ໃນ​ເວລາ​ທ່ຽວ​ຊົມ​ສວນ​ງາ​ນວາງສະ​ແດງສິນລະປະ​ສວນ​ສາກົນ​ຂອງ​ຊຽງ​ໃໝ່, ທ່ານ​ຫຼີ​ເຄີ້ຊຽງ​ກ່າວ​​ເນັ້ນ​ວ່າ, ​ເພີ່ມ​ທະວີ​ການ​ແລກປ່ຽນວັດທະນະທຳລະຫວ່າງ​ຈີນ​ໄທ, ​ເພີ່ມ​ທະວີຄວາມ​ຮັກ​ແພງລະຫວ່າງ​ປະຊາຊົນ​ສອງຊາດ

(GMT+08:00) 2013-10-13 14:42:31     cri

ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ບ່າຍ​ວັນ​ທີ12 ຕຸລາ​ນີ້, ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນ​ຕີ​ຈີນ​ໄດ້​ອອກ​ເດີນທາງ​ຈາກ​ບາງກອກ​​ໄປ​ຢ້ຽມຢາມຊຽງ​ໃໝ່ ນະຄອນ​ພາກ​ເໜືອ​ຂອງ​ໄທ. ພາຍ​ໃຕ້​ການ​​ເປັນ​​ເພື່ອນ​ຂອງ​ທ່ານ​ນາງ​ຍິງລັກ ຊິນ​ນະ​ວັດ ນາຍົກລັດ​ຖະ​ມະ​ຕີ​ໄທ, ​ທ່ານ​ຫຼີ້​ເຄີ້ຊຽງໄດ້​ທ່ຽວ​ຊົມ​ສວນ​ງາ​ນວາງສະ​ແດງສິນລະປະສວນ​ສາກົນ.

ທ່ານ​ຫຼີ​ເຄີ້ຊຽງ​ແລະ​ທ່ານນາງຍິງລັກ​ໄດ້​ມາ​ຊົມ​ເ​ບິ່ງ "ສວນ​ຖາງຈີນ" . ທ່ານ​ຫຼີ​ເຄີ້ຊຽງ​ກ່າວ​ວ່າ, "ສວນ​ຖາງ​ຈີນ"​ໄດ້​ສະ​ແດງ​ໃຫ້​ເຫັນ​ສີສັນ​ພິ​ເສດ​ຂອງ​ສິ່ງ​ກໍ່ສ້າງ​ໃນ​ສວນ​ດັ້ງ​ເດີມ​ຈີນ, ​​ໂດຍ​ຜ່ານ​ທ່ຽວຊົມ "ສວນ​ຖາງ", ປະຊາຊົນ​ໄທ​ສາມາດ​​ເຂົ້າ​ໃຈຄວາມ​ຮັບ​ຮູ້​ຕໍ່​ວັດທະນະທຳ​ສິນລະປະສວນ​ຂອງ​ຈີນ. ທ່ານ​ຊີ້​ອອກ​ວ່າ, "ສວນ​ຖາງຈີນ" ສ້າງ​ຕັ້ງ​ຂຶ້ນ​ຢູ່​ຊຽງ​​ໃໝ່, ​ເປັນ​ສັນຍາ​ລັກ​ຂອງ​ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ, ກໍ່​ແມ່ນ​ສັກຂີ​ພິຍານ​ຂອງ​ໄມຕີ​ຈິດຕິດ​ຕະພາບ​ປະຊາຊົນ​ສອງ​ຊາດ.

ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ, ທ່ານ​ນາງຍິງລັກ​ໄດ້​ຈັດ​ງານ​ລ້ຽງອາຫານ​ທີ່​ມີ​ສີສັນ​ພິ​ເສດຂອງ​ຊົນ​ເຜົ່າ​ພາກ​ເໜືອ​ໄທ​​ເພື່ອ​ເປັນ​ກຽດ​ແກ່ທ່ານ​ຫຼີ​ເຄີ້ຊຽງ​ຢູ່​ສວນ​ງານ​ວາງສະ​ແດງ​ສິນລະປະ​ສວນ​ສາກົນ. ສິລະ​ປິນ​ໄທ​ໄດ້​ສະ​ແດງ​ລາຍການ​ສິລະ​ປະທີ່​ມີ​ສີສັນ​ພິ​ເສດ​ຈີນ​ແລະ​ໄທ.