ນາຍົກລັດຖະມົນຕີຈີນ​ແລະ​ຫວຽດນາມ​ຈັດການ​ເຈລະຈາ, ນາຍົກ​ຈີນກ່າວ​ເນັ້ນ​ວ່າ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ທະ​ເລ, ທາງບົກ​ແລະ​ດ້ານ​ການ​ເງິນລົງ​ເລິກ​ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ຫວຽດນາມ

(GMT+08:00) 2013-10-14 17:57:33     cri

ຕອນ​ບ່າຍ​ວັນ​ທີ 13 ຕຸລາ​ນີ້ຢູ່​ທີ່​ນະຄອນຫຼວງ​ຮາ​ໂນ້ຍ, ທ່ານ​ຫຼີ້​ເຄີ້ສຽງ, ນາຍົກລັດຖະ ມົນຕີຈີນ​ໄດ້​ເຈລະຈາ​ກັບ​ທ່ານ​ຫງວຽນ​ເຕິ​ນຢຸງ, ນາຍົກລັດຖະມົນຕີຫວຽດນາມ, ສອງຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​​ແລະ​ໄດ້​ກ້າວ​ເຖິງຂັ້ນ​ມີ​ຄວາມ​ເຫັນ​​ເປັນ​ເອກະສັນ​ກັນ​ໃນ​ຫຼາຍ​ດ້ານ​ທີ່​ສຳຄັນ.

ທ່ານ​ຫຼີ້​ເຄີ້ສຽງ​ກ່າວ​ວ່າ, ​ໃນ​ຖານະ​ເປັນປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ, ຮັກສາ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ໃຫ້​ຂະຫຍາຍຕົວ​ຢ່າງ​ໝັ້ນ​ທ່ຽງ​ແລະ​ແຂງ​ແຮງ​ແລະ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງຊາດ, ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນ​ຮຸ່ງເຮືອງ​ຂອງ​ພາກ​ພື້ນ, ສອງ​ຝ່າຍ​ຄວນ​ພະຍາຍາມ​ສ້າງ​ຈິນຕະນາການ​ໃໝ່, ​ແກ້​ໄຂ​ບັນຫາທີ່​ຕົກ​ທອດ​ມາ​ແຕ່​ປະຫວັດສາດ​ພຽງ​ໜຶ່ງດຽວ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ຄື​ບັນຫາ​ທະ​ເລ​ຈີນ​ໄຕ້. ສອງ​ຝ່າຍ​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ເທື່ອ​ນີ້, ​ແລະ​ສ້າງ​ໜ່ວຍ​ງານ​ປະສົມ​ສາມ​ໜ່ວຍ​ທາງ​ທະ​ເລ, ທາງບົກ​ແລະ​ການ​ເງິນ, ​ແລະ​ເລີ່​ມດຳ​ເນີນ​ວຽກ​ງານ​ພາຍ​ໃນ​ປີ​ນີ້, ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ສາມ​ຂົງ​ເຂດ​ດັ່ງກ່າວ​ໄປ​ພ້ອມໆ​ກັນ.

ທ່ານ​ຫຼີ້​ເຄີ້ສຽງ​ໄດ້​ບັນ​ລະ​ຍາຍ​ການ​ພິຈາລະນາ​ພື້ນຖານ​ຂອງ​ຈີນ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ສາມ​ຂົງ​ເຂດ​ຄື:

ໜຶ່ງ, ຕັ້ງໜ້າ​ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ​ທາງ​ທະ​ເລ​ລະຫວ່າງ​ຈີນ​ກັບ​ຫວຽດນາມ, ສ້າງ​ໜ່ວຍ​ງານ​ປຶກສາ​ຫາລື​ການ​ພັດທະນາ​ຮ່ວມ​ກັນ​ທາງ​ທະ​ເລ​ຈີນ​ຫວຽດນາມ.

ສອງ, ​ເພີ່ມ​ທະວີ​ການວາງ​ແຜນ​ຍຸດ​ທະ​ສາດ, ສ້າງ​ໜ່ວຍ​ງານ​ຮ່ວມ​ມື​ໃນ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ. ຄວນຊຸກຍູ້​ການຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ເຊື່ອມ​ຈອດ​ກັນ, ​ຂົງ​ເຂດເສດຖະກິດ​ການ​ຄ້າ​ແລະຂົງ​ເຂດ​ການ​ລົງທຶນ​ເປັນ​ຕົ້ນ.

