ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບສະພາ​ເອີ​ລົບ​ລົງມະ​ຕິ​ກ່ຽວ​ພັນ​ເຖິງ​ໄຕ້​ຫວັນ

(GMT+08:00) 2013-10-13 14:46:52     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ12 ຕຸລາ​ນີ້, ທ່ານ​ນາງ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ສະພາ​ເອີ​ລົບ​ລົງມະຕິ​ກ່ຽວ​ພັນ​ເຖິງ​ໄຕ້​ຫວັນ. ທ່ານ​ນາງ​ຮວ້າຊຸ່ນຢິງກ່າວ​ວ່າ, ບັນຫາ​ໄຕ້ຫວັນ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ລັດຖະບານ​ຈີນ​ເດັດດ່ຽວ​ຄັດຄ້ານ​ອິດ​ທິກຳລັງພາຍ​ນອກ​ໃດ​​ເຂົ້າແຊກ​ແຊງ.

ຕາມ​ລາຍ​ງານ​ວ່າ, ສະພາ​ເອີ​ລົບ​ໄດ້​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ພົວພັນ​​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສະຫະພາບ​ເອີ​ລົບ​ກັບ​ໄຕ້​ຫວັນ​ໃນ​ວັນ​ທີ 9 ຕຸລາ​ນີ້, ຮຽກຮ້ອງ​ຄະນະ​ກຳ​ມະການ​ສະຫະພາບ​ເອີ​ລົບ​ເ​ລີ່​ມດຳ​ເນີນານ​ເຈລະຈາ​ກັບ​ໄຕ້​ຫວັນ​ກ່ຽວ​ກັບ​ສັນຍາ​ຮັບປະກັນການ​ລົງທຶນ​ແລະ​ການ​ອະນຸມັດເຂົ້າ​ຕະຫຼາດ, ​ເພື່ອ​ລົງ​ເລິກ​ການ​ພົວພັນດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ.

ທ່ານ​ນາງ​ຮວ້າຊຸ່ນຢິງກ່າວ​ວ່າ, ຝ່າຍ​ຈີນ​ບໍ່​ມີ​ຄວາ​ມ​ເຫັນ​ຫຍັງ​ຕໍ່​ສະຫະພາບ​ເອີ​ລົບ​ດຳ​ເນີນ​ການ​ໄປມາຫາສູ່​ກັນດ້ານ​ເສ​ດຖະກິດ​ການ​ຄ້າ​ກັບ​ປະຊາຊົນ​ໄຕ້ຫວັນ, ​ແຕ່​ຄັດຄ້ານ​ສອງ​ຝ່າຍ​ຂະ​ຫຍາ​ວ​ການ​ພົວພັນ​ຝ່າຍ​ທາງ​ການ. ຫວັງ​ໃຫ້​ຝ່າຍ​ເອີ​ລົບພິຈະ​ລະນາ​ເຖິງ​ການ​ພົວພັນ​ຈີນ​ເອີ​ລົບ​ເຊິ່ງ​ເປັນ​ພາກສ່ວນ​​​ໃຫຍ່, ​ເຄົາລົບ​ຫຼັກການຈີນ​ດຽວ, ​ຊຳລະແກ້​ໄຂ​ບັນຫາທີ່​ກ່ຽວ​ພັນ​ເຖິງ​ໄຕ້​ຫວັນ​ຢ່າງ​ລະມັດລະວັງ, ຢ່າ​ດຳ​ເນີນ​ການ​ໄປ​ມະຫາ​ສູ່​ກັນ​ຝ່າຍ​ທາງ​ການ​ຫຼື​ຫາລື​ເຊັນ​ສັນຍາ​ໃດ​ທີ່​ມີ​ລັກສະນະ​ຝ່າຍ​ທາງ​ການ. ຫວັງ​ໃຫ້​ສະພາ​ເອີ​ລົບຈົ່ງ​​ເຮັດ​​ເລື່ອງທີ່​ມີ​ຜົນ​ດີ​ຕໍ່​ການ​ພົວພັນ​ລະ​ຫ່າງ​ຈີນ​ເອີ​ລົບ​ຂະຫຍາຍຕົວ​ຢ່າງ​ປອດ​​ໃສ.