊັ່ງ​ຫົ້ງ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ຈະ​ແລກປ່ຽນ​ຄວາມ​ເຫັນ​ກັນ​ກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວພັນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ຫວຽດນາມ.ສອງ​ປະ​ເທດ​ຈະ​ເຊັນ​ແລະ​ປະກາດ​ເອກະສານ​ແລະ​ສັນຍາ​ຮ່ວມ​ມື​ຫລາຍ​ສະບັບ.