ສາມ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ເງິນ, ສ້າງ​ໜ່ວຍ​ງານ​ຮ່ວມ​ມືດ້ານ​ການ​ເງິນ​ຈີນ​ຫວຽດນາມ. ຄົ້ນຄວ້າ​ປຶກສາ​ຫາລື​ການ​ເຊັນ​ສັນຍາ​ກ່ຽວ​ກັບ​ການ​ແລກປ່ຽນ​ເງິນຕາ​ແລະຊຳລະບັນຊີ​ດ້ວຍ​ເງິນຕາ​ຂອງ​ປະ​ເທດ​ຕົນ, ຮັກສາ​ການ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ຂອງ​ສອງ​ປະ​ເທດ​ກໍ​ຄື​ຂອງ​ພາກ​ພື້ນ​ໃນ​ດ້ານ​ເສດຖະກິດ​ແລະ​ການ​ເງິນ.

ຈີນ​ຍັງ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ກັບ​ຫວຽດນາມ, ຊຸກຍູ້​ການ​​ໄປມາຫາສູ່​ກັນ​ລະຫວ່າງ​ຊາວ​ໜຸ່ມ​ສອງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ແລະ​ການ​ສຶກສາ, ສ້າງ​ພື້ນຖານ​ສັງຄົມ​ຂອງ​ການ​ຂະຫຍາຍ​ກາ​ນພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ແຂງ​ແຮງ​ແລະໝັ້ນ​ທ່ຽງ​ໃຫ້​ດີ.

ທ່ານ​ຫງຽວນ​ເຕິ​ນຢຸງຕາງໜ້າ​ພັກ, ລັດຖະບານ​ແລະ​ປະຊາຊົນ​ຫວຽດນາມ​ຍິນ​ດີ​ຕ້ອນຮັບ​ຢາງ​ສຸດ​ອົກ​ຕໍ່​ທ່ານ​ຫຼີ້​ເຄີ້ສຽງ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ, ຂອບ​ໃຈ​ນຳ​ຝ່າຍ​ຈີນ​ໃຫ້ການ​ສະໜັບສະໜູນ​ແລະ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ແລະ​ຫຼວງ​ຫຼາຍ​ແກ່ຫວຽດນາມ​ໃນ​ໄລຍະ​ຍາວ​ນານ​ມາ​ນີ້. ທ່ານ​ຫງວຽນ​ເຕິ​ນຢຸງກ່າວ​ວ່າ, ​ເຫັນ​ດີ​ນຳ​ຂໍ້​ສະ​ເໜີ​ຂອງ​ທ່ານ​ຫຼີ້​ເຄີ້ສຽງ​ກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ຕື່ມ​ອີກ​, ກ່າວ​ວ່າ​ຝ່າຍ​ຫວຽດນາມ​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ຕໍ່​ການ​ພົວພັນ​ກັບ​ຈີນ, ຍິນ​ດີ​ເພີ່ມ​ທະວີ​ການ​ຕິດ​ຕໍ່​ພົວພັນ​ລະດັບ​ສູງ​ກັບ​ຈີນ​ໃຫ້​ໃກ້ຊິດ​ກວ່າ​ເກົ່າ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ການ​ດ້ານ​ການ​ເມືອງ, ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ທະ​ເລ, ທາງບົກ​ແລະ​ດ້ານການ​ເງິນ, ພະຍາຍາມ​ເຮັດ​ໃຫ້​ໄດ້​ຮັບ​ໝາກຜົນ​ອັນ​ຕັ້ງໜ້າ​ໂດຍ​ໄວ, ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ, ​ແກ້​ໄຂ​ຄວາມ​ຂັ​ດແຍ່ງ​ຢ່າງ​ເໝາະ​ສົມ, ຊຸກຍູ້​ໃຫ້ການ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​​ຫວຽດນາມຈີນ​ຂະຫຍາຍ​ໄປ​ຂ້າງ​ໜ້າ​ຢ່າງຮອບດ້ານ.

ພາຍຫຼັງ​ການ​ເຈລະຈາ​ສິ້ນ​ສຸດ​ລົງ, ນາຍົກລັດຖະມົນຕີທັງສອງ​ໄດ້​ຮ່ວມ​ກັນ​ພົບ​ປະ​ກັບ​ນັກ​ຂ່າວ, ​ແລະ​ໄດ້​ເປັນ​ສັກ​ຊີ​ພິຍານ​ໃນ​ພິທີ​ລົງ​ນາມ​ເອກະສານ​ຮ່ວມ​ມື​​ໃນ​ຂົງ​ເຂດ​ທາງ​ທະ​ເລ, ການ​ເງິນ, ​ເສດຖະກິດ​ການ​ຄ້າ​ແລະ​ການ​ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເປັນ​ຕົ້ນ.